ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໒ ພຶດສະພາ ໒໐໒໔

ບັນດານັກວິທະຍາສາດ ຄົ້ນພົບວິວັດທະນາການໃໝ່ ຂອງເຄື່ອງກອງນ້ຳ


ເຄື່ອງກອງນ້ຳ
ເຄື່ອງກອງນ້ຳ

ນ້ຳ​ດື່ມ​ທີ່​ສະອາດ​ແມ່ນ​ເປັນສິ່ງ​ຈຳເປັນໃນ​ການ​ປ້ອງ​ກັນ​ໂຣກຕ່າງໆ
​ແລະ​ເພື່ອໃຫ້​ມີ​ສຸຂພາບດີ. ​ແຕ່ ອິງ​ຕາມ​ອົງການ​ອະນາ​ໄມ​ໂລກ
ແລ້ວແມ່ນວ່າ ຜູ້ຄົນ ປະມານ 663 ລ້ານ​ຄົນ ຊຶ່ງເປັນ​ນຶ່ງ​ໃນ​ແຕ່
​ລະ​ສິບ​ຄົນໃດ​ໃນ​ໂລກ ແມ່ນບໍ່​ມີ​ນ້ຳ​ດື່ມ​ນໍ້າໃຊ້ທີ່​ປອດ​ໄພ.​ ພວກເຄື່ອງກອງ​ນ້ຳ​ທີ່​ລາຄາແພງ​ ​ຍິ່ງເຮັດ​ໃຫ້ຫຼາຍໆປະຊາຄົມ

ທ່ານ​ນາງໄດ້ເຕີບ​ໃຫຍ່ຢູ່ໃນ​ປະເທດຈີນ ໄດ້​ຮຽນ​ຮູ້ຄຸນຄ່າ​ຂອງ​ນໍ້າ​ດື່ມທີ່​ສະອາດ ​ຕັ້ງແຕ່​ຕອນ
ຍັງນ້ອຍໆ​.

​ໃນ​ປະຈຸ​ບັນ​ນີ້ ທີ່​ມະຫາວິທະຍາ​ໄລ​ແຫ່ງ​ລັດ California ທີ່ Berkeley ວິສະ​ວະ​ກອນ ສະພາບ​ແວດ​ລ້ອມຜູ້ນີ້ ​ກຳລັງ​ປະດິດເນື້ອ​ເຫຍື່ອ​ຫຸ້ມ​ແຊ​ລ​ແບບ​ໃໝ່ ທີ່​ເປັນຊິ້ນນ​ສ່ວນ​ສຳຄັນ​ ທີ່ມີ​ປະສິດ​ທິພາບທີ່ດີກ​ວ່າ ​ເທັກ​ໂນ​ໂລ​ຈີ​ການກັ່ນ​ກອງ​ນ້ຳ ​ໃນ​ປະຈຸ​ບັນ​ ​ແລະ​ປະຢັດ​ພະລັງ
ງານໃນ​ຂັ້ນ​ຕອນ​ການ​ປະຕິບັດ​ງານດີກວ່າ.

ເຄື່ອງ​ກອງນໍ້າ​ທີ່​ວ່າ​ນີ້ ປະກອບ​ດ້ວຍ graphene ທີ່ບາງກວ່າເສັ້ນຜົມມະນຸດ 100 ພັນເທື່ອ.

ທ່ານນາງ ບາວShahມີ ຮອງ​ອາຈານສອນ​ມະຫາວິທະຍາ​ໄລ​ແຫ່ງ​ລັດ California ທີ່ Berkeley ກ່າວ​ວ່າ “ພວກ​ເຮົາ​ເຮັດ​ເຄ່ືອງກອງດັ່ງກ່າວດ້ວຍ graphite ຊຶ່ງ​ເປັນ​ວັດ​ຖຸ ເຊັ່ນ​ສິ່ງທີ່​ພວກ​ເຮົາ​ໃຊ້​ໃນ​ສໍ​ຂຽນ​ໜັງສືເປັນ​ຕົ້ນ ຊຶ່ງລາຄາ​ຖືກ​ແລະ​ມີ​ຖົມ​ເຖ​ໄປ ເພາະສະ​ນັ້ນເຮົາຈຶ່ງ​ໃຊ້ມັນ​ໄດ້ ​ແລະ​ຂັ້ນ​ຕອນຕ່າງໆໃນ​ການ​ເຮັດມັນ ຈາກ graphite ມາເປັນ graphene oxide ຄວາມຈິງແລ້ວ ກໍແມ່ນພໍຂູດອອກມາໄດ້ງ່າຍສົມຄວນ.”

ນັ້ນກໍ​ໝາຍ​ຄວາມ​ວ່າ ເນື້ອ​ເຫຍື່ອ​ຫຸ້ມ​ແຊ​ລ​ນັ້ນອາດ​ສາມາດ​ປັບ​ໃຫ້ເປັນ​ເຄື່ອງ​ກອງ​ນ້ຳມາຈາກ​ກ໊ອກ​ ​ດັ່ງດຽວກັນກັບລະບົບທີ່ໃຫຽ່ ທີ່ໃຊ້ກອງນໍ້າທີ່ບໍ່ສະອາດທົ່ວໄປ.

ເນື້ອ​ເຫຍື່ອ​ຫຸ້ມ​ແຊ​ລ​ນີ້ ມີລັກຊະນະຄື​ກັນ​ກັບແລວນໍ້າທີ່ເປັນເມັດນ້ອຍທີ່ສຸດ. ນ້ຳ​ຈະ​ໄຫຼ​ຜ່ານ​ຊັ້ນຕ່າງໆ​ ທີ່ມີ​ຊ່ອງວ່າງຫ່າງກັນ ທີ່​ອອກ​ແບບ​ມາເພື່ອ​ແຍກເອົາຂອງເສຍ ຫຼື​ ສິ່ງທີ່ບໍ່ດີນັ້ນຖິ້ມ.​

ທ່ານນາງ Baoxia ຮອງ​ອາຈານສອນມະຫາວິທະຍາ​ໄລ​ແຫ່ງ​ລັດ California ທີ່ Berkeley ກ່າວ​ວ່າ “​ໃນ​ການ​ທີ່​ຈະ​ເອົາຖິ້ມ ວັດຖຸນ້ອຍໆ​ ຫຼື molecules ທີ່ເປັນ​ເປົ້າ​ໝາຍນັ້ນ ​ແນວ ຄິດ​ແບບ​ກົງ​ໆກໍ​ຄື ​ການຈັດ​ຊ່ອງ​ລະຫວ່າງ​ຊັ້ນ​ຕ່າງໆໃຫ້ດີ​.”

ພວກ​ນັກ​ຄົ້ນ​ຄ້ວາເຫຼົ່ານັ້ນ​ພວມພາກັນ​ເຮັດ​ວຽກ​ເພື່ອທຳການ​ປັບປຸງ​ຕໍ່ໄປ. ພວກ​ເຂົາ​ເຈົ້າ​ຫວັງ​ວ່າ ວຽກ​ງານ​ຂອງ​ພວກ​ເພິ່ນຈະ​ສາມາດ​ປະກອບສ່ວນແກ້ໄຂບັນ​ຫາ​ຊ່ອງ​ທາງ​ການ​ກັ່ນ​ກອງ​ນ້ຳໄດ້​ໃນ​ທົ່ວ​ໂລກ ເພື່ອ​ເຮັດໃຫ້​ນ້ຳ​ສະອາດ​ທີ່ໃຜໆກໍສາມາດ​ຊື້​ໄດ້ ແລະ​ມີ​ໃຫ້ທຸກໆຄົນໃນທຸກ
ຫົນແຫ່ງ​.

XS
SM
MD
LG