ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຈີນຕຽມຕົວຮັບມືກັບ ພາຍຸ Nanmadol


ພາຍຸ Nanmadol ໄດ້ພັດຖະຫຼົ່ມໄຕ້ຫວັນ ແລະກໍາລັງມຸ່ງໜ້າສູ່ຈີນ
ພາຍຸ Nanmadol ໄດ້ພັດຖະຫຼົ່ມໄຕ້ຫວັນ ແລະກໍາລັງມຸ່ງໜ້າສູ່ຈີນ

ພວກ​ເຈົ້າ​ໜ້າ​ທີ່​ໃນ​ພາກ​ໃຕ້​ຂອງ​ຈີນໄດ້ກຽມຮັບມືກັບການມາເຖິງຂອງລົມພາຍຸເຂດຮ້ອນ
Nanmadol ໃນຕອນແລງຂອງວັນອັງຄານ​ມື້ນີ້ ຫຼັງ​ຈາກ​ພາຍຸດັ່ງກ່າວ ໄດ້ປະຊາກ​ຫັກ​ພັງ
ຂອງການທຳລາຍໄວ້​ໃຫ້ເຫັນ ຢູ່ທີ່ໄຕ້​ຫັວນ​ແລະ​ຟິລິບ​ປີ​ນ.

ສື່​ມວນຊົນຂອງ​ທາງ​ການ​ຈີນກ່າວ​ວ່າ ມີ​ຫຼາຍ​ກວ່າ 40,000 ຄົນ​ໄດ້​ຖືກ​ຈັດ ຕັ້ງໃຫ້ເປັນ
ຄະນະກູ້ໄພທີ່​ເມືອງ Quanzhou ໃນບໍລິເວນຊ່ອງແຄບໄຕ້ຫວັນນັ້ນ. ຊາວ​ປະມົງ​ຈໍ​ານວນ
ຫຼາຍສິບ​ພັນ​ຄົນ ​ໄດ້​ຖືກ​ສັ່ງ​ກັບ​ເຂົ້າທ່າ​ ​ທີ່ແຂວງ Fujian ແລະເສັ້ນທາງ​ຂົນ​ສົ່ງ​ທາງທະເລ
ລະຫວ່າງ​ໄຕ້​ຫວັນ​ແລະຈີນ​ແຜ່ນດິນ​ໃຫຍ່​ນັ້ນ ​ໄດ້​ຖືກ​ປິດ​ລົງ.

ພວກເຈົ້າ​ໜ້າທີ່ ຍັງ​ໄດ້​ຍົກ​ເລີກ​ຖ້ຽວບິນຈຳນວນນຶ່ງ ແລະເຕືອນ​ພວກ​ຜູ້ໂດຍສານວ່າ ​ລົດ​ໄຟ
ຄວາມ​ໄວສູງໃນ​ພາກ​ຕາ​ເວັນ​ອອກສຽງໃຕ້ຂອງ​ຈີນ ອາດ​ຈະ​ໄດ້ຮັບຄຳສັ່ງໃຫ້ແລ່ນ​ບໍລິການ ​
ໃນຄວາ​ມ​ໄວ​ທີ່​ຊ້າ​ລົງ ​ຫຼືບໍ່ກໍ​ປິດບໍລິ​ການ​ໄປ ເລີ​ຍ.

XS
SM
MD
LG