ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ Natanyahu ຈະກ່າວເຖິງ ຄວາມ​ເປັນ​ຫ່ວງ ຕໍ່​ກອງ​ປະ​ຊຸມ ສປຊ (ວີ​ດີ​ໂອ)


Celebrations for the Albanian Prime Minister Edi Rama in Presevo
Celebrations for the Albanian Prime Minister Edi Rama in Presevo
ນາຍົກລັດຖະມົນຕີອິສຣາ​ແອ​ລ ທ່ານ Benjamin Netanya-
hu ຄາດ​ວ່າ​ຈະກ່າວ​ເຖິງຄວາມ​ເປັນ​ຫ່ວງ​ຂອງ​ທ່ານ ກ່ຽວ​ກັບ​
ໂຄງການ​ນິວ​ເຄລຍ ຂອງອີຣ່ານ ຢູ່​ໃນຄໍາປາ​ໄສຂອງ​ທ່ານ​ຕໍ່
ກອງ​ປະຊຸມ​ສະມັດຊາ​ໃຫຍ່ສະຫະ​ປະຊາ​ຊາດ ​ໃນ​ວັນ​ອັງຄານ​
ມື້ນີ້.

ທ່ານ Natanyahu ກ່າວ​ໃນ​ວັນ​ຈັນ​ວານ​ນີ້​ ຢູ່​ໃນ​ການພົບປະ
ກັບປະທານາ ທິບໍດີ Barack Obama ວ່າ ອີຣ່ານສົມຄວນ​
ທີ່ຈະ​ປະ​ເຊີນກັບ​ການ​ຖືກລົງ​ໂທດ​ໜັກຂື້ນຖ້າ​ອີຣ່ານຫາກຍັງ
ດຳເນີນ​ການ​ເພື່ອ​ສ້າງ​ຄວາມ​ກ້າວໜ້າ​ຕໍ່ໄປກ່ຽວ​ກັບ​ໂຄງການ
​ນິວເຄລຍຂອງ​ຕົນ​ໃນ​ຂະນະ​ທີ່​ເຈລະຈາກັບປະ​ເທດ​ຕາ​ເວັນຕົກ.

ຜູ້​ນໍາອິສຣາ​ແອ​ລ ຍັງ​ໄດ້ກ່າວ​ເນັ້ນ​ໜັກອີກ​ວ່າ ອີຣ່ານ​ຕ້ອງໄດ້
ຍົກ​ເລີກວຽກ​ງານ ​ໃດໆ​ກໍ​ຕາມທີ່​ລັກສະນະ​ທາງ​ທະຫານ​ ຢູ່​ໃນ
​ໂຄງການນິວ​ເຄລຍຂອງ​ຕົນ ຊຶ່ງອີ ຣ່ານໄດ້​ປະຕິ​ເສດ​ວ່າຕົນບໍ່​
ໄດ້​ຊອກສ​ະ​ແຫ​ວງຫານັ້ນ.

ທ່ານ Obama ກ່າວ​ວ່າ ອີຣ່ານ ຕ້ອງ​ພິສູດໃຫ້​ເຫັນ​ເຖິງ​ຄວາມ​ຈິງ​ໃຈ​ຂອງ​ຕົນ​ໂດຍ​ຜ່ານ​ການ
​ປະຕິບັດ​ງານ ກ່ອນ​ຈະ​ໄດ້​ຮັບ​ການ​ຜ່ອນຜັນ​ບັນ​ເທົາ​ກ່ຽວ​ກັບ​ການ ​ລົງ​ໂທດ ທີ່​ໄດ້​ມີ​ຜົນ​ບັງຄັບ​
ໃຊ້ ຫລັງ​ຈາກ​ອີຣ່ານ​ໄດ້​ທ້າທາຍ​ຕໍ່​ຄໍາ​ສັ່ງ​ໃຫ້ຢຸດ​ການ​ກັ່ນທາດ uranium.

ທ່ານກ່າວ​ວ່າ ປະ​ເທດ​ມະຫາ​ອໍານາດຂອງ​ໂລກ ຈະ​ເຈລະ ຈາ​ກັບອີຣ່ານ ​ແບບ “ຄິດອ່ານ
​ຢ່າງຮອບ​ຄອບ” ​ແລະ​ຈະ​ປຶກສາຫາລື​ຢ່າງ​ໃກ້ຊິດ​ກັບອິສຣາ​ແອ​ລ.

Netanyahu Tries to Deflate Iran's Charm Offensive
please wait

No media source currently available

0:00 0:02:27 0:00
ລິງໂດຍກົງ
XS
SM
MD
LG