ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ນັກວິທະຍາສາດ ຂອງອົງການນາຊາ ຢາກຈະກັບຄືນມາ ສະຫະລັດ ຫຼັງຈາກຖືກປ່ອຍ ອອກຈາກຄຸກ ເທີກີ


Freed from Turkish Jail, NASA Scientist Wants to Return to US, Job
please wait

No media source currently available

0:00 0:03:34 0:00

ທ່ານເຊີຄານ ໂກລ​ຈ໌, ໄດ້ຮັບສັນຊາດ ເປັນພົນລະເມືອງ ຂອງສຫະລັດ ໄດ້ຖືກປ່ອຍອອກຈາກຄຸກ ຂອງເທີກີ ຫຼັງຈາກປະທານາທິບໍດີ ໂອ້ລົມກັບປະທານາທິບໍດີ ເທີກີ ທາງໂທລະສັບ.

ນັກວິທະຍາສາດ ຊາວອາເມຣິກັນ ເຊື້ອສາຍເທີກີ ຜູ້ທີ່ໄດ້ຖືກປ່ອຍໂຕ ເມື່ອບໍ່ດົນມານີ້
ອອກຈາກການຕິດຄຸກຢູ່ໃນເທີກີເປັນ​ເວ​ລາສາມປີ ໄດ້ກ່າວໃນວັນສຸກວານ ນີ້ວ່າ ທ່ານ
ຢາກຈະກັບຄືນມາຍັງສະຫະລັດ ແລະວຽກງານທີ່ທ່ານເຄີຍເຮັດ ຢູ່ທີ່ ອົງການອະວະ-
ກາດແຫ່ງຊາ ຫຼື NASA ຂອງສະຫະລັດ. ທ່ານເຊີຄານ ໂກລຈ໌ ຜູ້ທີ່ໄດ້ຮັບສັນຊາດ ເປັນ
ພົນລະເມືອງສະຫະລັດ ໄດ້ຖືກປ່ອຍໂຕໃນວັນພຸດຜ່ານ ມາ ບໍ່ດົນຫຼັງຈາກທີ່ ປະທານາ
ທິບໍດີ ສະຫະລັດ ທ່ານດໍໂນລ ທຣຳ ແລະປະທາ ນາທິບໍດີ ເທີກີ ທ່ານລີເສບ ໄຕຢິບ
ເອີໂດອານ ໄດ້ລົມກັນທາງໂທລະສັບ.

ທ່ານໂກລຈ໌ ໃນເວລານີ້ ແມ່ນໄດ້ຖືກຕິດຕາມເບິ່ງການປະພຶດ ແລະໄດ້ໄປອາໄສຢູ່ບ້ານ
ຂອງຄອບຄົວທ່ານ ໃນເມືອງອານຕາເຄຍ ຕັ້ງຢູ່ທາງພາກໃຕ້ຂອງ ເທີກີ ໃກ້ໆຊາຍແດນ
ຕິດກັບຊີເຣຍ.

ທ່ານໂກລຈ໌ ໄດ້ບອກວີໂອເອໃນວັນສຸກວານນີ້ ລະຫວ່າງການສຳພາດຢູ່ທີ່ບ້ານ ຂອງ
ທ່ານວ່າ ໃນເງື່ອນໄຂຂອງການປ່ອຍໂຕນັ້ນ ທ່ານຖືກຫ້າມບໍ່ໃຫ້ກັບຄືນມາຍັງສະຫະລັດ.
ທ່ານໂກລຈ໌ ກ່າວວ່າ “ດຽວນີ້ຂ້າພະເຈົ້າຢູ່ໃນຖານະໄດ້ຮັບການ ອະນຸມັດໃຫ້ໄປຢູ່ບ້ານ”
ທ່ານອະທິບາຍວ່າ ທ່ານຕ້ອງໄດ້ “ໄປກົມຕຳຫຼວດໃນ ທ້ອງຖິ່ນ 4 ມື້ຕໍ່ທິດ.”

ນັກສອນສາສະໜາ ມຸສລິມ ຟາທູລາ ກູເລນ ກ່າວຕໍ່ບັນດາສະມາຊິກຂອງສື່ມວນຊົນ ຢູ່ທີ່ສະຖານທີ່ພັກຂອງທ່ານ, ໃນເມືອງ ເຊເລີສເບີກ ລັດເພັນຊີບເວເນຍ, ເດືອນກໍລະກົດ 2016.
ນັກສອນສາສະໜາ ມຸສລິມ ຟາທູລາ ກູເລນ ກ່າວຕໍ່ບັນດາສະມາຊິກຂອງສື່ມວນຊົນ ຢູ່ທີ່ສະຖານທີ່ພັກຂອງທ່ານ, ໃນເມືອງ ເຊເລີສເບີກ ລັດເພັນຊີບເວເນຍ, ເດືອນກໍລະກົດ 2016.

ທ່ານໂກລຈ໌ ໄດ້ກ່າວວ່າ ໜັງສືເດີນທາງຂອງທ່ານ ໄດ້ຖືກສົ່ງຄືນໃຫ້ທ່ານ ແຕ່ໄດ້ກ່າວ
ວ່າ ທ່ານບໍ່ຢາກຈະລະເມີດເງື່ອນໄຂຂອງການຕິດຕາມເບິ່ງການປະພຶດ ໂດຍການອອກ ໄປຈາກປະເທດ. ທ່ານກ່າວອີກວ່າ “ຂ້າພະເຈົ້າບໍ່ເຄີຍລະເມີດ ກົດໝາຍໃດໆໃນຊີວິດ
ຂອງຂ້າພະເຈົ້າ ທັງຢູ່ໃນເທີກີ ຫຼື ໃນສະຫະລັດ. ຂ້າພະເຈົ້າ ແມ່ນກະທັງບໍ່ເຄີຍໄດ້ ຮັບການປັບໃໝເລີຍ ໃນການສັນຈອນ.”

ປະທານາທິບໍດີ ດໍໂນລ ທຣຳ, ຊ້າຍ, ລົມກັບ ປະທານາທິບໍດີ ເທີກີ ທ່ານລີເຊັບ ໄຕຢິບ ເອີໂດອານ, ຂວາ, ໃນຂະນະທີພວກເພິ່ນ ທ່ຽວຊົມ ສຳນັກງານໃຫຍ່ຫຼັງໃໝ່ຂອງອົງການ NATOໃນນະຄອນຫຼວງ ບຣັສໂຊລ, ວັນທີ 11 ກໍລະກົດ 2018.
ປະທານາທິບໍດີ ດໍໂນລ ທຣຳ, ຊ້າຍ, ລົມກັບ ປະທານາທິບໍດີ ເທີກີ ທ່ານລີເຊັບ ໄຕຢິບ ເອີໂດອານ, ຂວາ, ໃນຂະນະທີພວກເພິ່ນ ທ່ຽວຊົມ ສຳນັກງານໃຫຍ່ຫຼັງໃໝ່ຂອງອົງການ NATOໃນນະຄອນຫຼວງ ບຣັສໂຊລ, ວັນທີ 11 ກໍລະກົດ 2018.

ທ່ານໂກລຈ໌ ແມ່ນໄດ້ລາພັກເພື່ອໄປຢ້ຽມຢາມຄອບຄົວຢູ່ພາກໃຕ້ຂອງເທີກີ ໃນເວລາ
ນັ້ນ ທ່ານໄດ້ຖືກຈັບກຸມເມື່ອເດືອນກໍລະກົດ ປີ 2016 ພາກຫຼັງຈາກເກີດການກໍ່ລັດ-
ຖະປະຫານຕໍ່ປະທານາທິບໍດີ ເອີໂດອານ ທີ່ລົ້ມແຫຼວນັ້ນ.

ເທີກີ ໄດ້ຖິ້ມໂທດໃສ່ພວກສະໜັບສະໜຸນ ນັກສອນສາສະໜາມຸສລິມ ກູເລນ ຜູ້ທີ່ຂໍ
ລີ້ໄພຢູ່ໃນສະຫະລັດ ແລະທາງການຂອງເທີກີ ໄດ້ກ່າວຟ້ອງ ທ່ານໂກລຈ໌ ໃນຖານມີ
ການພົວພັນກັບທ່ານກູເລນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG