ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລົມພາຍຸ​​ Nate ກໍາລັງ​ມຸ້ງໜ້າ ພັດ​ເຂົ້າ​ມາ​ ​ໃນ​ແຜ່ນດິນ​ ຂອງສະຫະລັດ


ເຮືອນຊານໃນເມືອງ San Jose, ເກາະ Costa Rica ຖືກທໍາລາຍ ຍ້ອນດິນເຈື່ອນມາທັບ ໃນຂະນະທີ່ມີຝົນຕົກແຮງ ຍ້ອນມີລົມພາຍຸເຂດຮ້ອນ Nate ໄດ້ກະທົບໃສ່ເມືອງດັ່ງກ່າວ ໃນວັນທີ 5 ຕຸລາ, 2017.
ເຮືອນຊານໃນເມືອງ San Jose, ເກາະ Costa Rica ຖືກທໍາລາຍ ຍ້ອນດິນເຈື່ອນມາທັບ ໃນຂະນະທີ່ມີຝົນຕົກແຮງ ຍ້ອນມີລົມພາຍຸເຂດຮ້ອນ Nate ໄດ້ກະທົບໃສ່ເມືອງດັ່ງກ່າວ ໃນວັນທີ 5 ຕຸລາ, 2017.

ມີການຖິ້ມໂທດໃສ່​ ລົມພາຍຸເຂດ​ຮ້ອນ Nate ທີ່​ເຮັດ​ໃຫ້ 20 ກວ່າຄົນ​ເສຍ​ຊີວິດ ​ຢູ່​ທົ່ວ​ຂົງ​ເຂດທະວີບອາ​ເມຣິກາ​ກາງ ​ເຖິງ​ແມ່ນ​ວ່າ​ມັນຂ້ອນ​ຂ້າງ​ຈະມີ​ແລວ​ທາງ ​ມຸ້ງໜ້າພັດ​ເຂົ້າ​ມາໃນ​ແຜ່ນດິນ​ຂອງສະຫະລັດແບບພາຍຸ​ເຮີຣິ​ເຄນ ໃນ​ຊ່ວງ​ວັນ​ທ້າ​ຍສັບປະດາ​ນີ້ ກໍ​ຕາມ. ​

ສູນ​ກາງພາຍຸ​ເຮີຣິ​ເຄນແຫ່ງຊາດ​ເວົ້າ​ໃນ​ວັນ​ພະຫັດ​ວານ​ນີ້ວ່າ "ມີ​ການ​ທໍານາຍ​ຂອງ​ພະຍາ ກອນ​ອາກາດ​ວ່າ ລະບົບ​ລົມພາຍຸ​ດັ່ງກ່າວ ຈະ​ມີ​ຄວາມ​ແຮງ​ເພີ້ມຂຶ້ນຢູ່​ອ່າວເມັກ​ຊິ​ໂກ ​ແລະ​ສາມາດ ກາຍເປັນພາຍຸ​ເຮີຣິ​ເຄນທີ່ກະທົບ​ໃສ່​ພາກສ່ວນ​ຕ່າງໆ ​ໃນຊາຍ​ຝັ່ງທະ​ເລ​ຂອງ​ອ່າວ​ທີ່ຢູ່​ທາງ​ດ້ານ​ເໜືອ ​ໃນ​ວັນ​ທ້າຍ​ສັບປະດາ​ນີ້ ​ໂດຍ​ທີ່​ຈະ​ໄດ້ຮັບການກະທົບ​ໂດຍ​ກົງ​ຂອງ​ລົມ, ຄວາມ​ຜັນ​ຜວນ​ຂອງ​ພາຍຸ ​ແລະ​ຝົນ​ຕົກໜັກ. ແຕ່​ມັນ​ກໍ​ຍັງ​ໄວ​ເກີນ​ໄປ​ ທີ່​ຈະ​ບອກ​ໄດ້ຢ່າງ​ເຈາະ​ຈົງ​ວ່າ ການ​ກະທົບ​ເຫລົ່ານີ້​ຈະ​ມີຂຶ້ນ​ເວລາ​ໃດ, ຢູ່​ແຫ່ງ​ໃດ ຫລື ​ມີ​ຄວາມ​ແຮງ​ຫລາຍ​ປານ​ໃດ."

ຄາດ​ກັນ​ວ່າ ລົມພາຍຸ Nate ຈະໄປ​ເຖິງຊາຍ​ຝັ່ງທະ​ເລ​ດ້ານເໜືອຂອງ​ອ່າວເມັກຊິໂກ​ໂດຍ​ມີ​ຄວາມ​ແຮງ​ ເໝືອນກັນ​ກັບພາຍຸ​ເຮີຣິ​ເຄນ​ ໃນ​ວັນ​ທ້າຍ​ສັບປະດາ​ນີ້ ​ກ່ອນ​ຈະ​ພັດຂຶ້ນຝັ່ງ ຢູ່​ບ່ອນ​ໃດ​ບ່ອນ​ນຶ່ງ ​ລະຫວ່າງ​ພາກ​ຕາ​ເວັນ​ອອກສຽງ​ໃຕ້ ​ຂອງ​ລັດ Louisiana ​ແລະ​ເຂດ Panhandle ຫລື​ພາກ​ຕາ​ເວັນ​ຕົກສຽງ​ເໜືອຂອງ​ລັດ​ຟລໍ​ຣິດາ ໃນ​ຕອນ​ເຊົ້າໆຂອງ​ວັນ​ອາທິດນີ້.

ພວກ​ທີ່ຢູ່​ອາ​ໄສຢູ່​ໃນບາງເຂດ​ຂອງເມືອງ St. Bernard Parish ທີ່​ເປັນ​ເມືອງ​ຢູ່ແຄມ​ຝັ່ງ​ທະ​ເລ​ຂອງ​ລັດ Louisiana ຢູ່​ທາງ​ພາກ​ຕາ​ເວັນ​ອອກ​ຂອງ​ນະຄອນ New Orleans ໄດ້​ຖືກ​ສັ່ງ​ໃຫ້​ຍົກຍ້າຍໜີ ​ໃນ​ຂະນະ​ທີ່​ລັດ​ດັ່ງກ່າວກຽມພ້ອມ​ຮັບ​ມື​ກັບ​ລົມພາຍຸ Nate. ການ​ຍົກຍ້າຍຂອງ​ຄົນ ​ຢູ່​ນອກເຂດທີ່ມີລະບົບ​ຄູ​ປ້ອງ​ກັນ​ນໍ້າ​ຖ້ວມ​ ໃນເມືອງ​ດັ່ງກ່າວໄດ້​ກໍາ​ນົດ​ໃຫ້​ເລີ້ມຕົ້ນຂຶ້ນ​ໃນ​ຕອນ​ແລງ​ວັນ​ພະຫັດ​ມື້ນີ້.

ການ​ປະກາດ​ພາວະ​ສຸກ​ເສີນ​ໄດ້​ມີ​ຂຶ້ນຢູ່​ໃນ 29 ​ເມືອງໃນ​ລັດ​ຟລໍຣິດາ ​ແລະ​ໃນ​ນະຄອນ New Orleans.

​ເຖິງ​ແມ່ນ​ວ່າ​ໄພ​ຂົ່ມຂູ່​ຂອງ​ລົມພາຍຸ Nate ຫຍັບ​ໃກ້​ເຂົ້າມາ​ກໍ​ຕາມ ​ແຕ່​ໃນ​ຫລາຍໆເຂດ​ຂອງ​ສະຫະລັດ ​ຍັງ​ປະສົບ​ກັບ​ຄວາມ​ລໍາ​ບາກ ​ໃນ​ການ​ຟື້ນໂຕ​ຄືນ​ຈາກ​ລົມພາຍຸ​ທີ່​ເກີດ​ຂຶ້ນ​ເມື່ອບໍ່ດົນຜ່ານມານີ້.

ເບິ່ງຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG