ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອົງ​ການ NASA ຈະ​ພະ​ຍາ​ຍາມ​ສົ່ງ​ຍານ​ອະ​ວະ​ກາດ Boeing Starliner ຂຶ້ນ​ໄປ​ສະ​ຖາ​ນີ​ອະ​ວະ​ກາດ​ສາ​ກົນ​ເປັນ​ຄັ້ງ​ທີ​ສາມ


ຈະຫຼວດ Atlas V ຂອງ​ອົ​ງ​ການ​ພັນ​ທະ​ມິດ​ສົ່ງ​ຍານ​ອະ​ວະ​ກາດ ສະ​ຫະ​ລັດ ກັບ​ຍານ​ອະ​ວະ​ກາດ CST-100 Starliner ຂອ​ງ​ບໍ​ລິ​ສັດ Boeing ຕັ້ງ​ຢູ່​ຖານ​ປ່ອຍ​ຍານ​ອະ​ວະ​ກາດ​ຢູ່​ສູນ​ກາ​ງ​ອະ​ວະ​ກາດ ເຄັນ​ເນ​ດີ ໃນ​ເກາະ ເຄບ ຄາ​ນາ​ເວ​ຣອ​ລ, ລັດ ຟ​ລໍ​ຣິ​ດາ, 3 ມິ​ຖຸ​ນາ 2024.
ຈະຫຼວດ Atlas V ຂອງ​ອົ​ງ​ການ​ພັນ​ທະ​ມິດ​ສົ່ງ​ຍານ​ອະ​ວະ​ກາດ ສະ​ຫະ​ລັດ ກັບ​ຍານ​ອະ​ວະ​ກາດ CST-100 Starliner ຂອ​ງ​ບໍ​ລິ​ສັດ Boeing ຕັ້ງ​ຢູ່​ຖານ​ປ່ອຍ​ຍານ​ອະ​ວະ​ກາດ​ຢູ່​ສູນ​ກາ​ງ​ອະ​ວະ​ກາດ ເຄັນ​ເນ​ດີ ໃນ​ເກາະ ເຄບ ຄາ​ນາ​ເວ​ຣອ​ລ, ລັດ ຟ​ລໍ​ຣິ​ດາ, 3 ມິ​ຖຸ​ນາ 2024.

ອົງ​ການ​ອະ​ວະ​ກາດ ສະ​ຫະ​ລັດ NASA ຈະ​ພະ​ຍາ​ຍາມ​ອີກ​ຄັ້ງ​ນຶ່ງ​ໃນ​ວັນ​ພຸດມື້ນີ້ ເພື່ອ​ສົ່ງ​ນັກ​ບິນ​ອະ​ວະ​ກາດ​ສອງ​ຄົນ​ຂຶ້ນ​ໄປ​ສະ​ຖາ​ນີ​ອະ​ວະ​ກາດ​ສາ​ກົນຢູ່​ເທິງ​ຍານ​ອະ​ວະ​ກາດ​ລຳ​ໃໝ່​ຂອງ​ບໍ​ລິ​ສັດ Boeing Starliner.

ການ​ພະ​ຍາ​ຍາມ​ສອງ​ຄັ້ງ​ກ່ອນ​ໜ້ານີ້​ເພື່ອ​ສົ່ງ​ນັກ​ບິນ​ອະ​ວະ​ກາດ ສະ​ຫະ​ລັດ ທ່ານ ບັດ​ຈ໌ ວິ​ລ​ມໍ ແລະ ທ່າ​ນ​ນາງ ຊຸ​ນິ​ຕາ ວິ​ລ​ລຽມ​ສ໌ ຂຶ້ນ​ໄປ​ສະ​ຖາ​ນິ​ອະ​ວະ​ກາດສາ​ກົນ ໃນ​ຖ້ຽວ​ບິນ​ທຳ​ອິດ​ທີ່​ມີ​ນັກ​ບິນ​ຂອງ​ໂຄງ​ການ Starliner ແມ່ນ​ຖືກ​ຍົກ​ເລີກ​ກ່ອນ​ການ​ບິນ​ຂຶ້ນ. ທ່ານ ວິ​ລ​ມໍ ແລະ ທ່ານ​ນາງ ວິ​ລ​ລຽມ​ສ໌ ໄດ້​ເຂົ້າ​ໄປ​ໃນ​ຍານ​ເມື່ອ​ວັນ​ທີ 6 ພຶດ​ສະ​ພາ​ແລ້ວນີ້ ເວ​ລາ​ທີ່​ບັນ​ດາ​ເຈົ້າ​ໜ້າ​ທີ່​ຢູ່​ພື້ນ​ດິນ​ໄດ້​ລະ​ບຸ​ຄວາມ​ບົກ​ຜ່ອງ​ໃນ​ວາວ​ປ່ອຍ​ອົກ​ຊີ​ເຈນ​ຢູ່​ຂັ້ນ​ທີ​ສອງ​ຂອງ​ຈະຫຼວດ Atlas V. ການ​ຍົກ​ເລີກ​ຄັ້ງ​ທີ​ສອງ​ແມ່ນ​ໄດ້​ເກີດ​ຂຶ້ນ​ເມື່ອ​ວັນ​ເສົາ​ທີ່​ຜ່ານ​ມາ​ດ້ວຍ​ເວ​ລາບໍ່​ເຖິງ​ 4 ນາ​ທີ​ເທົ່າ​ນັ້ນ ກ່ອນ​ການ​ບິນ​ຂຶ້ນ​ຍ້ອນ​ຄວາມ​ລົ້ມ​ແຫຼວ​ທີ່​ປະ​ກອບ​ມີ​ລະ​ບົບ​ຄອ​ມ​ພິວ​ເຕີ​ທີ່​ຄວບ​ຄຸມ​ນາ​ທີ​ສຸດ​ທ້າຍ​ຂອງ​ການ​ນັບ​ຖອຍຫຼັງ.

