ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຍານ​ສໍາ​ຫລວດ​ຂອງ NASA ລົງຈອດ ​ທີ່ດາວ​ພະ​ອັງຄານ ຢ່າງສໍາເລັດຜົນ (ວີດີໂອກັບສະໄລດ໌)


ອົງການ​ອາ​ວະ​ກາດ​ ຫລື NASA ຂອງ​ສະຫະລັດ ​ໄດ້​ນໍາ​ເອົາ​ຍານ​ສໍາ​ຫລວດ​ລໍາ​ນຶ່ງ​ໄປ​ລົງ​ຈອດ
​ເທິງ​ດາວ​ພະ​ອັງຄານ ຢ່າງ​ສໍາ​ເລັດ​ຜົນ ໂດຍ​ໄດ້​ເສັດ​ສິ້ນຂັ້ນ​ຕອນ​ທີ່​ກັນ​ດານ​ແລະ​ໃຈ​ຫາຍ​
ໃຈ​ຂ້ວາ​ມ​ທີ່​ສຸດຂອງພາລະກິດທາງ​ອາ​ວະ​ກາດ​ຄັ້ງ​ນີ້ ​ເພື່ອ​ສໍາ​ຫລວດ​ວ່າ ມີ​ສິ່ງ​ທີ່​ມີ​ຊີວິດຢູ່​
ເທິງ​ດາວ​ພະ​ອັງຄານ​ ຫລື​ບໍ່.

ບັນດາ​ເຈົ້າ​ໜ້າ​ທີ່​ຄວບ​ຄຸມ​ພາລະກິດ ຢູ່​ທີ່​ຫ້ອງ​ຄົ້ນ​ຄ້ວາ Jet Propulsion Laboratory
ຂອງ​ອົງການ NASA ​ໄດ້​ພາກັນ​ຮ້ອງ​ເຊຍ​ຂຶ້ນ​ ຢ່າງ​ຟົດ​ສະ​ນັ່ນ ​ໃນ​ຕອນ​ເຊົ້າ​ມືດ​ວັນ​ຈັນ​ມື້​ນີ້
ຫລັງ​ຈາກ​ໄດ້​ຮັບ ການ​ຢືນຢັນວ່າ ຍານ​ສໍາ​ຫລວດ ລັກສະນະ​ຄ້າຍ​ລົດ ນໍ້າໜັກ​ນຶ່ງ​ໂຕນ |
ທີ່ມີ​ຊື່ວ່າCuriosity ຫລື​ຄວາມ​ຢາກ​ຮູ້​ຢາກ​ເຫັນ​ນັ້ນ ​ໄປ​ຮອດ​ດາວ​ພະ​ອັງຄານ​ແລ້ວ ຫລັງ​ຈາກ
ໃຊ້​ເວລາ​ເດີນທາງ ​ຈາກ​ໂລກ​ມະນຸດ​ເຖິງ 8 ​ເດືອນ. ຫລັງ​ຈາກ​ລົງ​ຈອດ​ແລ້ວ ຍານ​ສໍ​າຫລວດ​
ດັ່ງກ່າວ ກໍ​ສົ່ງ​ພາບ​ຫລາຍໆ​ພາກ​ກັບ​ຄືນ​ມາ​ໃຫ້​ທາງ​ຫ້ອງ​ຄົ້ນ​ຄ້ວາ ເກືອ​ບວ່າ​ໃນ​ທັນ​ທີ.

ການ​ເອົາ​ຍານ​ລົງ​ຈອດ​ນັ້ນ ຕ້ອງ​ໃຊ້​ຈ້ອງ ​ແລະ​ແຮງ​ຂັບ​ດັນ​ຂອງ​ຈະ​ຫລວດ ​ແລະ​ເຄື່ອງຍົກ​ທາງ
​ອາກາດ ​ເພື່ອ​ຜ່ອນ​ຄວາມ​ໄວ​ຂອງ​ຍານ​ລົງ ຈາກ 22,000 ​ກ່ວາກິ​ໂລ​ແມັດ​ຕໍ່​ຊົ່ວ​ໂມງ ​ແລ້ວຄ່ອຍໆ​|
ນໍາ​ຍານ​ລົງຈອດ

​ເທິງ​ຜິວ​ດາວ​ພະ​ອັງຄານ. ບັນດາ​ນັກວິທະຍາ​ສາດ​ຂອງ NASA ​ກ່າວ​ວ່າ ມັນ​ເປັນວຽກ​ງານ​
ການ​ເອົາ​ຍານ​ລົງ​ຈອດ ທີ່​ທ້າ​ທາຍ​ທີ່​ສຸດ ​ເທົ່າ​ທີ່​ພວກເຂົາ​ເຈົ້າ​ເຄີຍ​ໄດ້​ພະຍາຍາມ​ເຮັດ​ມາ.

XS
SM
MD
LG