ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນາຊາ ສຳຫຼວດເບິ່ງ ການປ່ຽນແປງ ດິນຟ້າອາກາດ ເທິງ ດາວພະອັງຄານ (ວີ​ດີ​ໂອ)


NASA to Look at Climate Change - On Mars
please wait

No media source currently available

0:00 0:01:33 0:00
ລິງໂດຍກົງ

ອົງການນາຊາ ສົ່ງ​ຍານ​ໄປ​ສຳ​ຫຼວດເບິ່ງ ການປ່ຽນແປງຂອງດິນຟ້າອາກາດ ເທິງດາວພະອັງຄານ

ອົງການ​ອະວະກາດ​ຫຼື NASA ສະຫະລັດ ຄາດ​ວ່າ​ຈະ​ສົ່ງ​ຍານ​ອະ
ວະກາດ orbitor ​ໄປຍັງ​ດາວ​ພະ​ອັງຄານ​ໃນ​ວັນ​ຈັນ​ມື້​ນີ້ ​ເພື່ອ​ໄປ​
ເບິ່ງ​ບັນຍາກາດ​ທາງເທິງຂອງ​ດາວນົບພະ​ເຄາະສີ​ແດງ​ນີ້.

ບັນດາ​ນັກວິທະຍາສາດ​ຫວັງ​ວ່າ ຍານ​ອະວະກາດ Marven ທີ່​ຫຍໍ້​ມາ​ຈາກ​ຄຳ​ວ່າ​ບັນຍາກາດ​ຂອງ​ດາວ​ພະ​ອັງຄານ​ກັບ​ວິວັດທະ​ນາ​ການ​ທີ່​ປ່ຽນ​ແປງ​ໄດ້​ງ່າຍ​ນັ້ນ ອາດສາມາດ​ຊ່ອຍ​ໃຫ້​ເຂົ້າ​ໃຈ​ໄດ້​ວ່າ ​ມີ​ຫຍັງ​ເກີດ​ຂຶ້ນ​ທີ່​ພາ​ໃຫ້ໜ່ວຍ​ໂລກ​ເສຍ​ນໍ້າ​ໃນ​ໜ້າດິນ ​ແລະ​ໃຫ້​ບັນຍາກາດ​ເບົາບາງ​ລົງ. ສາ​ເຫດ​ຕ່າງໆ​ຂອງ​ການ​ປ່ຽນ​ແປງ​ດິນ​ຟ້າ​ອາກາດ​ຢ່າງ​ຫຼວງ​ຫລາຍ​ເທິງ​ດາວ​ພະ​ອັງຄານ​ເປັນ​ຫຼາຍ​ຕື້​ປີ​ມາ ​ໂດຍ​ມີ​ນ້ຳ​ອຸ່ນ​ຢູ່ເທິງ​ໜ້າ​ດາວ​ດັ່ງກ່າວ ​ໄປເປັນທະ​ເລ​ຊາຍ​ທີ່​ໜາວ​ເຢັນ​ຂອງ​ໂລກ​ນັ້ນ ຍັງ​ບໍ່​ໄດ້ມີ​ການ​ສຶກສາ​ໃດໆ​ກ່ຽວ​ກັບ​ເລື້ອງ​ນີ້​ມາ​ກ່ອນ.

ການ​ສົ່ງ​ຍານ​ອະວະກາດ​ດັ່ງກ່າວ​ກຳນົດ​ຈະ​ສົ່ງ​ຂຶ້ນ​ຈາກ​ແຫຼມ Canaveral ທີ່ລັດ Florida ​ໃນ​ວັນ​ສຸກ​ສັບປະດາ​ນີ້ ​ແລະ​ພວກ​ພະຍາກອນ​ອາກາດ​ກ່າວ​ວ່າ 60 ​ເປີ​ເຊັນ​ຂອງ​ດິນຟ້າ​ອາກາດຈະ​ດີ ​ໃນ​ມື້​ນັ້ນ.

ຍານ​ອະວະກາດ Maven ຈະ​ບໍ່​ໄປ​ຮອດ​ວົງ​ໂຄຈອນ​ອ້ອມ​ດາວ​ພະ​ອັງຄານ​ຈົນ​ຮອດວັນ​ທີ 22 ​ເດືອນ​ກັນຍາ​ປີ 2014. ຫຼັງ​ຈາກ​ນັ້ນ​ຍານ​ທີ່​ມີ​ຂະໜາດ 2 ຈຸດ 5 ​ແມັດ​ກ້ອນ​ກໍຈະ​ເລີ້​ມພືປີກ​ພະ​ອາທິດ​ອອກ​ແລະເກັບ​ກຳເອົາຂໍ້​ມູນ​.

XS
SM
MD
LG