ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ພວກນັກບິນ ອະວະກາດ ເຂົ້າໄປຫຼົບໄພ ຢູ່ຍານ Soyuz


ສະຖານີອະວະກາດນາໆຊາດ
ສະຖານີອະວະກາດນາໆຊາດ

ບັນດາ​ນັກ​ບິນອະ​ວະ​ກາດຫົກ​ຄົນ ​ທີ່ສະຖານີ​ອະວະ​ກາດນາໆ​ຊາດພາກັນ​ເຂົ້າ​ໄປຫຼົບ​ໄພ​ຢູ່​ໃນ
ບ່ອນ​ລີ້​ໄພ​ສຸກ​ເສີນໃນ​ວັນ​ເສົາ​ມື້​ນີ້ ເພາະ​ວ່າມີ​ຊາກ​ຫັກພັງເທິງອະວະ​ກາດ​ໂຄຈອນ​ເຂົ້າ​ໄປ​ໃກ້ໆ
ຢ່າງ​ເປັນ​ອັນຕະລາຍ​ທີ່​ສຸດ.

ອົງການ​ອະວະ​ກາດ​ຂອງສະຫະລັດຫຼື NASA ກ່າວ​ຜ່ານ​ສື່​ສັງຄົມ Twitter ຂອງ​ຕົນໃນ​ວັນ
ເສົານີ້​ວ່າ ມັນ​ເປັນ​ຄັ້ງ​ທີ່​ສາມ​ ທີ່​ບັນດາ​ນັກບິນອະ​ວະ​ກາດ​ຕ້ອງ​ໄດ້​ເຂົ້າ​ໄປ​ລີ້ຢູ່​ໃນ​ບ່ອນ​ຫຼົບ​ໄພ
ສຸກ​ເສີນຍ້ອນ​ວ່າ​ມີເສດຊາກອະວະ​ກາດໂຄຈອນ​ເຂົ້າ​ໄປ​ໃກ້.

ຊາກ​ຈະ​ຫລວດຂອງຣັດ​ເຊຍ Cosmos 2251 ​ຄາດ​ຄະ​ເນ​ວ່າ​ ຈະໂຄ​ຈອນ​ເຂົ້າ​ໄປ​ໃກ້ໆ​ສະ
ຖານີ​ອະວະກາດ​ນາໆ​ຊາດປະມານ 15 ກິ​ໂລ​ແມັດ.

ຢູ່​ໃນ​ລະຍະ​ດັ່ງກ່າວອົງການ NASA ກ່າ​ວວ່າ ​ມັນ​ບໍ່​ເປັນ​ອັນຕະລາຍ ​ແຕ່ກໍ​ເວົ້າ​ວ່າ ​ຕົນ​ໄດ້​
ສັ່ງ​ໃຫ້ເຂົ້າ​ໄປ​ຫຼົບໄພ​ເພື່ອ​ເປັນ​ການ​ເອົາ​ມາດຕະການ​ປ້ອງ​ກັນ ​ໃນ​ກໍລະນີ​ທີ່​ຊາກ​ຈະ​ຫຼວດ​ໂຄ
ຈອນ​ເຂົ້າຕຳ. ບ່ອນ​ຫຼົບ​ໄພ ທີ່​ຈະ​ພາ​ພວກ​ນັກ​ບິນ​ອະວະກາດ​ໜີ​ໄປ​ນັ້ນ ​ແມ່ນຍານ Soyuz
ທີ່​ພວກ​ນັກ​ບິນອະວະ​ກາດຈະ​ໃຊ້​ໃນ​ການ​ເດີນທາງ​ກັບ​ຄືນ​ມາຍັງໂລກທັງໃນ​ກໍລະ​ນີການ​ເດີນ
ທາງ​ກັບ​ຄືນ​ມາ​ຍັງ​ໂລກ​ຕາມ​ປົກ​ກ​ກະຕິ ​ຫຼື​ໃນ​ກໍລະນີ​ທີ່ເກີດ​ເຫດການສຸກ​ເສີນ.

ຫລັງ​ຈາກເສດ​ຊາກ​ຈະ​ຫຼວດ​ໄດ້​ໂຄຈອນ​ຜ່ານໄປດ້ວຍ​ຄວາມ​ປອດ​ໄພ​ແລ້ວ ບັນດາ​ນັກ​ບິນອະ
ວະ​ກາດກໍ​ໄດ້ພາກັນ​ກັບ​ຄືນ​ໄປ​ປະ​ຈໍາ​ໜ້າ​ທີ່​ຂອງຕົນຕາມ​ປົກກະຕິ.

ໃນ​ຂະນະ​ດຽວ​ກັນ ກໍ​ມີ​ການ​ສົ່ງຈະ​ຫລວດ​ທີ່​ບໍ່​ມີ​ຄົນ​ຂັບ​ຂື້ນສູ່​ວົງ​ໂຄຈອນ​ຈາກ​ເຂດ Guiana
ຂອງຝຣັ່ງໃນ​ຕອນ​ແລງ​ວັນ​ສຸກວານ​ນີ້. ອົງການອະວະກາດ​ຂອງ​ຢູ​ໂຣບກ່າວ​ວ່າ ຍານ​ອະວະ
ກາດ​ດັ່ງກ່າວແມ່ນ​ລຳລຽງ​ເຄື່ອງ​ໃຊ້​ແລະ​ສຳພາລະ​ຕ່າງໆ​ໄປ​ຍັງສະຖານີ​ອະວະ​ກາດນາໆ​ຊາດ.

XS
SM
MD
LG