ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ການປຶກສາຫາລືບັນຫາ ປະກັນສຸຂະພາບ ສ້າງຄວາມເຄັ່ງຕຶງເພີ່ມຂຶ້ນ ສຳລັບພວກປົກຄອງລັດ


ຮອງປະທານສະມາຄົມ ຜູ້ປົກຄອງລັດປະຊາທິປະໄຕ ທ່ານ Jay Inslee ຈາກລັດ ວໍຊິງຕັນ ໃຫ້ສຳພາດກັບນັກຂ່າວ ຫຼັງອອກມາຈາກກອງປະຊຸມປະຕິຮູບ ປະກັນສຸຂະພາບ ໃນລະຫວ່າງ ກອງປະຊຸມລະດູໜາວຂອງ ສະມາຄົມຜູ້ປົກ
ຄອງລັດແຫ່ງຊາດ ໃນນະຄອນຫຼວງ ວໍຊິງຕັນ. 25 ກຸມພາ , 2017.
ຮອງປະທານສະມາຄົມ ຜູ້ປົກຄອງລັດປະຊາທິປະໄຕ ທ່ານ Jay Inslee ຈາກລັດ ວໍຊິງຕັນ ໃຫ້ສຳພາດກັບນັກຂ່າວ ຫຼັງອອກມາຈາກກອງປະຊຸມປະຕິຮູບ ປະກັນສຸຂະພາບ ໃນລະຫວ່າງ ກອງປະຊຸມລະດູໜາວຂອງ ສະມາຄົມຜູ້ປົກ ຄອງລັດແຫ່ງຊາດ ໃນນະຄອນຫຼວງ ວໍຊິງຕັນ. 25 ກຸມພາ , 2017.

ຂໍ້ສະເໜີສະບັບໜຶ່ງໂດຍຜູ້ປົກຄອງລັດ ສະມາຊິກພັກຣີພັບບລີກັນຂອງ ສະຫະລັດ ເພື່ອ ປັບປຸງໂຄງການປະກັນສຸຂະພາບລັດຖະບານ ຫຼື Medicaid ເຊິ່ງເປັນໂຄງການຂອງລັດ ຖະບານກາງ ທີ່ສະໜອງປະກັນ ສຸຂະພາບໃຫ້ແກ່ຊາວ ອາເຣິກັນ ທີ່ມີລາຍໄດ້ຕ່ຳ ຫຼາຍ ກວ່າ 70 ລ້ານຄົນນັ້ນ, ໄດ້ກະຕຸ້ນໃຫ້ເກີດຄວາມເຄັ່ງຕຶງຢູ່ກອງຊຸມນຸມແຫ່ງຊາດຂອງບັນ ດາຜູ້ນຳລັດໃນນະຄອນຫຼວງ ວໍຊິງຕັນ ວັນເສົາວານນີ້.

ສະມາຄົມຜູ້ປົກຄອງລັດແຫ່ງຊາດ ໄດ້ຈັດການປະຊຸມລະດູໜາວປະຈຳ ປີຂອງພວກເຂົາ ເຈົ້າຂຶ້ນເປັນມື້ທີສອງ, ດ້ວຍການປຶກສາຫາລື ກ່ຽວກັບ ນະໂຍບາຍທີ່ປະຈຸບັນນີ້ ໄດ້ເພັ່ງ ເລັງໃສ່ການປະຕິຮູບໂຄງການຮັກສາ ສຸຂະພາບ, ການສຶກສາ ແລະ ການປ້ອງກັນ ຄວາມປອດໄພທາງ ຄອມພິວເຕີ.

ນອກຈາກການເຈລະຈາຂອງພວກເພິ່ນ ກ່ຽວກັບ ບັນຫາພາຍໃນແລ້ວ, ບັນດາຜູ້ບໍລິຫານ ລັດຫຼາຍຄົນກໍຍັງໄດ້ກ່າວຕໍ່ ວີໂອເອ ກ່ຽວກັບ ການໂຕ້ຖຽງເລື່ອງຄົນເຂົ້າເມືອງທີ່ໄດ້ຮັບ ຄວາມສົນໃຈຂອງປະຊາຊົນທົ່ວປະເທດໃນບໍ່ເທົ່າໃດສັບປະດາທີ່ຜ່ານມາ. ບັນດາຜູ້ປົກ ຄອງລັດຈາກທັງ ສອງພັກການເມືອງໃຫຍ່ໄດ້ກ່າວວ່າ ພວກເພິ່ນຢາກເຫັນພວກຄົນເຂົ້າ ເມືອງ ແລະ ອົບພະຍົບທີ່ຫາກໍເດີນທາງຮອດ ອາເມຣິກາ ໄດ້ຮັບ ຄວາມສຳເລັດໃນການ ສ້າງຊີ ວິດໃໝ່ສຳລັບພວກເຂົາເຈົ້າເອງ. ນອກນັ້ນ ພວກເພິ່ນຍັງໄດ້ເນັ້ນວ່າ ໝົດທຸກຄົນ ຄວນຖືກປະຕິບັດຕໍ່ ດ້ວຍຄວາມເມດຕາ ກະລຸນາ ແລະ ດ້ວຍເຫດຜົນຢ່າງເໝາະສົມ ດັ່ງກົດໝາຍທີ່ຖືກນຳໃຊ້.

ຂໍ້ສະເໜີ ໂຄງການປະກັນສຸຂະພາບລັດຖະບານ ຂອງບັນດາຜູ້ປົກຄອງລັດສັງກັດພັກ ຣີພັບບລີກັນ, ທີ່ອົງການຂ່າວ AP ໄດ້ຮັບຮ່າງ ສະບັບໜຶ່ງມານັ້ນ, ໄດ້ຮຽກຮ້ອງໃຫ້ລັດຖະ ສະພາປ່ຽນແປງໂຄງການ ປະກັນສຸຂະພາບຈາກ ໂຄງການທີ່ຂຶ້ນກັບລັດຖະບານ ເປັນ ໂຄງການທີ່ອອກແບບໂດຍແຕ່ລະລັດ ເພື່ອຮັກສາໃຫ້ຢູ່ໃນຂອບເຂດຈຳກັດດ້ານການ ເງິນ.ໂຄງການ Medicaid ໄດ້ສະໜອງປະກັນສຸຂະພາບໃຫ້ແກ່ ປະຊາຊົນ ອາເມຣິກັນ ຜູ້ທີ່ມີ ລາຍໄດ້ຕ່ຳຫຼາຍກວ່າ 70 ລ້ານຄົນ, ແລະ ຫຼາຍລັດກໍໄດ້ມີທາງເລືອກທີ່ຈະເຮັດ ໃຫ້ມັນເປັນທີ່ຫາໄດ້ ສຳລັບປະຊາຊົນອີກຫຼາຍຄົນທີ່ຢູ່ພາຍໃຕ້ ການປັບປຸງປະກັນສຸຂະ ພາບຂອງ ອະດີດປະທານາທິບໍດີ ທ່ານ ບາຣັກ ໂອບາມາ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG