ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະ​ທານ ກຳ​ມະ​ການ ຕຸ​ລາ​ການ ສະ​ພາ​ຕ່ຳ ຢາກ​ໃຫ້​ເປີດ​ເຜີຍ ໃຈ​ຄວາມ ​ຂອງລາຍ​ງານ ທ່ານ​ມັ​ລ​ເລີ ກ່ຽວ​ກັບ ປ. ທ​ຣຳ


ປະ​ທານ​ຄະ​ນະ​ກຳ​ມະ​ການ​ຕຸ​ລາ​ການ ຂອງ​ສະ​ພາ​ຕ່ຳ ທ່ານ​ແຈຣີ ​ ແນັດ​ເລີ ພວມ​ຖະ​ແຫຼງ ຢູ່​ທີ່​ຕຶກ​ສະ​ພາ ເມື່ອ​ວັນ​ທີ 26 ມີ​ນາ 2019.
ປະ​ທານ​ຄະ​ນະ​ກຳ​ມະ​ການ​ຕຸ​ລາ​ການ ຂອງ​ສະ​ພາ​ຕ່ຳ ທ່ານ​ແຈຣີ ​ ແນັດ​ເລີ ພວມ​ຖະ​ແຫຼງ ຢູ່​ທີ່​ຕຶກ​ສະ​ພາ ເມື່ອ​ວັນ​ທີ 26 ມີ​ນາ 2019.

ປະ​ທານ​ຄະ​ນະ​ກຳ​ມະ​ການ​ຕຸ​ລາ​ການ ​ຂອງ​ສະ​ພາ​ຕ່ຳຢາກ​ໃຫ້​ລັດ​ຖະ​ມົນ​ຕີ​ກະ​ຊວງ​ຍຸ​ຕິ​ທຳ ທ່ານ​ວິ​ລ​ລຽມ​ ບາ ນຳ​ອອກ​ເຜີຍ​ແຜ່ ​ໃຈ​ຄວາມ​ຂອງ​ບົດ​ລາຍ​ງານ ທີ່​ເຮັດຂຶ້ນ​ໂດຍ​ທີມ​ງານ​ຂອງ​ໄອ​ຍະ​ການ​ພິ​ເສດ​ ທ່ານ​ໂຣ​ເບີດ ມັ​ລ​ເລີ ເອງ.

ທ່ານແຈຣີ ເນດເລີ ປະ​ທານ​ຄະ​ນະ​ກຳ​ມະ​ການ​ຕຸ​ລາ​ການ​ສະ​ພາ​ຕ່ຳ ທີ່​ສັງ​ກັດ​ພັກ​ເດ​ໂມ​ແຄ​ຣັດ ໄດ້​ສົ່ງ​ຈົດ​ໝາຍ​ສະ​ບັບ​ນຶ່ງ​ໄປ​ຫາ​ທ່ານ​ບາ ຫຼັງ​ຈາກ​ມີ​ລາຍ​ງານ​ຂອງສື່ມວນ​ຊົນ ໂດຍ​ກ່າວ​ວ່າ ຄະ​ນະ​ທີມ​ງານ​ຂອງ​ທ່ານ​ມັ​ລ​ເລີ​ບໍ່​ດີ​ໃຈກ່ຽວ​ກັບ​ການ​ສະຫຼຸ​ບ​ຂອງ​ທ່າ​ນ​ບາຍ້ອນ​ລາຍ​ງານ​ຂ່າວ​ແຈ້ງວ່າ ການ​ສືບ​ສວນ​ຂອງ​ທ່ານ​ມັ​ລ​ເລີນັ້ນ​ແມ່ນ​ມີ​ຄວາມ​ເສຍ​ຫາຍ​ຮ້າຍ​ແຮງ ​ຕໍ່​ທ່ານ​ທ​ຣຳ ກວ່າ​ທີ່​ທ່ານ​ບາ ນຳ​ພາ​ໃຫ້​ສະ​ພາ ແລະ​ປະ​ຊາ​ຊົນ​ເຊື່ອ.

ທ່ານ​ເນດ​ເລີ​ຂຽນ​ວ່າ "ຖ້າ​ລາຍ​ງານ​ຂ່າວ​ເມື່ອ​ໄວໆ​ມານີ້ ​ຫາກ​ຖືກ​ຕ້ອງແລ້ວ ໃຈຄວາມ​ຕ່າງໆ​ຂອງ​ບົດ​ລາຍ​ງານ​ກໍ​ຄວນ​ຈະ​ນຳ​ອອກ​ເຜີຍ​ແຜ່ໃຫ້​ປະ​ຊາ​ຊົນ​ຮູ້ ໂດຍໄວ​ເທົ່າ​ທີ່​ຈະ​ໄວ​ໄດ້. ທ່ານ​ໄດ້​ສະ​ໜອງ​ການ​ຕີ​ຄວາມ​ໝາຍ ​ໃນ​ການ​ສະ​ຫຼຸບ​ຂອງ​ໄອ​ຍະ​ການ​ພິ​ເສດ​ໄປ​ແລ້ວ ໃນ​ວິ​ທີ​ທີ່​ປາ​ກົດ​ວ່າ ປະ​ທາ​ນາ​ທິ​ບໍ​ດີ​ມີ​ຄວາມ​ຄຸມ​ເຄືອໜ້ອຍ​ທີ່​ສຸດ​ຢູ່​ໃນ​ບົດ​ລາຍ​ງານ. ການ​ເປີດ​ເຜີຍ​ໃຈ​ຄວາມ​ທັງ​ໝົດ​ໂດຍ​ບໍ່​ຊັກ​ຊ້າ​ຈະເລີ້ມ​ເຮັດ​ໃຫ້​ປະ​ຊາ​ຊົນ​ອາ​ເມ​ຣິ​ກັນ ຕັດ​ສິນ​ຄວາມ​ຈິງ​ຕ່າງໆ​ດ້ວຍ​ຕົວ​ຂອງ​ເຂົາ​ເຈົ້າເອງ."

ອີງ​ຕາມ​ໃຈ​ຄວາມຍາວ​ສີ່​ໜ້າ​ຂອງບົດ​ລາຍ​ງານ​ທີ່​ຍາວ 300 ກວ່າ​ໜ້າ​ຂອງທ່ານບານັ້ນ ທ່ານ​ມັ​ລ​ເລີ​ໄດ້​ສະ​ຫຼຸບ​ວ່າ ທັງ​ປະ​ທາ​ນາ​ທິ​ບໍ​ດີ​ທ​ຣຳແລະ​ຄະ​ນະ​ໂຄ​ສະ​ນາຫາ​ສຽງ​ຂອງ​ທ່ານ ແມ່ນ​ບໍ່​ໄດ້​ສົມ​ຮູ້​ຮ່ວມ​ຄິດ​ກັບ​ຣັດ​ເຊຍ ໃນ​ການ​ພະ​ຍາ​ຍາມ​ໃຊ້ອິດ​ທິ​ພົນ​ເຂົ້າ​ແຊກ​ແຊງ ຕໍ່​ຜົນ​ການ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ ໃນ​ປີ 2016.

ອີງ​ຕາມ​ທ່ານ​ບາ ໃນ​ຂະ​ນະ​ທີ່​ລາຍ​ງານ​ຂອງ​ທ່ານ​ມັ​ລ​ເລີ “ບໍ່​ໄດ້​ສະ​ຫຼຸບ​ວ່າ​ປະ​ທານາ​ທິ​ບໍ​ດີ​ໄດ້​ເຮັດ​ຄວາມ​ຜິດ​ໃດໆແຕ່​ກໍ​ບໍ່​ໄດ້​ເຮັດ​ໃຫ້​ທ່ານ​ພົ້ນ​ຈາກ​ຄວາມ​ຜິດ​ເລີຍ.” ທ່ານ​ບາ​ຍັງ​ຂຽນ​ຕື່ມ​ວ່າ ທ່ານ​ເອງ ແລະ​ຜູ້​ຮອງ​ຂອງ​ທ່ານ ທ່ານ​ຣອດ ໂຣ​ເຊັນ​ສ​ຕາຍ​ນ໌ ບໍ່​ໄດ້​ພົບ​ເຫັນ​ຫຼັກ​ຖານ​ໃດໆ ​ທີ່​ວ່າ ທ່ານ​ທ​ຣຳ​ໄດ້​ເຮັດ​ຄວາມ​ຜິດ​ ຕາມ​ທີ່​ມີການ​ກ່າວ​ຫາ ເພື່ອ​ຫາ​ທາງ​ທັບ​ມ້າງ​ການ​ສືບ​ສວນນັ້ນ.

ໃນ​ຂະ​ນະ​ທີ່​ທ່ານ​ທ​ຣຳ​ຢືນ​ຢັດ​ວ່​າ ລາຍ​ງານ​ຂອງ​ທ່ານ​ມັລ​ເລີ ອີງ​ຕາມ​ໃຈ​ຄວາມ​ທີ່​ສະ​ຫຼຸບ​ໂດຍ​ທ່ານ​ບາ​ແລ້ວ ທ່ານ​ແມ່ນ​ພົ້ນ​ຄວາມ​ຜິດ​ທັງ​ໝົດ ແລະ​ສະ​ມາ​ຊິກ​ພັກ​ຣີພັບ​ບ​ລີ​ກັນ​ບາງ​ຄົນ​ກ່າວ​ວ່າ ມັນ​ເຖິງ​ເວ​ລາ​ແລ້ວ​ທີ່​ຈະ​ດຳ​ເນີນ​ການ​ເລື້ອງ​ອື່ນ ແຕ່ສະ​ມາ​ຊິກ​ພັກ​ເດ​ໂມ​ແຄ​ຣັດ​ຫຼາຍໆ​ຄົນ​ແມ່ນ​ຍັງ​ບໍ່​ພໍ​ໃຈ ໂດຍ​ສະ​ເພາະ​ແລ້ວ​ເວ​ລາທ່ານ​ມັ​ລ​ເລີ​ກ່າວ​ວ່າ ທ່ານ​ບໍ່​ສາ​ມາດ​ໃຫ້​ທ່ານ​ທ​ຣຳ​ພົ້ນ​ຜິດ.

ຄະ​ນະ​ກຳ​ມະ​ການ​ຕຸ​ລາ​ການ​ຂອງ​ສະ​ພາ​ຕ່ຳ ​ໄດ້​ລົງ​ຄະ​ແນນ​ສຽງ​ຕາມ​ສາຍ​ຂອງ​ພັກ​ໃນ​ມື້​ວັນ​ພຸດ​ຜ່ານ​ມາ ອະ​ນຸ​ຍາດ​ໃຫ້​ທ່ານ​ນາດ​ເລີ ອອກ​ໝາຍ​ສາ​ນ​ເພື່ອ​ຂໍ​ເອົາລາຍ​ງານຂອງ​ທ່ານ​ມັ​ລ​ເລີ​ທັງ​ໝົດ ຕະ​ຫຼອດ​ທັງ​ຫຼັກ​ຖານ​ຕ່າງໆ​ທີ່​ທ່ານ​ໄດ້​ໃຊ້.

ທ່ານ​ບາ​ໃນ​ວັນ​ພະ​ຫັດ​ວານນີ້ ໄດ້​ກ່າວ​ປ້ອງ​ກັນ​ການ​ຈັດ​ການ​ຂອງ​ທ່ານ​ກ່ຽວ​ກັບລາຍ​ງານ​ຂອ​ງ​ທ່ານ​ມັ​ລ​ເລີ. ທ່ານ​ໄດ້​ສັນ​ຍາ​ວ່າ​ ຈະ​ເປີດ​ເຜີຍ​ລາຍ​ງານ​ດັ່ງ​ກ່າວຫຼາຍ​ເທົ່າ​ທີ່​ຈະ​ຫຼາຍ​ໄດ້ ໂດຍ​ກ່າວ​ວ່າ ເອກ​ກະ​ສານ​ທີ່​ວ່ານີ້ ແມ່ນ​ບັນ​ຈຸ​ຂໍ້​ຄວາມຂອງ​ຄະ​ນະ​ຕຸ​ລາ​ການ​ໃຫຍ່​ຈຳ​ນວນ​ນຶ່ງ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG