ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໑໗ ເມສາ ໒໐໒໔

ຜູ້ຊີ້ນຳ ດ້ານຄວາມປອດໄພ ແຫ່ງຊາດ ບໍ່ເປັນຫ່ວງ ກ່ຽວກັບ ລາຍງານຊ່ອງທາງ ການຊື່ສານລັບ ຂອງທ່ານ Kushner


ຜູ້ຊີ້ນຳອາວຸໂສຂອງທຳນຽບຂາວ ທ່ານ Jared Kushner, ຊ້າຍ, ແລະ ຜູ້ຊີ້ນຳດ້ານຄວາມປອດໄພແຫ່ງຊາດທ່ານ H.R. McMaster ເຂົ້າຮ່ວມໃນກອງປະຊຸມສອງຝ່າຍ ລະຫວ່າງ ປະທານາທິບໍດີ ທຣຳ ກັບ ກະສັດ Hamad bin Isa Al Khalifa ແຫ່ງປະເທດ ບາເຣນ, 21 ພຶດສະພາ, 2017,
ຜູ້ຊີ້ນຳອາວຸໂສຂອງທຳນຽບຂາວ ທ່ານ Jared Kushner, ຊ້າຍ, ແລະ ຜູ້ຊີ້ນຳດ້ານຄວາມປອດໄພແຫ່ງຊາດທ່ານ H.R. McMaster ເຂົ້າຮ່ວມໃນກອງປະຊຸມສອງຝ່າຍ ລະຫວ່າງ ປະທານາທິບໍດີ ທຣຳ ກັບ ກະສັດ Hamad bin Isa Al Khalifa ແຫ່ງປະເທດ ບາເຣນ, 21 ພຶດສະພາ, 2017,

ເມື່ອຖືກຖາມກ່ຽວກັບ ການລາຍງານທີ່ລູກເຂີຍຂອງປະທານາທິບໍດີ ສະຫະລັດ ທ່ານ
ດໍໂນລ ທຣຳ ໄດ້ພະຍາຍາມມມທີ່ຈະຕິດຕັ້ງຊ່ອງທາງເພື່ອຕິດຕໍ່ສື່ສານແບບລັບ ກັບ
ຣັດເຊຍ ກ່ອນທ່ານປະທານາທິບໍດີຈະເຂົ້າດຳລົງຕຳແໜ່ງນັ້ນ, ຜູ້ຊີ້ນຳດ້ານຄວາມປອດ
ໄພແຫ່ງຊາດ ສະຫະລັດ ທ່ານ H.R McMaster ໄດ້ກ່າວໃນວັນເສົາວານນີ້ວ່າ ອັນທີ່
ເອີ້ນວ່າ “ການສື່ສານລັບ” ນັ້ນແມ່ນເລື່ອງປົກກະຕິ.

ທ່ານ McMaster ໄດ້ເດີນທາງໄປເມືອງ Taormina ປະເທດ ອິຕາລີ, ເຊິ່ງບໍ່ກ່ຽວຂ້ອງ ກັບກອງປະຊຸມຂອງກຸ່ມ G-7, ແລະ ທ່ານບໍ່ໄດ້ກ່າວໂດຍກົງ ກ່ຽວກັບ ທ່ານ Jared
Kushner ຜູ້ທີ່ເປັນທີ່ປຶກສາອາວຸໂສຂອງທ່ານ ທຣຳ ເຊັ່ນກັນ. ໃນເວລາຖືກຖາມວ່າ ມັນເຮັດໃຫ້ທ່ານມີຄວາມກັງວົນບໍ່, ເຖິງແມ່ນວ່າຈະມີບາງຄົນໃນລັດຖະບານໄດ້ພະຍາ
ຍາມທີ່ຈະຕິດຕັ້ງຊ່ອງທາງການສື່ສານລັບກັບສະຖານທູດ ຣັດເຊຍ ຫຼື ວັງ Kremlin
ກໍຕາມ, ທ່ານ McMaster ໄດ້ຕອບວ່າ “ບໍ່.”

ທ່ານ McMaster ໄດ້ກ່າວວ່າ “ພວກເຮົາມີຊ່ອງທາງການສື່ສານລັບກັບທຸກໆປະເທດ. ດັ່ງນັ້ນເວົ້າໂດຍທົ່ວໄປແລ້ວ, ກ່ຽວກັບ ການສື່ສານລັບນັ້ນ, ສິ່ງທີ່ອະນຸຍາດໃຫ້ທ່ານ
ເຮັດນັ້ນແມ່ນ ສື່ສານຢ່າງລະມັດ ລະວັງ.”

ຄຳເຫັນຂອງທ່ານ ໄດ້ມີຂຶ້ນຫຼັງຈາກໜັງສືພິມ Washington Post ລາຍງານວ່າ ທ່ານ
Jared Kushner, ລູກເຂີຍ ແລະ ຜູ້ຊີ້ນຳວຸໂສຂອງທ່ານ ທຣຳ, ໄດ້ປຶກສາຫາລືກັບເອກ
ອັກຄະລັດຖະທູດ ຣັດເຊຍ ປະຈຳນະຄອນຫຼວງ ວໍຊິງຕັນ ກ່ຽວກັບ ຄວາມເປັນໄປໄດ້ ໃນ
ການຕິດຕັ້ງຊ່ອງທາງການສື່ສານລັບ ລະຫວ່າງ ກຸ່ມລັດຖະບານຂອງທ່ານ ທຣຳ ກັບ ວັງ ເຄຣັມລິນ.

ໜັງສືພິມນີ້ ໄດ້ອ້າງຄຳເວົ້າຂອງເຈົ້າໜ້າທີ່ ສະຫະລັດ ໃນວັນສຸກທີ່ຜ່ານມາວ່າ ການ
ເຄື່ອນໄຫວດັ່ງກ່າວ ແມ່ນມີເຈຕະນາທີ່ຈະປ້ອງກັນການປຶກສາຫາລື ກ່ອນພິທີ່ເຂົ້າຮັບ
ຕຳແໜ່ງຈາກການຖືກກວດສອບ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG