ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ແນວລາວສ້າງຊາດ ຈະສົ່ງເສີມ ແລະ ອຳນວຍ ຄວາມສະດວກ ໃຫ້ແກ່ຄົນເຊື້ອຊາດລາວ ຢູ່ ຕ່າງປະເທດ


ຊາວລາວຢູ່ປະເທດຝຣັ່ງ ແລະຢູໂຣບ ໄດ້ເດີນທາງມາລາວ ເພື່ອທອດກອງມະຫາກະຖິນສາມັກຄີ ແລະໄດ້ໄປຢ້ຽມຢາມ ສະພາແຫ່ງຊາດ ເມື່ອເດືອນພະຈິກ ປີ 2018.
ຊາວລາວຢູ່ປະເທດຝຣັ່ງ ແລະຢູໂຣບ ໄດ້ເດີນທາງມາລາວ ເພື່ອທອດກອງມະຫາກະຖິນສາມັກຄີ ແລະໄດ້ໄປຢ້ຽມຢາມ ສະພາແຫ່ງຊາດ ເມື່ອເດືອນພະຈິກ ປີ 2018.

ແນວລາວສ້າງຊາດ ຈະສົ່ງເສີມ ແລະອຳນວຍຄວາມສະດວກໃຫ້ຄົນ ເຊື້ອຊາດລາວ ໃນ
ຕ່າງປະເທດ ເດີນທາງກັບຄືນມາຢ້ຽມຢາມແຜ່ນດິນແມ່ແລະສົ່ງເສີມການລົງທຶນໃນລາວ
ໃຫ້ຫຼາຍຂຶ້ນນັບມື້.

ເຈົ້າໜ້າທີ່ຂັ້ນສູງໃນສູນກາງແນວລາວສ້າງຊາດ ຢືນຢັນວ່າ ສູນກາງແນວລາວສ້າງຊາດ
ໄດ້ຮັບມອບໝາຍຈາກສູນກາງພັກປະຊາຊົນປະຕິວັດລາວ ໃຫ້ຮັບຜິດຊອບ ໃນການດຳ
ເນີນງານເພື່ອສົ່ງເສີມ ແລະອຳນວຍຄວາມສະດວກ ໃຫ້ກັບບັນດາຄົນເຊື້ອຊາດລາວ ໃນ
ຕ່າງປະເທດ ທີ່ຕ້ອງການຈະເດີນທາງ ກັບຄືນມາຢ້ຽມຢາມ ແລະລົງທຶນດຳເນີນທຸລະກິດ
ຢູ່ໃນລາວ ໃຫ້ຫຼາຍຂຶ້ນ ເພາະເຊື່ອວ່າ ຄົນເຊື້ອຊາດລາວ ໃນຕ່າງປະເທດ ຈະປະກອບ
ສ່ວນຢ່າງ ສຳຄັນເຂົ້າ ໃນການພັດທະນາເສດຖະກິດລາວ ໃຫ້ຈະເລີນກ້າວໜ້າ ໃນ
ອະນາຄົດ.

ທັງນີ້ ທ່ານໄຊສົມພອນ ພົມວິຫານ ປະທານສູນກາງແນວລາວສ້າງຊາດ ໃນຖານະປະ
ທານ ຄະນະຮັບຜິດຊອບໃນການຈັດຕັ້ງປະຕິບັດດັ່ງກ່າວ ກໍໄດ້ໃຫ້ການຕ້ອນຮັບ ແລະ
ພົບປະກັບບັນດາຜູ້ຕາງໜ້າຂອງຄົນເຊື້ອຊາດລາວ ຈາກຕ່າງປະເທດ ມາແລ້ວຫຼາຍຄັ້ງ
ເຊັ່ນຄະນະຄົນເຊື້ອຊາດລາວ ຈາກລັດ Queen Land ປະເທດອອສເຕຣເລຍ ທີ່ໄດ້
ເດີນທາງມາຢ້ຽມຢາມ ແລະຈັດກິດຈະກຳແຂ່ງຂັນກິລາຕີກັອຟ ເພື່ອມິດຕະພາບ ຢູ່
ນະຄອນວຽງຈັນ ແລະຫລວງພະບາງ ເມື່ອປີ 2018 ຊຶ່ງກໍປາກົດວ່າ ຄະນະຜູ້ຕາງໜ້າ
ຂອງຄົນເຊື້ອຊາດລາວດັ່ງກ່າວ ກໍໄດ້ສະແດງຄວາມຕ້ອງການ ທີ່ຈະໄດ້ຮັບການສະ
ໜັບສະໜຸນ ແລະການຕອບສະໜອງຈາກລັດຖະບານລາວ ຊຶ່ງຮວມເຖິງການໄດ້ຮັບ
ສິດໃນການຖືຄອງຊັບສິນ ຢູ່ທີ່ລາວ ເຊັ່ນທີ່ດິນ ເຮືອນ ແລະສິດທີ່ຈະພັກອາໄສຢູ່ໃນ
ລາວ ຢ່າງຖາວອນ ຫຼື permanent resident (PR) ນັ້ນ ດັ່ງທີ່ສະມາຊິກທ່ານໜຶ່ງ
ໃນຄະນະຜູ້ຕາງໜ້າຂອງຄົນເຊື້ອຊາດລາວ ໃນຕ່າງປະເທດ ຢືນຢັນວ່າ:

“ຢາກໃຫ້ອຳນວຍຄວາມສະດວກເລື້ອງຂໍ PR ເຂົ້າມາຢູ່ທຳມາຄ້າຂາຍ ຢູ່ກິນກັບ
ພີ່ນ້ອງເຮົາ ຄືເກົ່າຫັ້ນໄດ້ ຢາກໃຫ້ແກ້ໄຂໂຕນີ້ ຂັ້ນຕອນຢາກໃຫ້ມັນງ່າຍໆ ປະຫວັດ
ກະເອົາໂຕສຳຄັນ ໂຕໃດພໍຜ່ອນເບົາ ເຮັດໃຫ້ມັນງ່າຍໆຂຶ້ນ ມີຫຼາຍຄົນສົນໃຈຢາກ
ຈະກັບມາ ທຳມາຄ້າຂາຍ ຫຼືວ່າລົງທຶນປູກຝັງ ລ້ຽງສັດ ພັດທະນາສີຂຽວ ອັນນີ້ ຄື
ຈຸດສຳຄັນ ຄັນບໍ່ມີຄວາມສະບາຍໂຕນີ້ ກະເຂົ້າມາບໍ່ໄດ້ ມາແລ້ວແປັບດຽວ 3 ເດືອນ
ກະເມືອ ເຮັດຫຍັງກໍບໍ່ໄດ້ ສະນັ້ນ ຢາກໃຫ້ແກ້ໄຂໃຫ້ມັນສັ້ນລົງ ແຕ່ຫາກໃຫ້ກວມ
ລວມ ໄວ ງ່າຍຂຶ້ນ”

ທັງນີ້ໂດຍໃນໂອກາດກອງປະຊຸມສາມັນຄົບຄະນະຂອງສູນກາງແນວລາວສ້າງຊາດ ຄັ້ງ
ທີ 4 ສະໄໝທີ 10 ເມື່ອກາງເດືອນມີນາ 2019 ນີ້ ກອງປະຊຸມດັ່ງກ່າວ ກໍໄດ້ກຳນົດໃຫ້
ການພົວພັນ-ຮ່ວມມືກັບຄົນເຊື້ອຊາດລາວໃນຕ່າງປະເທດ ເປັນວຽກງານນຶ່ງ ທີ່ຈະຊຸກ
ຍູ້ໃຫ້ມີການຂະຫຍາຍຕົວຢ່າງກວ້າງຂວາງ ແລະເປັນຮູບປະທຳຫຼາຍຂຶ້ນ ໂດຍໄດ້ມີ
ການສະເໜີລາຍງານຄວາມຄືບໜ້າໃນການຈັດຕັ້ງປະຕິບັດ ຕໍ່ກອງປະຊຸມໃນຄັ້ງຫຼ້າສຸດ
ດ້ວຍ ດັ່ງທີ່ ທ່ານໄຊສົມພອນ ໄດ້ຖະແຫລງຢືນຢັນວ່າ:

“ກອງປະຊຸມສາມັນຄົບຄະນະກຳມະການສູນກາງແນວລາວສ້າງຊາດ ຄັ້ງທີ 4 ໄດ້
ພ້ອມກັນປຶກສາຫາລື ແລະຜ່ານຜ່າບົດສະລຸບຕີລາຄາການເຄືອນໄຫວ ວຽກງານ
ແນວລາວສ້າງຊາດ ປີ 2018 ແລະທິດທາງ-ແຜນການເຄືອນໄຫວປີ 2019 ຟັງ
ການປະກອບຄວາມຄິດຄວາມເຫັນ ຂອງບັນດາຜູ້ຕາງໜ້າອົງການພາຄີ ຟັງການ
ປະກອບຄວາມຄິດຄວາມເຫັນ ຂອງແນວລາວສ້າງຊາດ ຂັ້ນທ້ອງຖິ່ນ ຟັງການປະ
ກອບຄວາມຄິດຄວາມເຫັນ ຂອງຜູ້ຕາງໜ້າກຳມະການແນວລາວສ້າງຊາດ ກ່ຽວກັບ
ການເຕົ້າໂຮມສາມັກຄີຂອງພີ່ນ້ອງເຊື້ອຊາດລາວ ທີ່ດຳລົງຊີວິດຢູ່ຕ່າງປະເທດ.”

ໂດຍກົດໝາຍວ່າດ້ວນສັນຊາດລາວ ທີ່ດັດແກ້ ແລະປະກາດໃຊ້ນັບແຕ່ວັນທີ 11
ທັນວາ 2017 ເປັນຕົ້ນມາ ກໍໄດ້ກຳນົດເງື່ອນໄຂ ອຳນວຍຄວາມສະດວກໃຫ້ກັບຄົນ
ເຊື້ອຊາດລາວ ທີ່ຢາກຈະໄດ້ສັນຊາດລາວ ເປັນກໍລະນີພິເສດ ເຊັ່ນ ການເປັນພົນລະ
ເມືອງກິຕິມະສັກ ສຳລັບຜູ້ທີ່ບໍ່ຢາກສະຫຼະສັນຊາດຕ່າງປະເທດ ແຕ່ຕ້ອງເປັນຜູ້ທີ່ມີ
ຜົນງານດີເດັ່ນ ທີ່ປະກອບສ່ວນເຂົ້າໃນການພັດທະນາ ແລະເປັນນັກທຸລະກິດດີເດັ່ນ
ທີ່ສັງຄົມລາວຍອມຮັບ ແລະເພື່ອໃຫ້ວ່ອງໄວ ໃນການປະຕິບັດຕົວຈິງ ກໍໄດ້ໂອນ
ອຳນາດການພິຈາລະນາ ໃຫ້ສັນຊາດລາວ ຈາກຄະນະປະຈຳສະພາແຫ່ງຊາດມາເປັນ
ຄວາມຮັບຜິດຊອບຂອງລັດຖະບາລາວ ອີກດ້ວຍ.

XS
SM
MD
LG