ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອົງການອະວະກາດຂອງສະຫະລັດ ຫຼື NASA ສົ່ງຍານອະວະກາດ ຂຶ້ນໄປເພື່ອຕຳໃສ່ ແອສເຕີຣອຍ

ຈະຫຼວດຂອງ SpaceX Falcon 9 ຖືກຍິງຂຶ້ນ ໂດຍບັນທຸກຍານອະວະກາດເພື່ອການທົດລອງຫັນປ່ຽນທິດທາງສອງກ້ອນຫີນໃຫຍ່ຫຼື ແອສເຕີຣອຍ (Double Asteroid Redirection Test,) ຫຼືທີ່ເອີ້ນຫຍໍ້ວ່າ DART, ວັນທີ 23 ພະຈິກ 2021, ຈາກຖານຍິງ Space Launch Complex 4E ຢູ່ຖານທັບອະວະກາດ ແວນເດັນເບີກ ໃນລັດຄາລີຟໍເນຍ.

ອົງການອະວະກາດຂອງສະຫະລັດ ຫຼື NASA ໄດ້ສົ່ງຍານອະກາດລຳນຶ່ງຂຶ້ນໄປປະຕິບັດງານ ເພື່ອທົດລອງຄວາມສາມາດທີ່ຈະ​ທຳ​ລາຍ​ກ້ອນ​ຫີນ​ໃຫຍ່ ຫລື ແອ​ສ​ເຕີ​ຣອຍ ໃຫ້ອອກຈາກເສັ້ນທາງໂຄຈອນທີ່ອາດເປັນໄປໄດ້ສູງວ່າຈະຕຳ​ກັນກັບໂລກ ອັນເປັນໄພອັນຕະລາຍນັ້ນ.

ພາລະກິດທີ່ເອີ້ນວ່າການທົດລອງຫັນປ່ຽນທິດທາງສອງກ້ອນ​ຫີນ​ແອ​ສ​ເ​ຕີ​ຣອຍຫຼື DART (ດາຣຕ໌) ຈະໃຊ້ເວລາ 10 ເດືອນ ເພື່ອຈະໄປເຖິງກ້ອນ​ຫີນແອ​ສ​ເຕີ​ຣອຍ ຊື່ວ່າ ດີມໍຟອສ (Dimorphos) ກ່ອນທີ່ຍານອະວະກາດຈະແລ່ນ​ເຂົ້າຕຳ ດ້ວຍຄວາມໄວ 24,000 ກິໂລແມັດ ຕໍ່ຊົ່ວໂມງ.

ກ້ອນ​ຫີນ​ໃຫຍ່ ດີມໍຟອສ ບໍ່ໄດ້ເປັນໄພອັ​ນຕະລາຍໃດໆຕໍ່ໂລກ ແຕ່ມັນຈະໃຫ້ພວກນັກວິທະຍາສາດຊອກ​ຫາວິທີທາງ ເພື່ອສຶກສາຄົ້ນຄວ້າແນວຄິດ ທີ່ອາດຈະເຄື່ອນຍ້າຍວັດຖຸ ອັນເປັນໄພອັນຕະລາຍ ອອກໄປໃຫ້ໄກພຽງພໍ ແລະໄວພຽງພໍຈາກເສັ້ນໂຄຈອນຂອງມັນ ເພື່ອວ່າ ມັນຈະບິນຜ່ານໂລກໄປ.

ພາລະກິດຍານອະວະກາດ DART ແມ່ນມີຂະໜາດປະມານຊໍ່າກັບລົດນ້ອຍຄັນນຶ່ງ ແລະບັນຈຸດ້ວຍຍານນ້ອຍ ຂະໜາດຫີບໜ່ວຍນຶ່ງ ທີ່ຈະຖືກສົ່ງອອກໄປ ໃນເວລາບໍ່ດົນ ກ່ອນທີ່ຍານອະວະ ກາດ DART ຈະບິນ​ເຂົ້າຕຳ ​ກ້ອນ​ຫີນ​ໃຫຍ່ນັ້ນ ເພື່ອທີ່ຍານນ້ອຍດັ່ງກ່າວ ຈະທຳການບັນທຶກພາບວີດີໂອ ຂອງເຫດການທີ່ເກີດຂຶ້ນ.

ອົງການ NASA ກ່າວວ່າ ພາລະກິດນີ້ ມີຄ່າໃຊ້ຈ່າຍປະມານ 330 ລ້ານໂດລາ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG