ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ວັນຄົບຮອບ 71 ປີ ໃນການຖິ້ມລະເບີດ ປະລະມານູ ໃສ່ເມືອງ Nagasaki


Japan Nagasaki Anniversary
please wait

No media source currently available

0:00 0:01:04 0:00

ສຽງລະຄັງ ໄດ້ດັງສະນັ່ນ ທີ່ເມືອງ Nagasaki ປະ​ເທດຍີ່ປຸ່ນ ໃນວັນອັງຄານມື້ນີ້ ຊຶ່ງເປັນຂີດ ໝາຍຂອງວັນຄົບຮອບ 71 ປີ ​ໃນການຖິ້ມລະເບີດປະລະມານູ ໂດຍສະຫະລັດ ທີ່ພາ​ໃຫ້ສົງຄາມໂລກຄັ້ງທີ 2 ຍຸ​ຕິ​ລົງນັ້ນ.

ມີຜູ້ຄົນຈຳນວນຫຼາຍພັນຄົນທີ່ໄດ້ພາກັນຢືນງຽບສະຫງົບ ຊຶ່ງ​ເປັນ​ການ​ສະທ້ອນ​ເຖິງ​ຂີດ​ໝາຍ ດັ່ງກ່າວທີ່ສວນສັນຕິພາບໃນຕົວເມືອງ ໃນຂະນະທີ່ລະຄັງໄດ້ເລີ້ມດັງຂຶ້ນໃນເວລາ 11 ​ໂມງ ກັບ 2 ວິນາທີ ຕອນເຊົ້າມື້ນີ້ ຕາມເວລາໃນທ້ອງຖິ່ນ ທີ່ລະເບີດປະລະມານູ ໄດ້ແຕກຂຶ້ນ ທີ່ເອີ້ນວ່າ “Fat Man” ໄດ້ທຳລາຍບ້ານເມືອງ ບໍ່ພຽງ​ໃນເທົ່າໃດນາທີ ຫຼັງຈາກທີ່ໄດ້ຖືກຖິ້ມລົງໂດຍເຮືອ B-29. ມີຫຼາຍກວ່າ 70 ພັນຄົນ ​ເສຍ​ຊີວິດໃນທັນທີ ທັນໄດ ແລະອີກຫຼາຍໆພັນຄົນ ຕື່ມອີກເສຍຊີວິດ ​ໃນ​ໄລຍະຫຼາຍເດືອນຕໍ່ມາ ຫລາຍປີຕໍ່ມາ ດ້ວຍ​ຄວາມເຈັບປ່ວຍລົ້ມຕາຍຍ້ອນຜົນກະທົບຂອງກຳມັນຕະພາບລັງສີ.

ພວກທີ່ເຂົ້າຮ່ວມ ແມ່ນມີຮວມທັງພວກທີ່ລອດຊີວິດມາໄດ້ຈາກການໂຈມຕີ ​ເມື່ອວັນທີ 9 ສິງຫາ 1945 ຕະຫລອດ​ທັງພວກຜູ້ແທນຈາກ 50 ກວ່າປະເທດ ຮວມທັງຫລາຍໆ​ປະ ​ເທດ​ທີ່​ເປັນ​ມະຫາອຳນາດທາງດ້ານນິວເຄລຍ.

ເຈົ້າຄອງນະຄອນ Nagasaki ທ່ານ Tomihisa Taue ໄດ້ຮຽກຮ້ອງໃຫ້ບັນດາຜູ້ນຳໂລກ “ໄດ້ນຳພາຊຶ່ງຄວາມເກັບກຳຄວາມຮູ້ ປັດຊະຍາ ອັນກ້ວາງຂວາງ ເທົ່າທີ່ທ່ານສາມາດ ຈະກະທຳໄດ້” ທີ່ຈະກຳຈັດຢ່າງເປັນການຖາວອນຕໍ່ການນຳໃຊ້ອາວຸດນິວເຄລຍນີ້ ແລະຮຽກ ຮ້ອງໃຫ້ພວກ ເຂົາເຈົ້າ ຢ້ຽມຢາມບ້ານເມືອງຂອງທ່ານ ເພື່ອຈະໄດ້ຮຽນຮູ້ ຈາກປະສົບການອັນ​ແທ້ຈິງ ຫຼັງຈາກການໂຈມຕີດ້ວຍລະເບີດນິວເຄລຍແລ້ວນັ້ນ. ໂດຍກ່າວເປັນຕົວຢ່າງ ເຖິງການມາ ຢ້ຽມຢາມ ຄັ້ງປະຫວັດຊາດຂອງປະທານາທິບໍດີ ບາຣັກ ໂອບາມາ ໃນເດືອນພຶດສະພາ ຜ່ານມາທີ່ນະຄອນ Hiroshima ນັ້ນ. ທ່ານ ໂອບາມາ ແມ່ນເປັນປະທານາທິບໍດີສະຫະລັດ ຜູ້ທຳອິດ ທີ່ໄດ້ໄປຢ້ຽມຢາມນະຄອນ Hiroshima ຊຶ່ງໄດ້ຖືກໂຈມຕີ 3 ມື້ ກ່ອນ ເມືອງ Nagasaki.

“ການຮູ້ເຖິງຄວາມຈິງນັ້ນແມ່ນຈຸດເລີ້ມຕົ້ນ ຂອງການຄິດອ່ານ ກ່ຽວກັບການປອດອາວຸດ ນິວເຄລຍໃນອານາຄົດ, ” ຊຶ່ງທ່ານໄດ້ກ່າວເຊັ່ນນັ້ນ.

ທ່ານ Taue ໄດ້ຮຽກຮ້ອງໃຫ້ລັດຖະບານຍີ່ປຸ່ນຂອງທ່ານ ທີ່ຈະຈັດໃຫ້ເປັນທາງກົດໝາຍ ຢ່າງ ຖືກຕ້ອງ ຂອງປະເທດທີ່ຍຶດໝັ້ນມາ​ເປັນ​ເວລາຍາວນານ ຕໍ່ການມີຄວາມຕັ້ງໃຈ ​ໃນຈຸດ ໝາຍປາຍທາງໃນການທີ່ຈະບໍ່ສ້າງອາວຸດນິວເຄລຍ ແລະການເກືອດຫ້າມ ອາວຸດດັ່ງກ່າວ ນີ້ ເຂົ້າມາຍັງປະເທດ ຜືນແຜ່ນດິນຍີ່ປຸ່ນ.

6 ມື້ ຫຼັງຈາກການໂຈມຕີເມືອງ Nagasaki ລັດຖະບານຈັກກະພັດ ຍີ່ປຸ່ນ ໄດ້ຍອມຈຳນົນ ຕໍ່ກອງກຳລັງພັນທະມິດ.

​ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG