ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ອົງການ UNDP ແລະ USAID ສະໜັບສະໜຸນ ໂຄງການສ້າງຂີດຄວາມສາມາດວຽກງານຂອງສະພາແຫ່ງຊາດ ແລະສະພາ ປຊຊ ຂັ້ນແຂວງ


ໂຄງການສ້າງຂີດຄວາມສາມາດໃຫ້ແກ່ ສະພາແຫ່ງຊາດ ແລະສະພາປະຊາຊົນຂັ້ນແຂວງ ຫຼື STEPS ເປັນໂຄງການ 5 ປີ ເລີ້ມແຕ່ ປີ 2022 ຫາ 2026 ໃນທຶນຈໍານວນ 15 ລ້ານໂດລາ.
ໂຄງການສ້າງຂີດຄວາມສາມາດໃຫ້ແກ່ ສະພາແຫ່ງຊາດ ແລະສະພາປະຊາຊົນຂັ້ນແຂວງ ຫຼື STEPS ເປັນໂຄງການ 5 ປີ ເລີ້ມແຕ່ ປີ 2022 ຫາ 2026 ໃນທຶນຈໍານວນ 15 ລ້ານໂດລາ.

ສະພາແຫ່ງຊາດ ອົງການສະຫະປະຊາຊາດ ເພື່ອການພັດທະນາ ຫຼື UNDP ແລະ ອົງການພັດທະນາສາກົນອາເມຣິກາ ​ຫຼື USAID ໄດ້ເປີດຕົວໂຄງການໃໝ່ເພື່ອສ້າງຄວາມເຂັ້ມແຂງ ໃຫ້ແກ່ສະພາແຫ່ງຊາດ ແລະສະພາປະຊາຊົນ ໃນ ສປປ ລາວ ເມື່ອ​ວັນ​ທີ 6 ກັນຍາ 2022.

ໂຄງການສ້າງຂີດຄວາມສາມາດ ແລະປະສິດທິພາບຂອງສະພາປະຊາຊົນ ໃນ ສປປ ລາວ ຫຼື STEPS ເປັນໂຄງການ 5 ປີ ເລີ້ມ​ແຕ່ ​ປີ 2022 ຫາ 2026 ໃນທຶນຈໍານວນ 15 ລ້ານໂດລາ ຊຶ່ງ​ຈະຈັດຕັ້ງປະຕິບັດໂດຍອົງການສະຫະປະຊາຊາດເພື່ອການພັດທະນາ ຮ່ວມກັບສະພາແຫ່ງຊາດ ແລະໄດ້ຮັບການສະໜັບສະໜຸນຈາກອົງການພັດທະນາສາກົນອາເມຣິກາ.

ໂຄງການ STEPS ແມ່ນແນໃສ່ ເພື່ອເສີມຂະຫຍາຍຂີດຄວາມສາມາດຂອງສະພາປະຊາຊົນ ໃນ ສປປ ລາວ ເພື່ອເປັນຕົວແທນ ປະກອບສ່ວນ ແລະ ຕອບສະໜອງຄວາມຕ້ອງການຂອງປະຊາຊົນຢ່າງມີປະສິດທິພາບ. ໂຄງການດັ່ງກ່າວຈະໃຫ້ການສະໜັບສະໜຸນ ສະພາແຫ່ງຊາດ ແລະ ສະພາປະຊາຊົນແຂວງ ລວມທັງສະມາຊິກສະພາ ຄະນະກຳມາທິການ ແລະພະນັກງານ ເພື່ອເພີ່ມທະວີສິດອຳນາດໃນການປັບປຸງ ແລະ ຮັບຮອງນິຕິກຳ ຕິດຕາມກວດກາການປະຕິບັດແຜນການພັດທະນາເສດຖະກິດ-ສັງຄົມແຫ່ງຊາດແລະເປົ້າໝາຍການພັດທະນາແບບຍືນຍົງ ປັບປຸງ ແລະສ້າງຄວາມເຂົ້າໃຈກ່ຽວກັບຄວາມທ້າ ທາຍທີ່ມີໃນສັງຄົມ ແລະ ເສີມຂະຫຍາຍຄວາມຮັບຜິດຊອບ ຢ່າງກວມລວມ ແລະໂປ່ງໃສ ໃນ ສປປ ລາວ.

ທ່ານ ນາງ ປິ່ງຄຳ ລາຊະສິມມາ ເລຂາທິການສະພາແຫ່ງຊາດ ທ່ານ ດຣ. ປີເຕີ ເອັມ ເຮມ໋ອນ ເອກອັກຄະລັດຖະທູດສະຫະລັດອາເມຣິກາ ປະຈໍາ ສປປ ລາວ ແລະ ທ່ານ ນາງຄານນີ ວິຍາຣາຈາ ຜູ້ຊ່ວຍເລຂາທິການໃຫຍ່ ຜູ້ຊ່ວຍບໍລິຫານ ແລະ ຜູ້ອຳນວຍການອົງການສະຫະປະຊາຊາດເພື່ອການພັດທະນາ (UNDP) ປະຈຳພາກພື້ນເອ​ເຊຍ-ປາຊີຟິກ ໄດ້ເປີດຕົວໂຄງການດັ່ງກ່າວຢ່າງເປັນທາງການ ແລະມີຜູ້ເຂົ້າຮ່ວມຕາງໜ້າຈາກສະພາແຫ່ງຊາດ ກະຊວງການຕ່າງປະເທດ ຄູ່ຮ່ວມພັດທະນາ ແລະໜ່ວຍງານອົງການສະຫະປະຊາຊາດ.

“ຕາງໜ້າໃຫ້ກັບ ສະພາແຫ່ງຊາດ, ຂ້າພະເຈົ້າຂໍຂອບໃຈມາຍັງອົງການພັດທະ ນາສາກົນອາເມຣິກາ (USAID) ແລະອົງການສະຫະປະຊາຊາດເພື່ອການພັດ ທະນາ (UNDP) ທີ່ໄດ້ໃຫ້ຄໍາໝັ້ນສັນຍາເພື່ອຮັບປະກັນໃຫ້ລັດຖະສະພາ ໃນ ສປປ ລາວ ໄດ້ຮັບການສ້າງຕັ້ງ ທີ່ດີ ແລະ ມີປະສິດທິພາບຫຼາຍຂື້ນ ແລະ ພ້ອມທັງຮັດແໜ້ນສາຍພົວພັນລະຫວ່າງບັນດາສະມາຊິກສະພາໃຫ້ແໜ້ນແຟ້ນເພີ່ມຂື້ນອີກດ້ວຍ” ກ່າວໂດຍທ່ານນາງ ປິ່ງຄຳ ລາຊະສິມມາ ເລຂາທິການສະພາແຫ່ງຊາດ

“ລັດຖະບານສະຫະລັດອາເມຣິກາ ມີຄວາມພາກພູມໃຈທີ່ໄດ້ສະຫນັບສະຫນູນໂຄງການ STEPS ໃນການເປັນຄູ່ຮ່ວມມືກັບສະພາແຫ່ງຊາດ ແລະ UNDP. ພວກເຮົາຢາກໃຫ້ໂຄງການ STEPS ຊ່ວຍເພີ່ມຄວາມເຂັ້ມແຂງ ເພື່ອສ້າງຂີດຄວາມສາມາດໃຫ້ແກ່ສະພາແຫ່ງຊາດ ໃນການທົບທວນ ແລະ ອະນຸມັດຮ່າງກົດໝາຍ ວິເຄາະບັນຫາທີ່ສໍາຄັນຂອງປະເທດ ແລະ ສະຫນັບສະຫນູນການ ນໍາໃຊ້ເປົ້າໝາຍເພື່ອການພັດທະນາໃນ ສປປ ລາວ ” ກ່າວໂດຍທ່ານເອກອັກຄະລັດຖະທູດເຮມ໋ອນ.

ທ່ານນາງວິຍາຣາຈາ ໄດ້ກ່າວເຖິງບົດບາດສໍາຄັນ ຂອງສະພາປະຊາຊົນ ໂດຍສະເພາະໃນຊ່ວງເວລາທີ່ປະເທດພົບກັບຄວາມທ້າທາຍ ດັ່ງເຊັ່ນ “ສປປ ລາວ ທີ່ກຳລັງປະສົບກັບຜົນກະທົບທາງເສດຖະກິດ ແລະສັງຄົມທີ່ມີສາເຫດມາຈາກການປ່ຽນແປງຂອງດິນຟ້າອາກາດ ແລະ ພະຍາດໂຄວິດ 19ຈາກປະສົບການຂອງພວກເຮົາ ເມື່ອປະເທດປະສົບກັບບັນຫາດັ່ງກ່າວ ລັດຖະສະພາແແມ່ນມີບົດບາດສຳຄັນໃນການປະກອບສ່ວນແກ້ໄຂບັນຫາດັ່ງກ່າວ ອັນເປັນກາລະໂອ ກາດທີ່ເປີດກວ້າງໃຫ້ລັດຖະສະພາມີສ່ວນຮ່ວມຈາກການເປັນຜູ້ແທນປະຊາຊົນ. ຊຶ່ງຈະຊ່ວຍໃນການສ້າງສາຍພົວພັນອັນດີ ລະຫວ່າງ ສະມາຊິກຜູ້ແທນປະຊາ ຊົນ ແລະປະຊາຊົນຂອງພວກເຂົາ. ເຊິ່ງມັນສະແດງໃຫ້ເຫັນເຖິງຄວາມເອົາໃຈ ໃສ່ໃນການຮັບຟັງ ແລະເປັນກະບອກສຽງໃຫ້ກັບຊຸມຊົນ”

ໂຄງການ STEPS ໄດ້ໃຫ້ການສະໜັບສະໜຸນ ທັງ ສະພາແຫ່ງຊາດ ແລະ ສະພາປະຊາຊົນແຂວງເພື່ອເສີມຂະຫຍາຍໜ້າທີ່ຂອງພວກເຂົາ ໃນການເປັນ ຕົວແທນປະຊາຊົນ ຕິດຕາມກວດກາ ແລະສ້າງນິຕິກໍາ. ການສະໜັບສະໜຸນມີເປົ້າໝາຍ ເພື່ອສົ່ງເສີມສະພາປະຊາຊົນຂັ້ນແຂວງ ນັບຕັ້ງແຕ່ປີ 2016 ທີ່ພະຍາຍາມສົ່ງເສິມບັນດາສະພາປະຊາຊົນມີບົດບາດປະກອບສ່ວນໃນການຕັດສິນໃຈໃນລະດັບຂັ້ນເມືອງ ແລະຊຸມຊົນ.

ໂຄງການດັ່ງກ່າວ ຈະສ້າງຄວາມອາດສາມາດໃຫ້ແກ່ສະພາ ແລະສະມາຊິກ ເພື່ອເປັນຕົວແທນທີ່ເຂັ້ມແຂງ ໃຫ້ກັບປະຊາຊົນ ໂດຍສະເພາະ ແມ່ນແມ່ຍິງ ແລະກຸ່ມຄົນທີ່ດ້ອຍໂອກາດເພື່ອເຮັດວຽກຮ່ວມກັບລັດຖະບານໃນການຈັດສັນງົບປະມານ ແລະຂະບວນການສ້າງກົດໝາຍ.

ສະມາຊິກສະພາ ພະນັກງານ ແລະພາກສ່ວນສົ່ງເສີມບົດບາດຍິງຊາຍ ຈະໄດ້ຮັບການສະໜັບສະໜຸນ ໃນທຸກໆແຜນງານຂອງໂຄງການ ໃນການເສື່ອມສານວຽກງານຄວາມສະເໝີພາບທາງດ້ານບົດບາດຍິງຊາຍ ແລະ ການມີສ່ວນຮ່ວມໃນການສ້າງກົດໝາຍ ການຕິດຕາມກວດກາແລະການເປັນຕົວແທນທີ່ເຂັ້ມແຂງ ໃຫ້ກັບປະຊາຊົນ.

XS
SM
MD
LG