ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຫໍພິພິດທະພັນ ແຫ່ງຊາດ ຊາວອາເມຣິກັນ ເຊື້ອສາຍອາຟຣິກາ ເປີດແລ້ວ


ອະນຸສາວະລີ Washington ຕັ້ງສູງຢູ່ຫລັງຫໍພິພິດທະພັນ ແຫ່ງຊາດ ປະຫວັດສາດແລະວັດທະນາທຳ ອາເມຣິກັນ ເຊື້ອສາຍອາຟຣິກາ ທີ່ສະໜາມຫລວງ ນະຄອນວໍຊິງຕັນ.
ອະນຸສາວະລີ Washington ຕັ້ງສູງຢູ່ຫລັງຫໍພິພິດທະພັນ ແຫ່ງຊາດ ປະຫວັດສາດແລະວັດທະນາທຳ ອາເມຣິກັນ ເຊື້ອສາຍອາຟຣິກາ ທີ່ສະໜາມຫລວງ ນະຄອນວໍຊິງຕັນ.

ປະທານາທິບໍດີ ສະຫະລັດ ທ່ານ Barack Obama ໃນ​ຄຳ​ປາ​ໄສປະ​ຈຳ​ສັ ປະດາ​ຂອງ​ທ່ານ​ໃນ​ວັນ​ເສົາ​ມື້​ນີ້ ​ໄດ້​ກ່າວເຖິງ​ໃນ​ອັນ​ທີ່​ບັນ​ລະ​ຍາຍ​ວ່າ​ ​ເປັນ “​ສັນຍາ​ລັກ​ໃໝ່​ສຸດ​ຂອງ​ຊາວ​ອາ​ເມຣິກັນ ທີ່​ສະໜາມ​ຫຼວງ​ແຫ່ງ​ຊາດຄືຫໍພິພິດ​ທະພັນ​ແຫ່ງ​ຊາດກ່ຽວ​ກັບປະຫວັດ ສາດ ​ແລະ​ວັດທະນາ​ທຳ ຂອງ​ອາ​ເມຣິກັນ​ເຊື້ອສາຍ​ອາ​ຟຣິກາ.”

ປະທານາທິບໍດີ Barack Obama ມາເຖິງພິທີເປີດຕ້ອນຮັບ ຫໍພິພິດທະພັນແຫ່ງຊາດ ປະຫວັດສາດ ແລະວັດທະນາທຳ ອາເມຣິກັນເຊື້ອສາຍອາຟຣິກາ.
ປະທານາທິບໍດີ Barack Obama ມາເຖິງພິທີເປີດຕ້ອນຮັບ ຫໍພິພິດທະພັນແຫ່ງຊາດ ປະຫວັດສາດ ແລະວັດທະນາທຳ ອາເມຣິກັນເຊື້ອສາຍອາຟຣິກາ.

ປະທານາທິບໍດີ Obama ກ່າວ​ວ່າ ຫໍພິພິດ​ທະພັນ ຊຶ່ງຈະ​ເປີດ​ຢ່າງເປັນ​ທາງ​ການ​ໃນ​ວັນ​ເສົາ​ມື້​ນີ້ “ບອ​ກ​ໃຫ້​ຮູ້​ເຖິງ​ປະຫວັດສາດ​ອາ​ເມຣິກາ ທີ່​ບໍ່​ໄດ້​ຮັບ​ການ​ອະທິບາຍໃນ​ປະ​ເທດ​ຂອງ​ເຮົາຢ່​າງ​ແຈ່ມ​ແຈ້ງສະ​ເໝີ​ໄປ.”

ຮູບປັ້ນຂອງປີ 1968 ນັກກິລາໂອລິມປິກ ພະລັງດຳ ທີ່ຖືກວາງສະແດງ.
ຮູບປັ້ນຂອງປີ 1968 ນັກກິລາໂອລິມປິກ ພະລັງດຳ ທີ່ຖືກວາງສະແດງ.

ປະທານາທິບໍດີ​ກ່າວ​ວ່າ “​ໃນ​ນາມ​ບຸກ​ຄົນ​ຜູ້​ນຶ່ງ ພວກ​ເຮົາ​ມີ​ສິດບອກ​ເລົ່າ​ປະຫວັດ​ອັນ​ຍິ່ງ​ໃຫຍ່​ຂອງ​ຜູ້​ກໍ່​ຕັ້ງ​ປະ​ເທດ​ນີ້. ​ແຕ່ວ່າມັກ​ຈະ​ເກີດ​ຂຶ້ນ​ຢູ່​ເລື້ອຍໆຕັ້ງ​ໃຈ​ຫລື​ບໍ່​ນັ້ນ ພວກ​ເຮົາ​ໄດ້​ເລືອກ​ເອົາການ​ບໍ່​ບອກ​ເລົ່າ ຫລື​ບໍ່​ຫົວຊາກັບ​ປະ​ສົບ​ການ​ທັງ​ໝົດ​ຂອງ​ຫລາຍໆ​ລ້ານຄົນ ​ເໜືອ​ຄົນ​ອື່ນ​ອີກ​ຫລາຍ​ລ້ານ​.”

ປະທານາທິບໍດີ Obama ກ່າວ​ວ່າ “​ເພາະ​ສະ​ນັ້ນ ມັນ​ເໝາະ​ສົມ​ທັງ​ໝົດ​ທີ່​ພວກ​ເຮົາ​ບອກ​ເລົ່າ​ປະຫວັດ​ຢູ່ ​ສະໜາມ​ຫລວງ​ແຫ່ງ​ຊາດ ບ່ອນ​ດຽວ​ກັນ​ກັບ​ພວກ​ເຮົາ​ບອກ​ເລົ່າ​ປະ​ຫວັດ​ຕ່າງໆ ​ຂອງທ່ານ​ Washington ​ແລະທ່ານ Jefferson ​ແລະ​ເອກ​ກະລາດ​ຂອງ​ພວກ​ເຮົາ.”

ບ້ວງໃສ່ຂາຄູ່ນຶ່ງຂອງພວກເປັນຂ້າທາດ ຖືກວາງສະແດງຢູ່ໃນຫໍພິພິດທະພັນ.
ບ້ວງໃສ່ຂາຄູ່ນຶ່ງຂອງພວກເປັນຂ້າທາດ ຖືກວາງສະແດງຢູ່ໃນຫໍພິພິດທະພັນ.

ໃນ​ວັນ​ສຸກ​ວານ​ນີ້ ປະທານາທິບໍດີ ​ໄດ້​ກ່າວ​ຕໍ່​ແຂກຜູ້​ມີ​ກຽດກຸ່ມ​ນຶ່ງ ປະມານ 700 ຄົນຢູ່່​ຫ້ອງ​ປະຊຸມ​ໃຫຍ່​ຂອງ​ທຳນຽບຂາວ ທີ່​ໄດ້​ພາການ​ມາເຕົ້າ​ໂຮມ​ສະຫຼອງ​ການ​ເປີດ​ຫໍພິພິດ​ທະພັນ ທີ່ “​ເປັນ​ເວລາອັນ​ໜ້າ​ເພິງ​ພໍ​ໃຈ.”

ເຄື່ອງນຸ່ງຂອງທ່ານນາງ Rosa Parks ນັກເຄື່ອນໄຫວສິດທິມະນຸດ ໄດ້ຖືກນຳມາວາງສະແດງ.
ເຄື່ອງນຸ່ງຂອງທ່ານນາງ Rosa Parks ນັກເຄື່ອນໄຫວສິດທິມະນຸດ ໄດ້ຖືກນຳມາວາງສະແດງ.

ຝູງ​ຊົນ ຊຶ່ງ​ຫລາຍ​ໆ​ຄົນ​ເປັນຊາວ​ອາ​ເມຣິກັນ​ເຊື້ອສາຍ​ອາ​ຟຣິກາ ພາກັນ​ຫົວ​ຢ່າງມ່ວນຊື່ນ ​ແລະ​ຕົບມືຕໍ່​ການ​ກ່າວ​ທີ່​ຫລຸດ​ກວ່າ​ຄວາມ​ເປັນ​ຈິງ.​

ຮູບປັ້ນນາງ Clara Brown ຜູ້ທີ່ເກີດມາເປັນຂ້າທາດ ຢູ່ໃນລັດ Virginia ໃນປີ 1800 ທີ່ຖືກວາງສະແດງ.
ຮູບປັ້ນນາງ Clara Brown ຜູ້ທີ່ເກີດມາເປັນຂ້າທາດ ຢູ່ໃນລັດ Virginia ໃນປີ 1800 ທີ່ຖືກວາງສະແດງ.

ເມືອງ Charlotte ລັດ North Carolina ​ໄດ້​ເກີດ​ເຫດການສັ່ນ​ສະ​ເທືອນ​ໃນ ການ​ປະ​ທ້ວງ​ມາໄດ້ຫລາຍ​ຄືນ​ແລ້ວ ຫລັງ​ຈາກ​ຕຳຫລວດ ໄດ້ຍິງຜູ້​ຊາຍ​ຜິວດຳເສຍຊີວິດໃນ​ວັນ​ອັງຄານ​ທີ່​ຜ່ານມາ. ​ໃນ​ອາທິດ​ທີ່​ຜ່ານ​ມາ​ນີ້​ເຊັ່ນດຽວກັນ ສານ​ຢູ່​ທີ່ເມືອງ Tulsa ລັດ Oklahoma ​ໄດ້​ກ່າວ​ຫາ​ຕຳຫລວດ​ຜີວ​ຂາວ​ຄົນ​ນຶ່ງ​ໃນ​ຂໍ້​ຫາ​ສັງຫານ​ຄົນ ຫລັງ​ຈາກ​ນາງ​ໄດ້​ຍິງ​ສັງຫານຜູ້​ຊາຍ​ຄົນ​ດຳທີ່​ບໍ່​ມີ​ອາວຸດຄົນ​ນຶ່ງ ຕາຍ ເມື່ອຫລາ​ຍມື້ກ່ອນ​ໜ້າ​ນັ້ນ.

ລົດຂອງທ່ານ Chuck Berry, 1973 Cadillac Eldorado ໄດ້ຖືກນຳມາວາງສະແດງ.
ລົດຂອງທ່ານ Chuck Berry, 1973 Cadillac Eldorado ໄດ້ຖືກນຳມາວາງສະແດງ.

ໃນຄຳ​ປາ​ໄສ ທີ່​ຍັງ​ດຳ​ເນີນ​ຕໍ່​ມານັ້ນ ປະທານ​າທິບໍດີ Obama ກ່າວ​ວ່າ “​ໃນ​ຫລາຍໆ​ດ້ານ ມັນ​ເປັນ​ເວລາ​ດີ​ທີ່ສຸດ. ​ແຕ່​ໃນ​ຫລາຍໆ​ດ້ານ ​ຍັງເປັນ​ເວລາ​ທີ່​ມີ​ບັນ​ຫາ​ຫລາຍ​ຢູ່. ປະຫວັດສາດ​ບໍ່​ເຄື່ອນໄຫວ​ແບບເປັນເສັ້ນ​ຊື່​ຢູ່​ສະ​ເໝີ​ໄປ. ​ແລະ​ຖ້າ​ບໍ່​ມີ​ການ​ເຝົ້າລະວັງ​ແລ້ວ ພວກ​ເຮົາ​ສາມາດ​ກັບ​ຄືນຫຼັງ ພ້ອມ​ທັງ​ເດີ​ນ​ໄປ​ໜ້າ​ໄດ້.”

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

Obama Speaks to Racial Tensions at Celebration of African-American History Museum
please wait

No media source currently available

0:00 0:01:35 0:00

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ກະຈາຍສຽງຂອງວີໂອເອລາວ ວັນທີ 29 ມີນາ 2024

XS
SM
MD
LG