ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຈົ້າໜ້າທີ່ ເກົາຫຼີເໜືອ ແລະ ສວີເດັນ ສຳເລັດ ການເຈລະຈາ ໃນນະຄອນຫຼວງ ສຕັອກໂຮມ


ລັດຖະມົນຕີການຕ່າງປະເທດ ເກົາຫຼີເໜືອ ທ່ານ ອີ ຢົງ ໂຮ ເດີນທາງອອກຈາກຕຶກລັດຖະບານ ໂຣເຊັນບັດ ຂອງ ສວີເດັນ, ໃຈກາງນະຄອນຫຼວງ ສຕັອກໂຮມ. 16 ມີນາ, 2018.
ລັດຖະມົນຕີການຕ່າງປະເທດ ເກົາຫຼີເໜືອ ທ່ານ ອີ ຢົງ ໂຮ ເດີນທາງອອກຈາກຕຶກລັດຖະບານ ໂຣເຊັນບັດ ຂອງ ສວີເດັນ, ໃຈກາງນະຄອນຫຼວງ ສຕັອກໂຮມ. 16 ມີນາ, 2018.

ການເຈລະຈາສາມວັນ ລະຫວ່າງ ລັດຖະມົນຕີການຕ່າງປະເທດເກົາຫຼີເໜືອ ແລະ
ສວີເດັນ ໄດ້ສິ້ນສຸດລົງເມື່ອວັນເສົາວານນີ້, ເປັນການປະຊຸມທີ່ອາດນຳໄປສູ່ການພົບ
ປະກັນລະຫວ່າງປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ແລະ ຜູ້ນຳ ເກົາຫຼີເໜືອ
ທ່ານ ກິມ ຈົງ ອຶນ.

ໃນວັນສຸກທີ່ຜ່ານມາ, ເອກອັກຄະລັດຖະທູດ ສວີເດັນ ປະຈຳອົງການສະຫະປະຊາ
ຊາດ ທ່ານ ໂອລັອຟ ສກູກ "Olof Skoog" ໄດ້ພະຍາຍາມທີ່ຈະຫຼຸດຜ່ອນຄວາມເຄັ່ງຕຶງ
ໃນແຫຼມ ເກົາຫຼີ ດ້ວຍການຈັດການເຈລະຈາຂຶ້ນ. ສວີເດັນ ແມ່ນນຶ່ງໃນມະຫາອຳນາດ
ປະເທດຕາເວັນຕົກບໍ່ເທົ່າໃດປະເທດທີ່ມີສະຖານທູດຕັ້ງຢູ່ໃນນະຄອນຫຼວງ ພຽງຢາງ.
ຢູ່ທີ່ນັ້ນ, ເຂົາເຈົ້າບໍ່ພຽງແຕ່ໃຫ້ການບໍລິການທາງການທູດສຳລັບປະຊາຊົນຊາວ
ສວີເດັນ ເທົ່ານັ້ນ, ແຕ່ກໍສຳລັບປະຊາຊົນ ສະຫະລັດ, ການາດາ ແລະ ອອສເຕຣເລຍ
ດ້ວຍ.

ທ່ານ ສກູກ ໄດ້ກ່າວຕໍ່ບັນດານັກຂ່າວໃນນະຄອນ ນິວຢອກ ວ່າ “ສະຖານະການດ້ານ
ຄວາມປອດໄພໃນແຫຼມ ເກົາຫຼີ ແມ່ນນຶ່ງໃນບັນຫາທີ່ມີຄວາມກົດດັນຫຼາຍທີ່ສຸດ ໃນ
ເຫດການທົ່ວໂລກປັດຈຸບັນນີ້, ແລະ ຖ້າ ສວີເດັນ ສາມາດເປັນສ່ວນນຶ່ງໃນການຫຼຸດ
ຜ່ອນຄວາມເຄັ່ງຕຶງຢູ່ທີ່ນັ້ນ, ນີ້ກໍແມ່ນສິ່ງທີ່ພວກເຮົາກຳລັງພະຍາຍາມທີ່ຈະເຮັດ.”

ລັດຖະມົນຕີການຕ່າງປະເທດ ເກົາຫຼີເໜືອ ທ່ານ Ri Yong Ho ແລະ ນາຍົກລັດຖະ
ມົນຕີ ສວີເດັນ ທ່ານ ສເຕຟານ ໂລເວັນ "Stefan Lofven" ໄດ້ພົບປະກັນໃນເວລາ
ອັນສັ້ນໆທີ່ນະຄອນຫຼວງ ສຕັອກໂຮມ "Stockholm" ໃນວັນສຸກທີ່ຜ່ານມາ, ແຕ່ໂຄສົກ
ຂອງທ່ານ ສກູກ ແລະ ທ່ານ ໂລເວັນ ບໍ່ໄດ້ເປີດເຜີຍກ່ຽວກັບ ສິ່ງທີ່ເຈົ້າໜ້າທີ່ທັງສອງ
ທ່ານໄດ້ປຶກສາຫາລືກັນ.

ທ່ານ ສກູກ ໄດ້ກ່າວເພີ່ມເຕີມວ່າ, ແນວໃດກໍຕາມ, ການເຈລະຈາໃນນະຄອນຫຼວງ
ສຕັອກໂຮມ “ຫວັງວ່າ” ຈະຊ່ວຍເຫຼືອ “ໃນການສ້າງສະພາບແວດລ້ອມທີ່ດີສຳລັບການ
ພົບປະດັ່ງກ່າວ” ແລະ ໄດ້ປະຕິເສດທີ່ຈະໃຫ້ຄຳເຫັນ ເມື່ອຖືກຖາມວ່າ ສວີເດັນ ຈະຈັດ
ກອງປະຊຸມຂອງບັນດາຜູ້ນຳ ສະຫະລັດ ແລະ ເກົາຫຼີເໜືອ ບໍ່.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG