ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຄວາມຮຸນແຮງລະເບີດຂຶ້ນ ໃນເມືອງ Baltimore ຫຼັງພິທີ ສົ່ງສະການ ​ທ້າວ Freddie Gray


US Baltimore Killing
please wait
Embed

No media source currently available

0:00 0:03:05 0:00

ບັນດາ​ເຈົ້າ​ໜ້າ​ທີ່​ໃນເມືອງ Baltimore ກ່າວ​ວ່າ ກຳລັງພິທັກຊາດ ​
ໄດ້​ເຂົ້າປະຈຳການຕາມເຂດຕ່າງໆ ​ໃນເມືອງ​ທາງພາກ​ຕາ​ເວັນ
​ອອກ​ຂອງ​ສະຫະລັດ ທີ່​ໄດ້ບອບ​ຊ້ຳຈາກການ​ປະ​ທ້ວງ​ທີ່​ຮຸນ​ແຮງ
ຫຼັງ​ຈາກ​ງານ​ຊາ​ປະ​ນະ​ກິດ​ສົບ​ຂອງ​ທ້າວ Freddie Gray
ຊາຍໜຸ່ມ​ຜີວ​ດຳໄວ 25 ປີ ທີ່​ໄດ້​ເສຍ​ຊີວິດ​ຈາກ​ການ​ບາດ​ເຈັບ
​ໃນ​ຂະນະ​ທີ່ຢູ່​ໃນ​ການ​ຄວບ​ຄຸມ​ຂອງ​ເຈົ້າ​ໜ້າ​ທີ່​ຕຳຫຼວດ ​ໃນ​ຕົ້ນ​ເດືອນ​ເມສາ​ນີ້.

​ເຈົ້າຄອງ​ກຳ​ແພງ​ເມືອງ Baltimore ທ່ານ​ນາງ Stephanie Rawlings-Blake ​ເອີ້ນ​ເຫດການ​ດັ່ງກ່າວນີ້​ວ່າ ​ເປັນ​ມື້ນຶ່ງ​ທີ່​ມືດມົນທີ່ສຸດ ທີ່​ເມືອງBaltimore ໄດ້​ປະ​ສົບພົບມາ. ທ່ານ​ນາງ​ໄດ້​ປະກາດ​ຫ້າມບໍ່ໃຫ້ອອກ​ນອກເຮືອນ​ໃນ​ຍາມ​ຄ່ຳຄືນ ເປັນ​ເວລາ​ນຶ່ງ​ອາທິດ ​ໃນ​ຂະນະ​ທີ່​ຜູ້ປົກຄອງລັດ Maryland ທ່ານ Larry Hogan ​ໄດ້​ປະກາດ​ພາວະ​ສຸກ​ເສີນ ​ແລະ​ສັ່ງໃຫ້ກຳລັງພິທັກຊາດ ເຂົ້າປະຕິບັດງານ.

ເຈົ້າຄອງກຳແພງເມືອງ ​Baltimore ກ່າວຕໍ່ບັນດາ​ນັກ​ຂ່າວ​ໃນ​ແລງ​ວັນ​ຈັນ​ວານ​ນີ້​ວ່າ ຂ້າ​ພະ​ເຈົ້າ​ເຂົ້າ​ໃຈ​ເຖິງ​ຄວາມ​ໂກດ​ແຄ້ນ. ​ແຕ່​ວ່າ​ສິ່ງ​ທີ່ພວກເຮົາ​ເຫັນນີ້ ບໍ່​ແມ່ນ​ຄວາມໂກ​ດ​ແຄ້ນ ນີ້​ແມ່ນ​ການ​ທຳ​ລາຍ​ປະຊາ​ຄົມ​ຂອງ​ພວກ​ເຮົາ. ​ແລະທ່ານນາງ​ເອີ້ນ​ພວກ​ປະ​ທ້ວງນີ້ວ່າ ອັນ​ຕະພານ.

ການ​ປະ​ທ້ວງ​ແມ່ນ​ເລີ້ມ​ຈາກ​ພວກ​ນັກ​ຮຽນ​ມັດທະຍົມ​ປາຍຈຳນວນ​ຫຼາຍ​ຮ້ອຍ​ຄົນ ເດີນ​ຂະບວນປະ​ທ້ວງໄປ​ຕາມຖະໜົນ​ຫົນທາງ​ສູ່ຫ້າງ​ສັບພະ​ສິນຄ້າ​ແຫ່ງ​ນຶ່ງ​ໃນ​ເຂດ​ທ້ອງ​ຖິ່ນ ຫຼັງ​ຈາກໄດ້​ມີ​ການ​ຍົກເລີກການ​ສອນ​ໄປສຳຫຼັບມື້​ວານນີ້, ຫຼັງ​ຈາກ​ນັ້ນ ກໍ​ໄດ້​ຂະ​ຫຍາຍ​ອອກ​ໄປ​ຕາມ​ປະຊາ​ຄົມ​ຕ່າງໆ ​ໂດຍ​ທີ່​ທາງ​ເຈົ້າ​ໜ້າ​ທີ່​ຕຳຫຼວດບໍ່​ສາມາດ​ຄວບ​ຄຸມ​ຄວາມ​ຮຸນ​ແຮງໄດ້.

ລາຍຂ່າວໂທລະພາບໄດ້ສະ​ແດງ​ໃຫ້​ເຫັນ​ວ່າ ຮ້ານ​ຂາຍ​ຢາ​ໄດ້​ລຸກໄໝ້​ເປັນແປວ​ໄຟ ບໍ່​ດົນ ຫຼັງຈາກ​ທີ່​ໄດ້​ມີ​ການ​ບຸກເຂົ້າໄປລັກເອົາເຄື່ອງຂອງໂດຍພວກກໍ່ຈະລາຈົນ. ພວກ​ປະ​ທ້ວງ​ຍັງ ໄດ້ພາກັນ​ແກ່ວ​ງກ້ອນ​ຫີນ​, ດິນ​ຈີ່ ກວດ​ແກ້ວ ​ແລະ​ສິ່ງ​ຂອງອື່ນໆເຂົ້າໃສ່​ພວກຕຳຫຼວດ
ປາບຈະລາຈົນ. ຫົວໜ້າ​ຕຳຫຼວດ ທ່ານ Anthony Bretts ​ໄດ້​ກ່າວ​ວ່າ ​ເຈົ້າ​ໜ້າ​ທີ່ 15 ຄົນ ​ໄດ້​ຮັບ​ບາດ​ເຈັບ ​ໃນ​ການ​ປະ​ທະ​ກັນ ​ຊຶ່ງ 3 ຄົນໃນຈຳນວນນັ້ນ ແມ່ນ​ໄດ້​ຮັບ​ບາດ​ເຈັບ​ສາຫັດ.

​ໃນ​ຂະນະ​ທີ່​ຕອນກາງຄືນດຳເນີນຕໍ່ໄປ​ນັ້ນ ​ກໍໄດ້​ມີ​ການ​ຈູດ​ໄຟ​ເຜົາ ຢູ່ໃນຫລາຍໆເຂດຂອງ​ເມືອງດັ່ງກ່າວ ​ຮວມທັງສູນ​ກາງ​ສຳ​ຫຼັບຜູ້ສູງອາຍຸ ທີ່ບໍລິຫານງານໂດຍ​ໂບດແຫ່ງນຶ່ງ ທີ່​ກຳ ລັງ​ຢູ່​ໃນ​ການກໍ່ສ້າງ​ນັ້ນ.

​ນາງ Fredericka Gray ​ຜູ້​ຊຶ່ງ​ເປັນເອື້ອຍ​ຂອງທ້າວ Freddie Gray ​ໄດ້ປະນາມການກໍ່ ຈະລາຈົນໃນ​ວັນ​ຈັນ​ວານ​ນີ້ ​ໂດຍເວົ້າວ່າ ຂ້ອຍຄິດວ່າ ການ​ກໍ່ຄວາມຮຸນ​ແຮງ​ນີ້​ແມ່ນ​ຖື​ວ່າ​ຜິດ…ຂ້ອຍ​ບໍ່​ມັກ​ມັນ​ເລີຍ.

XS
SM
MD
LG