ຖ້າ​ການ​ປ່ອຍ​ຂອງວັນ​ພຸດມື້ນີ້​ປະ​ສົບ​ຄວາມ​ສຳ​ເລັດ, ທ່ານ ວິ​ລ​ມໍ ແລະ ທ່ານ​ນາງ ວິ​ລ​ລຽມ ຈະ​ໃຊ້​ເວ​ລາ​ນຶ່ງວັນ​ບິນ​ໂຄ​ຈອນ​ກ່ອນ​ທີ່​ຈະ​ກັບ​ມາ ແລະ ຈອດ​ຢູ່​ທາງ​ເຂົ້າ​ຂອງ​ສະ​ຖາ​ນີ, ບ່ອນ​ທີ່​ເຂົາ​ເຈົ້າ​ຈະ​ໃຊ້​ເວ​ລາ​ປະ​ມານ​ນຶ່ງ​ອາ​ທິດ​ທົດ​ລອງ​ຍານ ແລະ ລະ​ບົບ​ສຳ​ຮອງ​ຂອງ​ມັນ.

ຖ້ຽວ​ບິນ​ດັ່ງ​ກ່າວ​ຈະ​ເປັນ​ການ​ທົດ​ລອງ​ຄັ້ງ​ສຸດ​ທ້າຍ​ກ່ອນ​ທີ່​ອົງ​ການ NASA ຈະ​ສາ​ມາດ​ຮັບ​ຮອງ​ໃຫ້​ບໍ​ລິ​ສັດ Boeing ດຳ​ເນີນ​ພາ​ລະ​ກິດໄປກັບຢ່າງເປັນ​ປະ​ຈຳຈາກ​ສະ​ຖາ​ນີ​ອະ​ວະ​ກາດ​ສຳ​ລັບ​ອົງ​ການ​ດັ່ງ​ກ່າວ.

ຖ້າ​ບໍ​ລິ​ສັດ Boeing ທົດ​ລອງ​ໄດ້​ຢ່າງ​ສຳ​ເລັດ, ເຂົາ​ເຈົ້າ​ຈະ​ກາຍ​ເປັນ​ທາງ​ເລືອກ​ທີ່​ເຊື່ອ​ຖື​ໄດ້ລາຍ​ທີ​ສອງ​ສຳ​ລັບ​ການ​ບິນ​ຂຶ້ນ​ໄປ​ອະ​ວະ​ກາດ​ດ້ວຍ​ມະ​ນຸດ ພ້ອມ​ກັບ​ຍານ​ອະ​ວະ​ກາດ SpaceX Dragon ຂອງ​ທ່ານ ອີ​ລອນ ມັ​ສ​ຄ໌. ບໍ​ລິ​ສັດ SpaceX ໄດ້​ນຳ​ສົ່ງ​ບັນ​ດາ​ນັກ​ບິນ​ອະ​ວະ​ກາດ​ຂອງ​ອົງ​ການ NASA ຂຶ້ນ​ໄປ ແລະ ລົງ​ມາ​ຈາກ​ສະ​ຖາ​ນີ​ອະ​ວະ​ກາດ​ສາ​ກົນ​ນັບ​ຕັ້ງ​ແຕ່​ປີ 2020 ເປັນ​ຕົ້ນ​ມາ.

ໂຄງ​ການ Starliner ໄດ້​ປະ​ສົບ​ກັບ​ຄວາມ​ລົ້ມ​ແຫຼວ ແລະ ການ​ເລື່ອນ​ເວ​ລາ​ທີ່​ມີ​ຄວາມ​ເສຍ​ຫາຍ​ລາ​ຄາ​ແພງ​ເປັນ​ເວລາຫຼາຍ​ປີ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG