ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການ​ສົ່ງ​ຈະ​ຫຼວດ​ຂອງອົງການ NASA ໄປດວງເດືອນ ຍັງ​ຈະ​ມີ​ຂຶ້ນ​ຕາມ​ໝາຍ​ກຳ​ນົດ​ການ


ແຟ້ມຮູບ-ຍານອະວະກາດທີ່ຈະສົ່ງໄປດວງເດືອນ ຂອງອົງການ NASA
ແຟ້ມຮູບ-ຍານອະວະກາດທີ່ຈະສົ່ງໄປດວງເດືອນ ຂອງອົງການ NASA

ອົງການອະ​ວະ​ກາດ ຫຼື​ NASA ຂອງສະຫະລັດ ກ່າວວ່າ ພວກເຂົາເຈົ້າພ້ອມແລ້ວທີ່ຈະປ່ອຍຈະ​ຫຼວດທີ່ມີພະລັງແຮງທີ່ສຸດເທົ່າທີ່ເຄີຍມີມາຂອງພວກເຂົາ​ເຈົ້າ ພ້ອມດ້ວຍຍານ​ອະ​ວະ​ກາດ​ຊະ​ນິດໃໝ່ສຳ​ລັບ​ນັກ​ບິນ​ອະ​ວະ​ກາດ ໃນວັນຈັນມື້ນີ້ ໃນການທົດລອງລະບົບຕ່າງໆ ທີ່ພວກເຂົາເຈົ້າຈະນຳ​ໃຊ້ ເພື່ອສົ່ງມະນຸດກັບຄືນໄປດວງເດືອນອີກຄັ້ງ.

ການ​ສົ່ງລະບົບ​ຈະ​ຫຼວດດັ່ງ​ກ່າວ ມີ​ກຳ​ນົດ ​ຈະ​ທະ​ຍານ​ຂຶ້​ນ​ສູ່​ທ້ອງ​ຟ້າ ​ພ້ອມ​ກັບຍານໂອຣຽນ (Orion) ໂດຍຈະບໍ່ມີຄົນຂັບ ຢູ່ໃນຍານອະວະກາດ ສຳ​ລັບ​ຖ້ຽວ​ບິນນີ້. ຍານອະວະກາດໂອຣຽນ ມີກໍານົດທີ່ຈະບິນໄປອ້ອມຮອບ ບໍລິເວນດວງເດືອນ ແລະກໍກັບຄືນມາໂລກຂອງ​ເຮົາ, ເຊິ່ງໃຊ້ເວລາໃນການເດີນທາງທັງໝົດປະມານ 6 ອາທິດ.

ຖ້າຫາກປະສົບຄວາມສໍາເລັດ, ອົງການ NASA ມີແຜນທີ່ຈະສົ່ງນັກບິນອະວະ ກາດ ບິນໄປ​ອ້ອມດວງເດືອນ ປະມານປີ 2024 ແລະມີຄວາມເປັນໄປໄດ້ທີ່ຈະສົ່ງພວກເຂົາເຈົ້າ ລົງໄປໜ້າດວງເດືອນ ໃນຊ່ວງຕົ້ນປີ 2025.

ອົງການ NASA ກ່າວວ່າ ອາກາດມີສະພາບທີ່ເໝາະສົມ ໃນການປ່ອຍຍານອະວະກາດໃນວັນຈັນມື້ນີ້ປະມານ 80 ເປີເຊັນ. ຖ້າອາກາດມີສະພາບທີ່ບໍ່​ເອື້ອ ອໍານວຍ, ອາດຈະພະຍາມຍາມປ່ອຍຍານອະວະກາດອີກຄັ້ງໃນວັນສຸກທີ່ຈະມາເຖິງນີ້.

ໃນການປ່ອຍຍານອະວະກາດໃນຄັ້ງນີ້ ເປັນສ່ວນນຶ່ງຂອງໂຄງການ Artemis ຂອງອົງການ NASA, ໂດຍມີເປົ້າໝາຍທີ່ຈະເຮັດໃຫ້ນັກບິນອະວະກາດໄດ້ລົງໄປຍ່າງຢູ່ເທິງໜ້າດວງເດືອນເປັນເທື່ອທໍາອິດ ນັບຕັ້ງແຕ່ປີ 1972 ເປັນຕົ້ນມາ, ລວມມີທັງນັກ​ບິນ​ອະ​ວະ​ກາດແມ່ຍິງ ແລະຜິວ​ດຳຄົນທໍາອິດ ໃນການປະຕິບັດງານດັ່ງ​ກ່າວ.

ອົງການ NASA ຍັງມີແຜນທີ່ຈະຕັ້ງຖານຢູ່ເທິງດວງຈັນ ເຊິ່ງເປັນສ່ວນນຶ່ງຂອງໂຄງການ Artemis ເຊັ່ນດຽວກັນ, ແລະພວກເຂົາເຈົ້າຍັງກ່າວອີກວ່າ ຈະໃຊ້ໃນສິ່ງທີ່ຮຽນຮູ້ມາ​ປະ​ກອບ​ສ່ວນ​ໃນຄວາມພະຍາຍາມເພື່ອ​ສົ່ງ​ນັກບິນອະວະກາດ ຈຸທໍາອິດໄປດາວ​ພະອັງຄານ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG