ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະ​ຫະ​ລັດ, ກາ​ນາ​ດາ ບັນ​ລຸ​ຂໍ້​ຕ​ົກ​ລົງ ​ການ​ຄ້າ​ໃໝ່


ນາ​ຍົກ​ລັດ​ຖະ​ມົນ​ຕີ ກາ​ນາ​ດາ ທ່ານ ຈັ​ສ​ຕິນ ທ​ຣູ​ໂດ, ຂວາ, ແລະ ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ ດໍ​ໂນ​ລ ທ​ຣຳ ເຂົ້າ​ຮ່ວມ​​ເຮັດ​ວຽກ ຢູ່ໃນກອງ​ປະ​ຊຸມ​ສຸດຍອດ G7 ໃນ​ເມືອງ ຊາກ​ເລີ​ວົວ, ເທດ​ສະ​ບານ ລາ ມາ​ລ​ບາ​ອີ, ແຂວງ ເກ​ເບັກ, ປະ​ເທດ ກາ​ນາ​ດາ. 8 ມິ​ຖຸ​ນາ, 2018.
ນາ​ຍົກ​ລັດ​ຖະ​ມົນ​ຕີ ກາ​ນາ​ດາ ທ່ານ ຈັ​ສ​ຕິນ ທ​ຣູ​ໂດ, ຂວາ, ແລະ ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ ດໍ​ໂນ​ລ ທ​ຣຳ ເຂົ້າ​ຮ່ວມ​​ເຮັດ​ວຽກ ຢູ່ໃນກອງ​ປະ​ຊຸມ​ສຸດຍອດ G7 ໃນ​ເມືອງ ຊາກ​ເລີ​ວົວ, ເທດ​ສະ​ບານ ລາ ມາ​ລ​ບາ​ອີ, ແຂວງ ເກ​ເບັກ, ປະ​ເທດ ກາ​ນາ​ດາ. 8 ມິ​ຖຸ​ນາ, 2018.

ຫຼັງ​ຈາກ​ການ​ປຶກ​ສ​າ​ຫາ​ລື​ຢ່າງ​ເຄັ່ງ​ຕຶງ​ໃນນາ​ທີ​ສຸດ​ທ້າຍ​ ກ່ອນ​ກຳ​ນົດ​ເສັ້ນ​ຕາຍໃນ​ຕອນ
ທ່ຽງຄືນແລ້ວ, ບັນດາເຈົ້າໜ້າທີ່ ສະຫະລັດ ແລະ ການາດາ ກໍໄດ້ປະກາດໃນຕອນແລງ
ວັນອາທິດວານນີ້ວ່າ ເຂົາເຈົ້າໄດ້ບັນລຸຂໍ້ຕົກລົງການຄ້າສະບັບນຶ່ງນຳກັນ, ທີ່ອະນຸຍາດ
ໃຫ້ຂໍ້ຕົກລົງສາມຝ່າຍກັບ ເມັກຊິໂກ ທີ່ຖືກດັດແປງໃໝ່ນັ້ນ ໄປສັບປ່ຽນຂໍ້ຕົກລົງການຄ້າ
ເສລີ ທະວີບອາເມຣິກາເໜືອ ເກົ່າ 45 ປີ.

ຂໍ້​ຕົກ​ລົງ ສະ​ຫະ​ລັດ, ເມັກ​ຊິ​ໂກ ແລະ ກາ​ນາ​ດາ ຫຼື USMCA ມູນຄ່າ 1200 ຕື້​ໂດ​ລາ​
ໃນການຄ້າປະຈຳປີນັ້ນ ຄາດວ່າຈະຖືກເຊັນກັນພາຍໃນ 60 ວັນ ໂດຍປະທານາທິບໍດີ
ດໍໂນລ ທຣຳ ແລະ ຄູ່ຮ່ວມຕຳແໜ່ງຂອງທ່ານ ຈາກ ການາດາ ແລະ ເມັກຊິໂກ.

ເຈົ້າ​ໜ້າ​ທີ່​ອາ​ວຸ​ໂສ ຂອງ​ລັດ​ຖະ​ບານ​ໄດ້​ກ່າວ​ຕໍ່​ບັນ​ດາ​ນັກ​ຂ່າວ ທີ່​ໄດ້​ເອີ້ນ​ປະ​ຊຸມ​ກັນ​ຢ່າ​ງ​
ຮີບເລັ່ງນັ້ນວ່າ “ພວກເຮົາຄິດວ່າ ນີ້ແມ່ນຂໍ້ຕົກລົງ ທີ່ພິເສດຫຼາຍ ສຳລັບ ສະຫະລັດ.
ແລະ ໄດ້ກ່າວເພີ່ມເຕີມວ່າ ມັນແມ່ນ “ໄຊຊະນະຄັ້ງໃຫຍ່ສຳລັບທ່ານປະທານາທິບໍດີ.”

ທ່ານ ທ​ຣຳ ໄດ້ເຮັດ​ໃຫ້​ການ​ຕຳ​ນິ​ວິ​ຈານ ກ່ຽວ​ກັບ ​ຂໍ້​ຕົກ​ລົງ​ການ​ຄ້າ​ເສ​ລີ ອາ​ເມ​ຣິ​ກາ​
ເໜືອ ຫຼື NAFTA ເປັນຈຸສຳຄັນຂອງຄວາມສຳເລັດໃນການໂຄສະນາຫາສຽງການ
ເລືອກຕັ້ງປີ 2016 ຂອງທ່ານ.

ທ່ານ ທ​ຣຳ ໄດ້​ເອີ້ນ NAFTA, ​ເຊິ່ງຖິ້ມ​ໂທດ​ໃສ່​ມັນ​ ຍ້ອນການ​ສູນ​ເສຍ​ວຽກໃນ​ໂຮງ​ຈັກ​
ໂຮງງານຂອງຊາວ ອາເມຣິກັນ ນັບຕັ້ງແຕ່ມັນໄດ້ມີຜົນບັງຄັບໃຊ້ໃນປີ 1994 ນັ້ນວ່າ
“ມັນອາດເປັນຂໍ້ຕົກລົງການຄ້າທີ່ຂີ້ຮ້າຍທີ່ສຸດ ທີ່ເຄີຍມີການລົງນາມຢູ່ບ່ອນໃດກໍຕາມ,
ແຕ່ແນ່ນອນແມ່ນທີ່ເຄີຍລົງນາມໃນປະເທດນີ້.”

ລັດ​ຖະ​ສະ​ພາ ສະ​ຫະ​ລັດ ແມ່ນ​ເບິ່ງ​ຄື​ວ່າ​ຈະ​ດຳ​ເນີນ​ການຕໍ່​ຂໍ້​ຕົກ​ລົງ USMCA ໃນ​ປີ​ໜ້າ.
ຊະຕາກຳຂອງມັນຢູ່ໃນກຳມືຂອງບັນດາສະມາຊິກສະພາ ອາເມຣິກັນ ແມ່ນຍັງໄກຈາກ
ຄວາມແນ່ນອນ, ໂດຍສະເພາະຖ້າພັກເດໂມແຄຣັດ ໄດ້ຍຶດຄືນການຄວບຄຸມສະພາຕ່ຳ
ໃນການເລືອກຕັ້ງກາງສະໄໝໃນເດືອນພະຈິກນີ້.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG