ອົງການອະວະກາດຂອງສະຫະລັດ ຫຼື NASA ຈະເປີດບາງພາກສ່ວນຂອງສະຖານີອະວະກາດນາໆຊາດໃຫ້ແກ່ວົງການທຸລະກິດ ອີງຕາມການປະກາດໃນວັນສຸກວານນີ້ ໂດຍຈະອະນຸຍາດໃຫ້ບໍລິສັດຕ່າງໆໃຊ້ສະຖານທີ່ເທິງສະຖານີອະວະກາດໃນຫຼາຍໆທາງ ຮວມທັງການປະຕິບັດງານຂອງນັກບິນອະວະກາດເອກກະຊົນນຳດ້ວຍ.
ອົງການອະວະກາດຂອງສະຫະລັດ ໄດ້ຂັດຂວາງຕໍ່ບໍລິສັດເອກກະຊົນໃນໄລຍະຜ່ານມາ ແຕ່ຕົ້ນທຶນໃນການປະຕິບັດງານ ຢູ່ເທິງສະຖານີອະວະກາດນາໆຊາດຊຶ່ງເປັນລາຍຈ່າຍທີ່ຫຼາຍທີ່ສຸດຂອງອົງການດັ່ງກ່າວ ປັດຈຸບັນນີ້ແມ່ນຢູ່ໃນລະດັບ 3 ຫາ 4 ຕື້ໂດລາຕໍ່ປີ ຫຼືຫຼາຍກວ່າ 8 ລ້ານໂດລາຕໍ່ມື້. ພວກຜູ້ນຳຂອງອົງການ NASA ໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງວ່າ ອົງການດັ່ງກ່າວຢາກຈະໂອນການຄວບຄຸມສະຖານີອະວະກາດ ແລະຂົງເຂດອະວະກາດ ການໂຄຈອນອ້ອມໂລກໃນລະດັບຕ່ຳ ໃນທີ່ສຸດນັ້ນ ໄປໃຫ້ພາກສ່ວນເອກກະຊົນ.
ທ່ານໄມຄ໌ ຣີດ ຜູ້ຈັດການດ້ານກ່ຽວກັບການນຳໃຊ້ສະຖານທີ່ໃນອະວະກາດ ທີ່ສູນກາງອະວະກາດຈອນສັນ ຂອງອົງການ NASA ກ່າວຕໍ່ວີໂອເອວ່າ “ສິ່ງດັ່ງກ່າວນີ້ກໍຄື ການລົງທຶນໃນອະນາຄົດ ໃນຄວາມຮຽກຮ້ອງຕ້ອງການ ສຳລັບການໂຄຈອນອ້ອມໂລກໃນລະດັບຕ່ຳ. ສິ່ງທີ່ພວກເຮົາຕ້ອງການຢາກຈະເຮັດ ກໍຄືນຳໃຊ້ສະຖານີອະວະກາດແລະພະຍາຍາມຊຸກຍູ້ໃຫ້ປະເທດອື່ນໆ ນຳໃຊ້ຕົວແບບທຸລະກິດ… ໃນຂະນະທີ່ພວກເຮົາມີພື້ນຖານໂຄງລ່າງເທິງສະຖານີອະວະກາດ.”
ໂດຍການມອບໂອນສະຖານີອະວະກາດນາໆຊາດໃຫ້ແກ່ບໍລິສັດການຄ້ານັ້ນ ອົງການ NASA ຈະມີເງິນຕື່ມຂຶ້ນ ເພື່ອນຳໃຊ້ໃນການປະຕິບັດງານ ທີ່ມີຄວາມໄຝ່ຝັນສູງຕ່າງໆ ເຊັ່ນສ້າງສະຖານີອະວະກາດໃໝ່ຢູ່ອ້ອມດວງຈັນ ແລະສົ່ງມະນຸດກັບໄປລົງທີ່ດວງຈັນຄືນອີກ.
ໃນທ້າຍປີ 2018 ອົງການ NASA ໄດ້ເລືອກເອົາ 12 ບໍລິສັດ ເພື່ອໄປສຶກສາເບິ່ງຄວາມເປັນໄປໄດ້ ກ່ຽວກັບການຂະຫຍາຍເສດຖະກິດໃນການໂຄຈອນອ້ອມໂລກລະດັບຕ່ຳ ແລະຈະກະຕຸກຊຸກຍູ້ແບບໃດ ຈຶ່ງຈະດີທີ່ສຸດ ຕໍ່ຄວາມຮຽກຮ້ອງຕ້ອງການສຳລັບຖ້ຽວບິນອະວະກາດທີ່ມີມະນຸດ. (ການໂຄຈອນອ້ອມໂລກໃນລະດັບຕ່ຳ ແມ່ນຢູ່ໃນລະດັບທີ່ຕ່ຳກວ່າ 2 ພັນກິໂລແມັດ.)