ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

disregard please-ສະພາແຫ່ງຊາດລາວຊຸດທີ 7 ເລີ້ມດໍາເນີນກອງປະຊຸມສະໄໝສາມັນຄັ້ງທີ 3 ຢ່າງເປັນທາງການ


ສະພາແຫ່ງຊາດລາວຊຸດທີ 7 ເລີ້ມດໍາເນີນກອງປະຊຸມສະໄໝສາມັນຄັ້ງທີ 3 ຢ່າງເປັນທາງການ ໂດຍມີວາລະສໍາ ຄັນໃນການພິຈາລະນາຮ່າງກົດໝາຍ 7 ສະບັບ ແລະແຜນການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ.

ກອງປະຊຸມສະໄໝສາມັນຄັ້ງທີ 3 ຂອງສະພາແຫ່ງຊາດລາວຊຸດທີ 7 ໄດ້ໄຂຂຶ້ນຢ່າງເປັນທາງການໃນຕອນເຊົ້າ ຂອງວັນທີ 20 ມິຖຸນາທີ່ຜ່ານມາ ພາຍໃຕ້ການເປັນປະທານຂອງທ່ານນາງປານີ ຢາທາຕູ້ ໂດຍມີທ່ານຈູ​ມມະລີ ໄຊຍະສອນ ປະທານປະເທດ ພ້ອມທັງບັນດາຜູ້ນໍາພັກ-ລັດ ແລະສະມາຊິກສະພາແຫ່ງຊາດລາວເຂົ້າຮ່ວມໃນພິທີໄຂ ກອງປະຊຸມຄັ້ງນີ້ດ້ວຍ.

ກ່ຽວກັບຄວາມສໍາຄັນຂອງກອງປະຊຸມສະພາແຫ່ງຊາດລາວໃນຄັ້ງນີ້ ທ່ານນາງປານີ ກໍໄດ້ເນັ້ນຢໍ້າວ່າ ມີວາລະ ສໍາຄັນທີ່ຖືກບັນຈຸເຂົ້າໃນການພິຈາລະນາຂອງກອງປະຊຸມຈໍານວນທັງໝົດ 10 ວາລະດ້ວຍກັນ ໂດຍສະເພາະແມ່ນ ຮ່າງກົດໝາຍຕ່າງໆ ທີ່ຖືກບັນຈຸເຂົ້າສູ່ກອງປະຊຸມຄັ້ງນີ້ກໍ່ມີເຖິງ 7 ສະບັບ ແລະໃນນີ້ເປັນກົດໝາຍໃໝ່ 2 ສະບັບ ແລະກົດໝາຍເກົ່າດັດແກ້ໃໝ່ 5 ສະບັບ ດັ່ງທີ່ ທ່ານນາງປານີ ຊີ້ແຈງວ່າ:

“ຈະໄດ້ຮັບຮອງກົດໝາຍສ້າງໃໝ່ຈໍານວນ 2 ສະບັບ ຄືກົດໝາຍວ່າດ້ວຍການສ້າງນິຕິກໍາ ແລະກົດໝາຍວ່າດ້ວຍ ການສົ່ງຜູ້ຮ້າຍຂ້າມແດນ ແລະຮັບຮອງການປັບປຸງບາງມາດຕາຂອງ 5 ກົດໝາຍ ຄືກົດໝາຍວ່າດ້ວຍການດໍາ ເນີນຄະດີອາດຍາ, ກົດໝາຍວ່າດ້ວຍການດໍາເນີນຄະດີແພ່ງ, ກົດໝາຍວ່າດ້ວຍຊັບສິນຂອງລັດ, ກົດໝາຍວ່າ ດ້ວຍການກວດສອບ, ກົດໝາຍວ່າດ້ວຍການກິລາ ແລະກາຍະກໍາ”

ສ່ວນວາລະອື່ນໆທີ່ສໍາຄັນນັ້ນ ກໍປະກອບດ້ວຍການພິຈາລະນາ ແລະຮັບຮອງເອົາລາຍງານຂອງລັດຖະບານກ່ຽວກັບ ການຈັດຕັ້ງປະຕິບັດແຜນການພັດທະນາເສດຖະກິດ-ສັງຄົມ ແຜນງົບປະມານແຫ່ງລັດປີ 2011-12 ແລະທິດທາງ ວຽກງານສົກປີ 2012-2013 ການພິຈາລະນາບົດລາຍງານຂອງປະທານອົງການກວດສອບແຫ່ງລັດ ຫົວໜ້າອົງ ການປະຊາຊົນສູງສຸດ, ປະທານ​ສານປະຊາຊົນສູງສຸດ, ແລະລັດຖະມົນຕີວ່າການກະຊວງຍຸດຕິທໍາເປັນຕັ້ນ.

ນອກຈາກນີ້ ກໍຈະມີການລາຍງານກ່ຽວກັບການຈັດຕັ້ງເຄື່ອນໄຫວວຽກງານຂອງສະພາແຫ່ງຊາດ ທີ່ໄດ້ຈັດຕັ້ງ ປະຕິບັດໃນຮອບ 1 ປີທີຜ່ານມາ ລວມໄປເຖິງຮັບຟັງການປະກອບຄວາມເຫັນຂອງຜູ້ຕາງໜ້າອົງການ ຈັດຕັ້ງຂອງພັກ-ລັດ ກໍຄື ແນວລາວສ້າງຊາດ, ສະຫະພັນກໍາບານລາວ, ສະຫະພັນແມ່ຍິງລາວ, ສູນກາງຊາວໜຸ່​ມ ປະຕິວັດລາວ ແລະອົງການອື່ນໆອີກຈໍານວນນຶ່ງ ໂດຍກອງປະຊຸມຈະດໍາເນີນໄປຈົງເຖິງວັນທີ 13 ກໍລະກົດ ກອງປະຊຸມຈຶ່ງຈະອັດລົງ.

ແຕ່ຢ່າງໃດກໍ່ຕາມ ທ່ານທອງສິງ ທໍາມະວົງ ນາຍົກລັດຖະມົນຕີໃນຖານະອະດີດປະທານສະພາແຫ່ງຊາດລາວ ໄດ້ຍອມຮັບວ່າ ການຮ່າງກົດໝາຍ ແລະການຮັບຮອງຮ່າງກົດໝາຍອອກມາບັງຄັບໃຊ້ ໂດຍສະພາແຫ່ງຊາດລາວ ໃນໄລຍະທີຜ່ານມາ ເຖິງແມ່ນວ່າຈະສາມາດຜ່ານກົດໝາຍອອກມາບັງຄັບໃຊ້ໄດ້ຫຼາຍສົມຄວນກໍ່ຕາມ ຫາກແຕ່ໃນຂະນະດຽວກັນກໍປາກົດວ່າ ມີຈໍານວນບໍ່ໜ້ອຍທີ່ເປັນການດັດແກ້ກົດໝາຍເກົ່າ ເພື່ອໃຫ້ສອດຄ້ອງກັບສະພາບການທີ່ປ່ຽນແປງໄປຢ່າງໄວວາ.

ເພາະສະນັ້ນ ເມື່ອເປັນແນວນີ້ ກໍໄດ້ເປັນຜົນເຮັດໃຫ້ສະມາຊິກສະພາແຫ່ງຊາດ ຕ້ອງໃຊ້ເວລາໄປບໍ່ໜ້ອຍຄືກັນເພື່ອທໍາການດັດແກ້ກົດໝາຍເກົ່າໃຫ້ທັນສະໄໝ ດັ່ງກ່າວ. ນອກຈາກນີ້ ກໍຍັງໄດ້ສົ່ງຜົນກະທົບຕໍ່ເນື່ອງ ເຮັດໃຫ້ມີເວລາໃນການສ້າງກົດໝາຍໃໝ່ໄດ້ໜ້ອຍລົງ ແລະຍັງເປັນການສະທ້ອນເຖິງຄຸນນະພາບທີ່ຕໍ່າຂອງກົດໝາຍໃນລາວອີກດ້ວຍ.

ທັງນີ້ໂດຍສະພາແຫ່ງຊາດລາວຊຸດທີ 7 ນີ້ ມີຈໍານວນສະມາຊິກທັງໝົດ 132 ຄົນ ຊຶ່ງເພີ່ມຂຶ້ນຈາກຊຸດທີ 6 ທີ່ມີຈໍາ ນວນທັງໝົດ 115 ຄົນ ເນື່ອງຈາກວ່າ ຈໍານວນປະຊາກອນລາວ ໄດ້ເພີ່ມຂຶ້ນຢ່າງຕໍ່ເນື່ອງ ສ່ວນໃນດ້ານນິຕິບັັນຍັດນັ້ນ ກໍປາກົດວ່າສະພາແຫ່ງຊາດລາວ ໄດ້ຜ່ານກົດໝາຍອອກມາບັງຄັບໃຊ້ແລ້ວ ຈໍານວນທັງໝົດຫຼາຍກວ່າ 90 ສະບັບໃນປັດຈຸບັນນີ້.

XS
SM
MD
LG