ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ການທ່ອງທ່ຽວທີ່ຍັງຄໍານຶງເຖິງທໍາມະຊາດ ແລະການມີສ່ວນຮ່ວມຂອງຊຸມຊົນ


ຮູບທີ່ໄດ້ຮັບຈາກຂໍ້ມູນເວັບໄຊທ໌ໂດຍເຈົ້າຂອງ ນໍ້າກັດ ໂຢລະປາ ນີ້, ແມ່ນສ່ວນນຶ່ງຂອງທໍາມະຊາດ ໃນບໍລິເວນ ນໍ້າກັດ ໂຢລະປາ.
ຮູບທີ່ໄດ້ຮັບຈາກຂໍ້ມູນເວັບໄຊທ໌ໂດຍເຈົ້າຂອງ ນໍ້າກັດ ໂຢລະປາ ນີ້, ແມ່ນສ່ວນນຶ່ງຂອງທໍາມະຊາດ ໃນບໍລິເວນ ນໍ້າກັດ ໂຢລະປາ.

ຫຼາຍຄົນອາດຈະເຄີຍໄດ້ຍິນກ່ຽວກັບການທ່ອງທ່ຽວທາງທໍາມະຊາດທີ່ມີຊື່ສຽງຫຼາຍແຫ່ງ ໃນປະເທດລາວ, ນຶ່ງໃນນັ້ນກໍມີ ນໍ້າກັດ ໂຢລະປາ ເຊິ່ງເປັນສະ ຖານທີ່ທ່ອງທ່ຽວທີ່ຕິດແທດກັບທໍາມະຊາດທີ່ສຸດ ຕັ້ງຢູ່ແຂວງອຸດົມໄຊ ທາງພາກເໜືອຂອງປະເທດລາວ. ທ່ານສົມເພັດ ເຈົ້າຂອງ ນໍ້າກັດໂຢ ລະປາ ເລົ່າໃຫ້ຟັງເຖິງຈຸດປະສົງ ແລະເປົ້າໝາຍທີ່ທ່ານມາເປີດໃຫ້ບໍລິການການທ່ອງທ່ຽວດັ່ງກ່າວນີ້ວ່າ:

“ໃນປະເທດເຮົາຍັງບໍ່ເຄີຍເຮັດ ທີ່ວ່າເຮົາຈະໃຫ້ປະຊາຊົນມີສ່ວນຮ່ວມໃນຜືນປ່າຂະໜາດໃຫຍ່ ແລະອະນຸລັກ ແລະນໍ້າໃຊ້ເຂົ້າໃນທ່ອງທ່ຽວ. ເປົ້າໝາຍຂອງພວກເຮົາແມ່ນມີສີ່ເປົ້າໝາຍໃຫຍ່ໆ. ເປົ້າໝາຍອັນທີນຶ່ງ ແມ່ນເພື່ອອະນຸລັກທໍາມະຊາດ ຜືນປ່າໂຕນໍ້າກັດມ້ຽນ ເພາະວ່າມັນມີຄວາມອຸດົມສົມບູນເລື້ອງທໍາມະຊາດ, ເຊິ່ງຄວາມຄິດກໍເກີດຈາກເຮົາເອງ ບໍ່ມີໃຜຜັກດັນ ເຮົາເຫັນທໍາມະຊາດທີ່ມັນອຸດົມສົມບູນລະເຮົາຢາກຮັກສາໄວ້. ອັນທີສອງລະແມ່ນເພື່ອໃຫ້ປະຊາຊົນຢູ່ໃນເຂດທ້ອງຖິ່ນມີສ່ວນຮ່ວມ ເພາະວ່າອັນທີນຶ່ງອັນທີສອງມັນເກາະກ່າຍກັນ. ອັນທີສາມລະແມ່ນເພື່ອສ້າງການທ່ອງທ່ຽວໃໝ່ ກະຈາຍຕະຫຼາດການທ່ອງທ່ຽວໄປທົ່ວເຖິງ ຄັນວ່າການທ່ອງທ່ຽວໄປຮອດໃສມັນກໍຈະກະຈາຍລາຍໄດ້. ອັນທີສີ່ ອັນສຸດທ້າຍລະແມ່ນເພື່ອກະຕຸ້ນການອະນຸລັກ ຮີດຄອງປະເພນີຂອງທ້ອງຖິ່ນ.”

ຮູບທີ່ໄດ້ຮັບຈາກຂໍ້ມູນເວັບໄຊທ໌ໂດຍເຈົ້າຂອງ ນໍ້າກັດ ໂຢລະປາ ນີ້, ແມ່ນສ່ວນນຶ່ງຂອງທໍາມະຊາດ ໃນບໍລິເວນ ນໍ້າກັດ ໂຢລະປາ.
ຮູບທີ່ໄດ້ຮັບຈາກຂໍ້ມູນເວັບໄຊທ໌ໂດຍເຈົ້າຂອງ ນໍ້າກັດ ໂຢລະປາ ນີ້, ແມ່ນສ່ວນນຶ່ງຂອງທໍາມະຊາດ ໃນບໍລິເວນ ນໍ້າກັດ ໂຢລະປາ.

ສໍາລັບນໍ້າກັດ ໂຢລະປາ, ໄດ້ຮັບການຈົດທະບຽນໃນປີ 2011, ແລະເປີດນໍາໃຊ້ຢ່າງເປັນທາງການເມື່ອປີ 2016. ເຊິ່ງຕາມສັນຍາໃນຂໍ້ຕົກລົງຕາມແຜນແມ່ບົດແລ້ວ ທຸກຢ່າງຈະສໍາເລັດສົມບູນ ໃນປີ 2026, ເຊິ່ງປັດຈຸບັນ ທາງນໍ້າກັດ ໂຢລະປາ ໄດ້ປະຕິບັດໄປໄດ້ພຽງແຕ່ 30 ເປິເຊັນ ຂອງແຜນການເທົ່ານັ້ນ. ແຕ່ໂດຍລວມກໍຄື ຍັງຈະພັດທະນາໄປເລື້ອຍໆ ແລະຍັງຈະຄົງຮັກສາທໍາມະຊາດໃຫ້ດີຄືເກົ່າຫຼືດີກວ່າເກົ່າ ໂດຍບໍ່ມີໃຜຈະເຂົ້າມາທໍາລາຍໄດ້ໃນອີກ 75 ປີຂ້າງໜ້າ.

XS
SM
MD
LG