ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ອົງການ NASA ແນະນຳບັນດານັກບິນ ອະວະກາດຊຸດໃໝ່ ທີ່ຈະລົງສູ່ເດືອນ


ນັກບິນອະວະກາດ ສະຫະລັດ ທ່ານນາງກຣິສຕີນາ ຄອດຈ໌ (Christina Koch) ຫຼັງຈາກໄດ້ລົງມາສູ່ພື້ນດິນ ຈາກຍານອະກາດຣັດເຊຍ Soyuz MS-13 ທີ່ເມືອງ Kazakh ຂອງ Zhezkazgan, Kazakhstan, ກຸມພາ ວັນທີ. 6, 2020.
ນັກບິນອະວະກາດ ສະຫະລັດ ທ່ານນາງກຣິສຕີນາ ຄອດຈ໌ (Christina Koch) ຫຼັງຈາກໄດ້ລົງມາສູ່ພື້ນດິນ ຈາກຍານອະກາດຣັດເຊຍ Soyuz MS-13 ທີ່ເມືອງ Kazakh ຂອງ Zhezkazgan, Kazakhstan, ກຸມພາ ວັນທີ. 6, 2020.

ອົງການນາຊາ (NASA) ໄດ້ແນະນໍານັກອະວະກາດ 18 ຄົນ ຢ່າງເປັນທາງການ ໃນ
ວັນພຸດວານນີ້ ຜູ້ທີ່ຈະເຂົ້າຮ່ວມໃນໂຄງການສົ່ງມະນຸດໄປສູ່ເດືອນ ໃໝ່ຂອງອົງການ
ອະວະກາດສະຫະລັດ.

ຜູ້ຊາຍເກົ້າຄົນ ແລະແມ່ຍິງເກົ້າຄົນ ເປັນກຸ່ມທຳອິດຂອງບັນດານັກອະວະກາດ ທີ່ຖືກ
ແຕ່ງຕັ້ງສຳລັບໂຄງການ ອາທີມິສ (Arternis), ເຄິ່ງນຶ່ງຂອງບັນດານັກອະວະກາດນັ້ນ
ແມ່ນເຄີຍເດີນທາງໄປອະວະກາດມາກ່ອນແລ້ວ. ນັກອະວະກາດ ອະທີມິສ ສອງຄົນ
ທ່ານວິກເຕີ ຄໂລເວີ (Victor Glover) ແລະ ທ່ານນາງ ເຄດ ຣູບິນ (Kate Rubins)
ປັດຈຸບັນນີ້ ປະຕິບັດງານຢູ່ສະຖານີິອະວະກາດ ນາໆຊາດ ທີ່ເປັນ ນັກອະວະກາດທີ່ມີ
ປະສົບການສູງຊຸດທຳອິດທີ່ໄດ້ເດີນທາງດ້ວຍຍານ ອະວະກາດຂອງບໍລິສັດເອກະຊົນ
SpaceX Crew Dragon.

ບັນດານັກອະວະກາດອາທີມິສ ຍັງຮວມທັງທ່ານນາງ ຄຣິສຕີນາ ຄອດຈ໌ (Christina
Koch) ແລະ ທ່ານນາງ ແຈັສຊິກາ ເມເອີ (Jessica Meir) ຜູ້ທີ່ ໄດ້ປະຕິບັດງານເດີນ
ສຳຫຼວດອະວະການ ແມ່ຍິງລ້ວນ ກຸ່ມທຳອິດ ສະຖານີອະວະກາດ ISS ປີກາຍນີ້.

ຮອງປະທານາທິບໍດີ ທ່ານໄມຄ໌ ເພນສ໌ ຜູ້ທີ່ໄດ້ນຳພາພິທີນຳສະເໜີຢູ່ສູນກາງອະວະ
ກາດ ເຄັນເນດີ ຂອງອົງການ NASA ໃນລັດ ຟລໍຣິດາ ໄດ້ສັນລະເສີນ ບັນດານັກອະວະ
ກາດ ອາທີມິສ ດັ່ງກັບ “ອະນາຄົດຂອງການສຳຫຼວດອະວະກາດ ຂອງຊາວອາເມຣິກັນ
ແລະອານາຄົດນັ້ນແມ່ນແຈ່ມໃສ.”

ການປະຕິບັດງານ ອາທີມິສ ເທື່ອທຳອິດ ທີ່ມີກຳນົດຢ່າງບໍ່ແນ່ນອນສຳລັບປີ ໜ້ານັ້ນ,
ຈະເປັນການທົດລອງການບິນຂອງລະບົບປ່ອຍານອະວະກາດໄຮ້ຄົນຂັບ ທີ່ມີຄວາມແຮງ
ລຸ້ນໃໝ່ ແລະ ຍານ ໂອຣີອອນ

ອະວະກາດເລິກຂອງອົງການ NASA ທີ່ໄດ້ອອກແບບມາເພື່ອຂົນສົ່ງມະນຸດໄປສູ່ເດືອນ
ແລະ ດາວອັງຄານ. ຖ້າຫາກ NASA ບັນລຸເປົ້າໝາຍຂອງການລົງຈອດຂອງລູກເຮືອ
ເທື່ອທຳອິດ ຢູ່ເທິ່ງເດືອນໃນປີ 2024 ມັນຈະເປັນການປະຕິບັດງານລົງສູ່ເດືອນທີ່ບໍ່ມີຄົນ
ຂັບ ເທື່ອທຳອິດ ນັບແຕ່ການສິິ້ນສຸດໂຄງການອາພອລໂລ (Apollo) ໃນປີ 1972.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG