ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ຍັງມີວຽກຫຼາຍຢ່າງ ທີ່ຕ້ອງເຮັດ ໃນຂະນະທີ່ ການເຈລະຈາ NAFTA ໃກ້ຈະສິ້ນສຸດລົງ


ຕົວແທນການຄ້າ ສະຫະລັດ ທ່ານ ໂຣເບີດ ໄລທາຍເຊີ "Robert Lighthizer," ກາງ, ພ້ອມກັບລັດຖະມົນຕີ
ການຕ່າງປະເທດ ການາດາ ທ່ານນາງ ຄຣິສເຕຍ ຟຣີແລນ "Chrystia Freeland," ຊ້າຍ ແລະ ລັດຖະມົນຕີ ເສດຖະກິດຂອງ ເມັກຊິໂກ ທ່ານ ອິລເດຟັອນໂຊ ວິລລາເຣຍ "Ildefonso Guajardo Villarrea," ຂວາ, ເຂົ້າຮ່ວມການເຈລະຈາ NAFTA ຮອບທີ 4.
ຕົວແທນການຄ້າ ສະຫະລັດ ທ່ານ ໂຣເບີດ ໄລທາຍເຊີ "Robert Lighthizer," ກາງ, ພ້ອມກັບລັດຖະມົນຕີ ການຕ່າງປະເທດ ການາດາ ທ່ານນາງ ຄຣິສເຕຍ ຟຣີແລນ "Chrystia Freeland," ຊ້າຍ ແລະ ລັດຖະມົນຕີ ເສດຖະກິດຂອງ ເມັກຊິໂກ ທ່ານ ອິລເດຟັອນໂຊ ວິລລາເຣຍ "Ildefonso Guajardo Villarrea," ຂວາ, ເຂົ້າຮ່ວມການເຈລະຈາ NAFTA ຮອບທີ 4.

ຕົວແທນການຄ້າລະດັບສູງຈາກປະເທດ ການາດາ, ເມັກຊິໂກ ແລະ ສະຫະລັດ ມີກຳ
ນົດທີ່ຈະລາຍງານ ກ່ຽວກັບ ຄວາມກ້າວໜ້າຂອງການປຶກສາຫາລືຄືນໃໝ່ ກ່ຽວກັບ
ຂໍ້ຕົກລົງການຄ້າເສລີ ອາເມຣິກາເໜືອ ໃນວັນຈັນມື້ນີ້, ໃນຂະນະທີ່ປະຊາຊົນທີ່ຄຸ້ນ
ເຄີຍກັບຂັ້ນຕອນດັ່ງກ່າວເວົ້າວ່າ ຂໍ້ຕົກລົງສະບັບສຸດທ້າຍ ອາດຖືກຜັກດັນໃຫ້ກາຍວັນ
ທີ່ເປັນເປົ້າໝາຍໄປ ໃນເດືອນມີນາຈະມາເຖິງນີ້.

ທັງສາມປະເທດ ໄດ້ພະຍາຍາມທີ່ຈະເຮັດໃຫ້ການເຈລະຈາສິ້ນສຸດລົງໃນທ້າຍປີ
2017, ແຕ່ໄດ້ເລື່ອນວັນຂີດເສັ້ນຕາຍມາຢ່າງເປັນທາງການອອກໄປ ໃນຂະນະທີ່
ເຂົາເຈົ້າໄດ້ເຮັດວຽກ ເພື່ອ ຫາຜົນປະໂຫຍດຮ່ວມກັນ ໃນບັນຫາຂັດແຍ້ງກັນຫຼາຍ
ຢ່າງ.

ການເຈລະຈາຮອບຫຼ້າສຸດໃນນະຄອນ ມົງເດຣອາລ "Montreal" ລວມມີການເຮັດ
ວຽກ ກ່ຽວກັບ ກົນໄກຂໍ້ແກ້ໄຂບັນຫາ ແລະ ກົດລະບຽບຕ່າງໆ ສຳລັບອຸດສາຫະກຳ
ລົດຍົນ.

ສະຫະລັດ ຢາກລົບລ້າງຄະນະກຳມະການລະງັບຄວາມຂັດແຍ້ງເປັນສ່ວນໃຫຍ່ ແລະ
ຂະຫຍາຍເປີເຊັນໃນເນື້ອຫາຂອງ ສະຫະລັດ ທີ່ຕ້ອງການໃຫ້ມີໃນລົດ. ເຂົາເຈົ້າຍັງໄດ້
ສະເໜີຂໍ້ປີກຍ່ອຍນຳ ທີ່ຈະເຮັດໃຫ້ຂໍ້ຕົກລົງການຄ້າ 5 ປີສິ້ນສຸດລົງ ນອກຈາກທັງສາມ
ປະເທດຈະຕົກລົງກັນວ່າ ຈະເຮັດໃຫ້ມັນດຳເນີນຕໍ່ໄປ.

ຕົວແທນຈາກ ສະຫະລັດ ທ່ານ ເດຟ ຣາຍເຈີດ "Dave Reichert" ໄດ້ສະແດງຄວາມ
ຄິດໃນແງ່ບວກ ໃນວັນອາທິດວານນີ້ ຫຼັງຈາກທ່ານ ແລະ ກຸ່ມຂອງສະມາຊິກສະພາຄົນ
ອື່ນໆ ໄດ້ພົບປະກັນກັບຕົວແທນການຄ້າ ສະຫະລັດ ທ່ານ ໂຣເບີດ ໄລທາຍເຊີ
"Robert Lighthizer." ທ່ານໄດ້ກ່າວວ່າ ທ່ານ ໄລທາຍເຊີ “ມີຄວາມຫວັງ” ພ້ອມກັບ
ຮັບຮູ້ວ່າ “ມັນມີວຽກງານທີ່ຍິ່ງໃຫຍ່ ທີ່ຕ້ອງເຮັດໃຫ້ແລ້ວ.”

ຫົວໜ້ານັກເຈລະຈາຂອງ ການາດາ ທ່ານ ສຕີຟ ເວີເຮິລ "Steve Verheul" ໄດ້ກ່າວ
ໃນວັນເສົາທີ່ຜ່ານມາວ່າ “ພວກເຮົາກຳລັງເຄື່ອນໄຫວ ໄປໃນທາງທີ່ເປັນແງ່ບວກ
ໜ້ອຍນຶ່ງ.”

ທ່ານໄລທາຍເຊີ ຈະພົບປະ ກັບລັດຖະມົນຕີການຕ່າງປະເທດ ການາດາ ທ່ານນາງ
ຄຣິສເຕຍ ຟຣີແລນ "Chrystia Freeland" ແລະ ລັດຖະມົນຕີເສດຖະກິດ ເມັກຊິໂກ
ທ່ານ ອິລເດຟັອນໂຊ ວິລລາເຣຍ "Ildefonso Guajardo" ເພື່ອທົບທວນຄວາມກ້າວ
ໜ້າ ທີ່ໄດ້ເຮັດມາ ໂດຍກຸ່ມຂອງພວກເພິ່ນ ແລະ ເພື່ືອທຳການປະກາດ ກ່ຽວກັບສະ
ພາບຂອງການສືບສວນສອບສວນ.

ເຫດຜົນນຶ່ງ ທີ່ບັນດາປະເທດດັ່ງກ່າວໄດ້ຈັດເອົາເດືອນມີນາເປັນເປົ້າໝາຍວັນສິ້ນສຸດ
ນັ້ນ ກໍແມ່ນຍ້ອນການເລືອກຕັ້ງປະທານາທິບໍດີ ເມັກຊິໂກ ທີ່ປາກົດວ່າຈະມີຂຶ້ນໃນ
ເດືອນກໍລະກົດປີນີ້.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG