ສຽງຮ້ອງເຊຍ, ນໍ້າຕາ ແລະ ຄວາມຢ້ານກົວແມ່ນປະຕິກິລິຍາຂອງປະຊາຊົນໃນ ສະຫະລັດ ຕໍ່ຂ່າວທີ່ວ່າອະດີດຕຳຫຼວດນະຄອນ ມິນເນອາໂປລິສ ທ້າວ ເດເຣັກ ໂຊວິນ ໄດ້ຖືກຕັດສິນມີຄວາມຜິດ ໃນວັນອັງຄານວານນີ້ ສຳລັບການຕາຍຂອງທ້າວ ຈອຣຈ໌ ຟລອຍດ໌, ຜູ້ຊາຍຜິວດຳ, ຜູ້ທີ່ໄດ້ໝອບລົງ ແລະ ໃສ່ກັບມືເວລາທີ່ລາວໄດ້ເສຍຊີວິດ.
ໃນບາງໝູ່ບ້ານ ແລະ ຢູ່ຕາມທາງດ່ວນ, ປະຊາຊົນໄດ້ຖືປ້າຍຂຶ້ນເພື່ອສະເຫຼີມສະຫຼອງຄຳຕັດສິນໃນສາມຂໍ້ກ່າວຫາທີ່ເຊື່ອມໂຍງກັບການຕາຍຂອງ ທ້າວ ຟລອຍດ໌.
ບັນດາຜູ້ນຳຊຸມຊົນ ແລະ ນັກເຄື່ອນໄຫວຜູ້ທີ່ເວົ້າວ່າເຂົາເຈົ້າໄດ້ຕໍ່ສູ້ເພື່ອການປະຕິຮູບຕຳຫຼວດໃນ ສະຫະລັດ ນັ້ນເວົ້າວ່າ ຊ່ວງເວລາສຸດທ້າຍຂອງ ທ້າວ ຟລອຍດ, ໄດ້ຖືກຖ່າຍໄວ້ໃນວິດີໂອ, ແລະ ໄດ້ກະຕຸ້ນປະຊາຊົນທົ່ວໂລກ ກ່ຽວກັບ ບັນຫາຕ່າງໆຂອງເຊື້ອຊາດຜິວພັນ ແລະ ເຈົ້າໜ້າທີ່ບັງຄັບໃຊ້ກົດໝາຍ. ເຂົາເຈົ້າເວົ້າວ່າ ຄຳຕັດສິນທີ່ວ່ານັ້ນແມ່ນຊ່ວງເວລາທີ່ຈະຮັບຮູ້ເຖິງສິ່ງທີ່ປະຊາຊົນໄດ້ປະສົບ ແລະ ສິ່ງທີ່ຕ້ອງຖືກແກ້ໄຂ.
ອາຈານ ນາຈູມາ ສມິດທ໌ ພອລລາດ (Najuma Smith-Pollard), ຜູ້ສອນສາສະໜາໃນນະຄອນ ລອສ ແອນເຈີລິສ ໄດ້ກ່າວວ່າ ໂບດ ແລະ ອົງການຂອງລາວແມ່ນກຳລັງກະກຽມການເຕົ້າໂຮມກັນຫຼັງຈາກຄຳຕັດສິນ.
ອາຈານ ນາຈູມາ ກ່າວວ່າ “ນຶ່ງໃນຫຼາຍສິ່ງທີ່ພວກເຮົາຫວັງຈະບັນລຸແມ່ນການໃຊ້ໂອກາດນີ້, ໃຊ້ຊ່ວງເວລານີ້, ເພື່ອນຳເອົາຊຸມຊົນ, ການຊຸມນຸມ, ເອົາປະຊາຊົນມາຢູ່ທີ່ນີ້ນຳກັນໃນນະຄອນ ລອສ ແອນເຈີລິສ ສະນັ້ນ ພວກເຮົາຈຶ່ງສາມາດປົວແປງຄວາມເຈັບປວດ. ແຕ່ພ້ອມກັນນັ້ນໃຊ້ຊ່ວງເວລານີ້ເພື່ອເວົ້າ ກ່ຽວກັບ ພວກເຮົາຈະເຮັດຫຍັງຕໍ່ໄປຈາກຈຸດນີ້?”
ຫຼັງຈາກຄຳຕັດສິນໄດ້ຖືກປະກາດອອກມາ, ປະທານາທິບໍດີ ໂຈເຊັຟ ໄບເດັນ ໄດ້ໂທລະສັບໄປຫາຄອບຄົວຂອງທ້າວ ຟລອຍດ໌, ໂດຍອ້າງເຖິງຮອງປະທານາທິບໍດີ ຄາມາລາ ແຮຣິສ ແລະ ຕົວທ່ານເອງນັ້ນ, ທ່ານໄດ້ກ່າວວ່າ “ພວກເຮົາທຸກຄົນໂລ່ງໃຈຫຼາຍ.”
ກົມຕຳຫຼວດໃນທົ່ວ ສະຫະລັດ ແມ່ນໄດ້ກະກຽມສຳລັບການເຕົ້າໂຮມກັນ ແລະ ການປະທ້ວງ ດ້ວຍປະຊາຊົນບາງຄົນເປັນຫ່ວງວ່າ ການປະທ້ວງອາດນຳໄປສູ່ການປຸ້ນສະດົມ ແລະ ການປະເຊີນໜ້າກັບຕຳຫຼວດ.
ທ່ານນາງ ເບັດຊີ ສມິດທ໌, ໂຄສົກຂອງສະມາຄົມຕຳຫຼວດແຫ່ງຊາດ ໄດ້ກ່າວວ່າການຜັກດັນເພື່ອໃຫ້ມີການປ່ຽນແປງຕຳຫຼວດໃນ ສະຫະລັດ ຈະມີຜົນກະ ທົບຕໍ່ປະຊາຊົນ ໃນທີ່ສຸດ.