ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ອົງການນາຊາ ສົ່ງລົດສໍາຫຼວດ ໄປດາວພະອັງຄານ (ເບິ່ງວີດີໂອແລະສະໄລດ໌)


ລົດສຳຫຼວດດາວພະອັງຄານ Curiosity
ລົດສຳຫຼວດດາວພະອັງຄານ Curiosity

ອົງການອະວະກາດຂອງສະຫະລັດຫຼື NASA ມີກຳນົດທີ່ຈະສົ່ງລົດສຳຫຼວດດາວພະອັງຄານ
ຫຼື Mars rover ຮຸ້ນໃໝ່ສຸດໄປຍັງດາວພະອັງຄານ ໃນການປະຕິບັດງານເປັນເວລາ 2 ປີ
ເພື່ອຊອກຄົ້ນຫາບ່ອນທີ່ສິ່ງທີ່ມີຊີວິດອາດຈະອາໄສຢູ່ເທິງດາວນົບພະເຄາະ ທີ່ເບິ່ງຈາກໄລຍະ
ໄກເປັນສີແດງດັ່ງກ່າວ.

ລົດສຳຫຼວດ ຫຼືຫ້ອງທົດລອງດາວພະອັງຄານມູນຄ່າ 2 ພັນ 500 ລ້ານໂດລາຂອງອົງການ
NASA ທີ່ຮູ້ກັນໃນນາມ Curiosity ນັ້ນຈະຖືກສົ່ງຂຶ້ນຈາກແຫຼມ Canaveral ໃນລັດຟລໍຣິ ດາໂດຍຈະຫຼວດທີ່ບໍ່ມີຄົນຂັບ. ລົດສຳຫຼວດທີ່ມີຂະໜາດທໍ່ກັບລົດຄັນນີ້ ມີກ້ອງຖ່າຍຮູບ 17
ໜ່ວຍ ແຂນຫຸ່ນຍົນອັນນຶ່ງ ແສງແລເຊີອັນນຶ່ງແລະເຄື່ອງເຈາະອັນນຶ່ງ ເພື່ອເຈາະເບິ່ງຫີນເທິງ
ດາວພະອັງຄານ. ເປັນທີ່ຄາດກັນວ່າ ລົດສຳຫຼວດດັ່ງກ່າວ ຈະໄປຮອດດາວພະອັງຄານ ໃນ
ເດືອນສິງຫາປີໜ້າ. ບ່ອນທີ່ຕັ້ງໃຈວ່າຈະໃຫ້ລົດສຳຫຼວດຄັນນີ້ໄປລົງຈອດ ແມ່ນບໍລິເວນພື້ນທີ່
ກວ້າງ 150 ກິໂລແມັດ ທີ່ເອີ້ນວ່າຂຸມໃຫຍ່ Gale Crater ຊຶ່ງເອີ້ນຕາມຊື່ນັກດາຣາສາດອອສ
ເຕຣເລຍ ທ່ານ Walter Gale ນັ້ນ.

ລັກສະນະທາງດ້ານທໍລະນີວິທະຍາດຂອງຂຸມໃຫຍ່ດັ່ງກ່າວແມ່ນຮວມທັງຫຼາຍໆບ່ອນທີ່ພວກ
ນັກວິທະຍາສາດເຊື່ອວ່າ ອາດມີນໍ້າໄຫຼຜ່ານໃນຄັ້ງນຶ່ງນັ້ນ ຕະຫຼອດທັງພູທີ່ສູງໃຫຍ່ ທີ່ພວກຜູ້
ຈັດການຄຸ້ມຄອງການປະຕິບັດງານເວົ້າວ່າ ຈະເປັນຈຸດເພັ່ງເລັງທີ່ສຳຄັນ. ພວກນັກວິທະຍາ
ສາດກ່າວວ່າການປະຕິບັດງານຂອງລົດສຳຫຼວດດັ່ງກ່າວຈະຊ່ອຍເປີດເຜີຍໃຫ້ຮູ້ເຖິງຄວາມລັບ
ຂອງປະວັດຄວາມເປັນມາຂອງສິ່ງແວດລ້ອມເທິງດາວພະອັງຄານ.

ລົດສຳຫຼວດ Curiosity ທີ່ມີ 6 ລໍ້ເປັນລົດສຳຫຼວດໃຫຍ່ສຸດ ທີ່ອົງການ NASA ໄດ້ສົ່ງໄປ
ຍັງດາວພະອັງຄານ. ລົດສຳຫຼວດທີ່ໜັກ 900 ກິໂລຄັນນີ້ແມ່ນສູງປະມານ 2 ແມັດ ກວ້າງ
ແລະຍາວ 2 ແມັດ. ມີຄວາມໃຫຍ່ 2 ເທົ່າຂອງລົດສຳຫຼວດ ທີ່ເຄີຍສົ່ງໄປດາວພະອັງຄານ
ເທື່ອກ່ອນ ຄື Spirit ແລະ Opportunity ນັ້ນ.

XS
SM
MD
LG