ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເທສະການຄຣິສຕ໌ມາສ ມາຮອດ ກຸງວໍຊິງຕັນແລ້ວ (ເບິ່ງສະໄລດ໌)


ຕັ້ນຄຣິສຕ໌ມາສແຫ່ງຊາດ ທີ່ທຳນຽບຂາວ
ຕັ້ນຄຣິສຕ໌ມາສແຫ່ງຊາດ ທີ່ທຳນຽບຂາວ

ຕົ້ນແປກທີ່ສູງ 8 ແມັດທີ່ເອ້ປະດັບດ້ວຍໄຟສີຟ້າແລະສີຂຽວແລະດາວສີຂາວທີ່ເປັ່ງປະກາຍ
ແສງຢູ່ເທິງຈອມນັ້ນ ໄດ້ຕັ້ງຢູ່ໃນບ່ອນທີ່ເຄີຍຕັ້ງຕົ້ນຄຣິສຕ໌ມາສຕາມປະເພນີໃນບໍລິເວນທາງ ຫຼັງຂອງທຳນຽບຂາວທີ່ເອີ້ນວ່າ Ellipse ຫຼືເຂດວົງຮີ ທີ່ຕັ້ງຢູ່ລະຫວ່າງທຳນຽບຂາວ ແລະ
ສະໜາມຫຼວງນັ້ນ.

ກ່ອນທີ່ຈະເປີດສະວິດໄຟຕົ້ນຄຣິສຕ໌ມາສນັ້ນທ່ານໂອບາມາໄດ້ເຕືອນຊາວອະເມຣິກັນທຸກໆ
ຄົນໃຫ້ຊ່ອຍພວກທີ່ທຸກຍາກຂາດເຂີນ ໃນລະຫວ່າງໂອກາດວັນພັກສະຫຼອງເທສະການດັ່ງ
ກ່າວຄືພວກທີ່ບໍ່ມີບ່ອນພັກພາອາໄສ ພວກທີ່ອຶດຫິວ ພວກທີ່ເຈັບປ່ວຍແລະພວກທີ່ເປັນພະ ຍາດເຮື້ອຮັງບໍ່ມີຄວາມສາມາດ ໂດຍບໍ່ຈຳແນກຜິວພັນແລະຄວາມເຊື່ອຖືໃນສາສະໜາ.

ຕົ້ນຄຣິສຕ໌ມາສໃນປີນີ້ແມ່ນຕົ້ນໃໝ່ທີ່ນຳມາປູກແທນຕົ້ນເກົ່າ ຊຶ່ງມີການໃຊ້ເປັນຕົ້ນຄຣິສຕ໌
ມາຕັ້ງແຕ່ປີ 1978 ກ່ອນທີ່ລົມພະຍຸຈະພັດຫັກໃນເດືອນກຸມພາປີນີ້.

ນີ້ແມ່ນປີທີ 89 ທີ່ປະທານາທິບໍດີສະຫະລັດໄດ້ໄຕ້ໄຟໃສ່ຕົ້ນຄຣິສຕ໌ມາສຊຶ່ງເປັນປະເພນີວັນ
ພັກທີ່ເລີ່ມໂດຍປະທານາທິບໍດີ Calvin Coulidge ໃນປີ 1923.

XS
SM
MD
LG