ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ນາ​ຊາ ເປີດ​ເຜີຍ​ຕົວ​ຢ່າງ​ຝຸ່ນ​ ແລະ​ກ້ອນ​​ຫີນ ຊຸດ​ທຳ​ອິດ ຈາກ​ດາວ​ເຄາະ​ນ້ອຍທີ່​ສົ່ງ​ກັບ​ມາ​ໂດຍ​ຍາ​ນ​ອະ​ວະ​ກາດ


​ຮູບນີ້ ທີ່​ສະ​ໜອງ​ໂດຍອ​ົງ​ການ​ນາ​ຊາ ເມື່ອ​ວັນ​ທີ 11 ຕຸ​ລາ 2023 ສະ​ແດງ​ໃຫ້​ເຫັນ​ຂ້າງນອກ ຂອງ​ເຄື່ອງ​ເກັບ​ຕົວ​ຢ່າງ ຝຸ່ນ​ແລະ​ກ້ອນ​ຫີນ Osiris-Rex ຈາກ​ດາວ​ເຄາະ​ນ້ອຍ ເບັນ​ນູ (Bennu). ຕົວ​ຢ່າງ​ສ່ວນ​ໃຫຍ່​ແມ່ນ​ຢູ່​ຂ້າງ​ໃນ. (NASA via AP)
​ຮູບນີ້ ທີ່​ສະ​ໜອງ​ໂດຍອ​ົງ​ການ​ນາ​ຊາ ເມື່ອ​ວັນ​ທີ 11 ຕຸ​ລາ 2023 ສະ​ແດງ​ໃຫ້​ເຫັນ​ຂ້າງນອກ ຂອງ​ເຄື່ອງ​ເກັບ​ຕົວ​ຢ່າງ ຝຸ່ນ​ແລະ​ກ້ອນ​ຫີນ Osiris-Rex ຈາກ​ດາວ​ເຄາະ​ນ້ອຍ ເບັນ​ນູ (Bennu). ຕົວ​ຢ່າງ​ສ່ວນ​ໃຫຍ່​ແມ່ນ​ຢູ່​ຂ້າງ​ໃນ. (NASA via AP)

ອົງ​ການ​ອະ​ວະ​ກາດ ​ຫຼື​ນາ​ຊາ​ຂອງ​ສະ​ຫະ​ລັດ ພວມ​ນຳ​ເອົາ​ຕົວ​ຢ່າງ​ດິນ​ຈາກ​ດາວ​ເຄາະ​ນ້ອຍ​ທີ່​ໄດ້​ຮັບ​ຈາກ​ຍານ​ອະ​ວະ​ກາດ​ເມື່ອ​ເດືອນ​ແລ້ວນີ້ອອກມາ​ໃຫ້​ເບິ່ງ ອີງ​ຕາມ​ລາຍ​ງານ​ຂອງ​ອົງ​ການ​ຂ່າວ​ເອ​ພີ.

ພວກ​ນັກ​ວິ​ທະ​ຍາ​ສາດ​ແລະ​ຜູ້​ນຳ​ອົງ​ການ​ອະ​ວະ​ກາດ​ສະ​ຫະ​ລັດ​ເຂົ້າ​ຮ່ວມ​ໃນ​ການ​ເປີດ​ເຜີຍຄັ້ງ​ໃຫຍ່ ​ທີ່​ສູນ​ກາງ​ອະ​ວະ​ກາດ​ຈອນ​ສັນ ໃນ​ນະ​ຄອນ​ຮຸ​ສ​ຕັນ ເມື່ອ​ວັນ​ພຸດ​ວານນີ້.

ຝຸ່ນ​ແລະ​ກ້ອນ​ຫີນ​ສີ​ດຳດຶກ​ດຳ​ບັນ​ເຫຼົ່າ​ນີ້​ ແມ່ນ​ມາ​ຈາກ​ດາວ​ເຄາະ​ນ້ອຍ​ທີ່​ອຸ​ດົມ​ສົມ​ບູນໄປ​ດ້ວຍ​ທາດ​ຄາ​ບອນ ຊື່​ວ່າ ເບັນ​ນູ ຊຶ່ງ​ຢູ່​ຫ່າງ​ອອກ​ໄປ ປະ​ມານ 60 ລ້ານ​ໄມລ໌ ຫຼື​ 90 ກວ່າ​ລ້ານ​ກິ​ໂລ​ແມັດ.

ຍານ​ອະ​ວະ​ກາດ​ຂອງ​ອົງ​ການ​ນາ​ຊາ ໄດ້​ລົງ​ໄປຕັກເອົາ​ຕົວ​ຢ່າງ​ຝຸ່ນ​ແລະ​ກ້ອນ​ຫີນ​ເຫຼົ່າ​ນີ້​ເມື່ອ 3 ປີ​ກ່ອນ​ແລະ​ຫຼັງ​ຈາກນັ້ນ​ກໍ​ໄດ້​ຖິ້ມ​ລົງ​ມາ​ໃນ​ລະ​ຫວ່າງ​ບິນ​ຜ່ານ​ໂລກ​ເມື່ອ​ເດືອນ​ແລ້ວນີ້.

ພວກ​ນັກ​ວິ​ທະ​ຍາ​ສາດ​ຄາດ​ວ່າ ​ຈະ​ໄດ້​ຮັບຕົວ​ຢ່າງ​ຝຸ່ນແລະ​ກ້ອນ​ຫິນ​ ຢ່າງ​ໜ້ອຍ 1 ຈອກ​ຊຶ່ງນັບ​ເປັນ​ເທື່ອ​ທຳ​ອິດ​ທີ່​ໄດ້​ນຳ​ມາ​ຈາກ​ດາວ​ເຄາະ​ນ້ອຍ. ພວກ​ເຂົາ​ເຈົ້າ​ຍັງ​ບໍ່​ແນ່​ເທື່ອ​ວ່າ ​ຍານ​ອະ​ວະ​ກາດ ​ໄດ້​ນຳ​ກັບ​ມາ​ຫຼາຍ​ປານ​ໃດ​ ຍ້ອນ​ວ່າ​ຕົວ​ຢ່າງ​ຝຸ່ນ​ແລະ​ຫີນດັ່ງ​ກ່າວນີ້ ຍັງ​ບໍ່​ທັນ​ເປີດ​ເທື່ອ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG