ນັກບິນອະວະກາດ 4 ຄົນ ກຳລັງເດີນທາງໄປ ສະຖານີອະວະກາດນາໆຊາດ ຫລັງຈາກຍານອະວະກາດ Crew Dragon ຂອງບໍລິສັດ SpaceX ໄດ້ຖືກສົ່ງໂດຍຈະຫຼວດຢ່າງສຳເລັດຜົນຂຶ້ນສູ່ວົງໂຄຈອນ.
ສະມາຊິກ 3 ຄົນຂອງສະຫະລັດ ແລະຄົນນຶ່ງມາຈາກຍີ່ປຸ່ນ ໃນຍານດັ່ງກ່າວແມ່ນຢູ່ໃນການປະຕິບັດງານແບບຫມູນວຽນລູກເຮືອ ຄັ້ງທຳອິດຂອງອົງການນາຊາ (NASA) ໂດຍນຳໃຊ້ຍານອະວະກາດທາງການຄ້າ.
ພວກເຂົາເຈົ້າມີກຳນົດໄປຮອດສະຖານີອາວະກາດນາໆຊາດ ໃນຕອນແລງວັນຈັນມື້ນີ້, ໄປເຂົ້າຮ່ວມກັບຊາວຣັດເຊຍ 2 ຄົນແລະຊາວອາເມຣິກັນ 1 ຄົນ ທີ່ບິນໄປທີ່ນັ້ນ ໃນເດືອນແລ້ວນີ້ຈາກກາຊັກສະຖານ.
ຜູ້ບັນຊາການໄມຄ໌ ຮອບຄິນສ໌ (Mike Hopkins), ກ່າວກ່ອນຈະຫລວດ ຈະທະຍານຂຶ້ນວ່າ “ໂດຍການເຮັດວຽກຮ່ວມກັນໃນຊ່ວງເວລາທີ່ຫຍຸ້ງຍາກນີ້, ທ່ານໄດ້ດົນບັນດານໃຈຄົນໃນຊາດ, ໃນໂລກແລະບໍ່ຢູ່ໃນສ່ວນນ້ອຍເລີຍ ຍານອະວະ ກາດທີ່ໜ້າເຫລືອເຊື່ອ ປັບປ່ຽນໄດ້ນີ້”.
ຮອງປະທານາທິບໍດີສະຫະລັດທ່ານໄມຄ໌ ເພັນສ໌ (Mike Pence) ໄດ້ເດີນທາງໄປລັດຟລໍຣິດາເພື່ອເຂົ້າຮ່ວມກັບຜູ້ບໍລິຫານອົງການ NASA ທ່ານຈິມ ໄບຣເດັນສຕິນ (Jim Bridenstine), ເພື່ອເບິ່ງການຍິງຈະຫລວດດັ່ງກ່າວຂຶ້ນໃນວັນອາທິດວານນີ້.
ທ່ານເພັນສ໌ (Pence) ກ່າວໃນລະຫວ່າງທີ່ຢຸດແວ່ ຢູ່ສູນຄວບຄຸມການຍິງຈະຫລວດຂອງບໍລິສັດ SpaceX ເພື່ອກ່າວຊົມເຊີຍພວກພະນັກງານວ່າ “ຂ້າພະ ເຈົ້າບໍ່ໄດ້ເລີ່ມຫາຍໃຈຈົນກວ່າຮອດປະມານນຶ່ງນາທີຫລັງຈາກມັນຂຶ້ນໄປແລ້ວ.”
ໃນຊ່ວງເວລາທີ່ພວກເພິ່ນຢູ່ສະຖານີອະວະກາດດັ່ງກ່າວ, ສະມາຊິກລູກເຮືອຈະດຳເນີນການທົດລອງວິທະຍາສາດຫຼາຍໆຢ່າງ, ລວມທັງການປູກຫົວຣາດິສ ແລະການນຳໃຊ້ສະພາວະໄຮ້ນໍາໜັກ ເພື່ອທົດລອງໃຊ້ຢາປົວໂຣກເລືອດຈາງ ຫລື leukemia. ພວກເຂົາເຈົ້າຍັງຈະນຳເອົາຫ້ອງນໍ້າທີ່ອອກແບບມາໃໝ່ທີ່ອົງການ NASA ກ່າວວ່າ ຈະຊ່ວຍໃນການກຽມພ້ອມສຳລັບພາລະກິດໄປສູ່ດວງຈັນແລະດາວອັງຄານໃນອະນາຄົດ.