ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ຍີ່ປຸ່ນ ລະນຶກເຖິງວັນ ຄົບຮອບ 70 ປີ ຂອງການຖິ້ມລະເບີດ ປະລະມະນູ ໃສ່ເມືອງ ນາກາຊາກິ


Japan Nagasaki
please wait
Embed

No media source currently available

0:00 0:00:44 0:00

ຊົມວິດີໂອ ກ່ຽວກັບ ຂ່າວນີ້

ວັນ​ອາທິດ​ມື້​ນີ້​ເປັນ​ວັນ​ຄົບຮອບ 70 ປີ​ຂອງ​ການລະ​ເບີ​ດຄັ້ງ​ທີ 2 ​ແລະ ຄັ້ງສຸດ​ທ້າຍ​ຂອງການຖິ້ມລະ​ເບີດ ປະລະມະ​ນູ​ ໂດຍ​ທະຫານ​ ສະຫະລັດ ​ໃນ​ຍີ​ປຸ່ນ.

ອົງ​ກອນ​ຂ່າວ AP ລາຍງານວ່າເມືອງ ນາກາຊາກິ ແມ່ນກຳລັງໃຊ້ ໂອກາດນີ້ ຮຽກຮ້ອງຄືນໃໝ່ເພື່ອການລົບລ້າງລະເບີດນິວເຄລຍ ແລະ ຢຸດຢັ້ງການ​ເລັ່ງລັດ​ຂອງ ລັດຖະບານ ຍີປຸ່ນ ເພື່ອ​ໃຫ້ຫຼຸດຜ່ອນການຈຳກັດໃນສິ່ງທີ່ ທະຫາຂອງຕົນສາມາດກະທຳ​ໄດ້.

ຜູ້ທີ່ໄດ້ຮັບເຄາະຮ້າຍຈາກການລະເບີດຢູ່ທ່າເຮືອຂອງເມືອງ ນາກາຊາກິ ໄດ້ຖືກລະນຶກເຖິງ ດ້ວຍການໄວ້ອາໄລ ແລະ ວາງພວງ ມາລາ ເຊິ່ງລວມມີນາຍົກລັດຖະມົນຕີ Shinzo Abe ເຂົ້າຮ່ວມພິທີດ້ວຍ.

ການໂຈມຕີໃສ່ເມືອງ ນາກາຊາກິ ໄດ້ຂ້າຄົນຫຼາຍກວ່າ 70,000 ຄົນ ແລະ ໄດ້ກະຕຸ້ນໃຫ້ ຍີ່ປຸ່ນ ຍອມແພ້ໃນສົງຄາມໂລກຄັ້ງທີ 2 ໂດຍ ທັນທີ.

ການໂຈມຕີທີ່​ວ່າ​ນີ້ໄດ້ເກີດຂຶ້ນ 3 ມື້ຫຼັງຈາກ ສະຫະລັດ ໄດ້ຖິ້ມລະເບີດໃສ່ ເມືອງ ຮິໂຣຊິມາ ເຊິ່ງໄດ້ເຮັດໃຫ້ຫຼາຍສິບພັນຄົນເສຍຊີວິດນັ້ນ.

Sunday marks the 70th anniversary of the second and last atomic bombing by U.S. forces in Japan.

The Associated Press reports the city of Nagasaki is using the occasion to renew calls to abolish nuclear weapons and halt the Japanese government's push to loosen restrictions on what its military can do.

Victims of the bombing of the port city of Nagasaki were remembered with a moment of silence and wreath presentation that included Prime Minster Shinzo Abe.

The attack on Nagasaki killed more than 70,000 people and prompted Japan to surrender in World War Two.

The attack came three days after the U.S. dropped a bomb on Hiroshima killing tens of thousands of people.

XS
SM
MD
LG