ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຈົ້າໜ້າທີ່ ເກົາຫຼີເໜືອ ແລະ ສະວີເດັນ ເລີ້ມເຈລະຈາ ກັນອີກ ທີ່ ສະຕັອກໂຮມ

ລັດຖະມົນຕີ ການຕ່າງປະເທດເກົາຫຼີເໜືອ ທ່ານ ນີ ຢົງ ໂຮ ພວມອອກມາຈາກ ຕຶກໂຮງການ ໂຣເຊນແບັດ ໃນເຂດໃຈກາງ ນະຄອນຫຼວງສະຕັອກໂຮມ. (ວັນທີ 16 ມີນາ 2018)
ລັດຖະມົນຕີ ການຕ່າງປະເທດເກົາຫຼີເໜືອ ທ່ານ ນີ ຢົງ ໂຮ ພວມອອກມາຈາກ ຕຶກໂຮງການ ໂຣເຊນແບັດ ໃນເຂດໃຈກາງ ນະຄອນຫຼວງສະຕັອກໂຮມ. (ວັນທີ 16 ມີນາ 2018)

ມີກຳນົດວ່າ ການເຈະລຈາກັບລັດຖະມົນຕີການຕ່າງປະເທດເກົາຫລີເໜືອ ທ່ານນີ ຢົງ
ໂຮ (Ri Yong Ho) ຈະເລີ້ມຄືນອີກ ໃນວັນເສົາມື້ນີ້ ຊຶ່ງເປັນການຢ້ຽມຢາມ ທີ່ພວກນັກ
ສັງເກດການຂອງໂລກບາງຄົນເຊື່ອວ່າອາດຊ່ອຍແຜ້ວທາງເພື່ອການພົບປະລະຫວ່າງ
ພວກຜູ້ນຳຂອງສະຫະລັດແລະເກົາຫຼີເໜືອ. ການເຈລະຈາທີ່ນະຄອນສະຕັອກໂຮມຕົ້ນ
ຕໍແລ້ວ ມີກຳນົດທີ່ຈະສິ້ນສຸດລົງໃນວັນສຸກວານນີ້ ອີງຕາມແຫຼ່ງຂ່າວທີ່ຮູ້ເລື່ອງດີ.

ເອກອັກຄະລັດຖະທູດສະວີເດັນ ປະຈຳອົງການສະຫະປະຊາຊາດ ທ່ານໂອລັອຟ ສະ
ກູກ (Olof Skoog) ກ່າວໃນວັນສຸກວານນີ້ວ່າ ປະເທດຂອງທ່ານພວມພະຍາຍາມຫາ
ທາງຫລຸດຜ່ອນຄວາມເຄັ່ງຕຶງຢູ່ໃນແຫຼມເກົາຫຼີໂດຍເປັນເຈົ້າພາບຈັດໃຫ້ມີການເຈລະ ຈາດັ່ງກ່າວ.

ພວກນັກຂ່າວ ແລະຊ່າງພາບ ຢືນຢູ່ນອກ ກະຊວງຕ່າງປະເທດ ສະວີເດັນ ເພື່ອລໍຖ້າ ລັດຖະມົນຕີ ຕ່າງປະເທດ ເກົາຫຼີເໜືອ ແລະຄະນະ (ວັນທີ 15 ມີນາ 2018)
ພວກນັກຂ່າວ ແລະຊ່າງພາບ ຢືນຢູ່ນອກ ກະຊວງຕ່າງປະເທດ ສະວີເດັນ ເພື່ອລໍຖ້າ ລັດຖະມົນຕີ ຕ່າງປະເທດ ເກົາຫຼີເໜືອ ແລະຄະນະ (ວັນທີ 15 ມີນາ 2018)

ທ່ານສະກູກ ກ່າວຕໍ່ພວກນັກຂ່າວທີ່ນະຄອນນິວຢອກວ່າ “ສະຖານະການດ້ານຄວາມ
ໝັ້ນຄົງຢູ່ແຫຼມເກົາຫຼີ ແມ່ນເປັນບັນຫາທີ່ຮີບດ່ວນທີ່ສຸດຂອງໂລກໃນປັດຈຸບັນນີ້ ແລະ
ຖ້າສະວີເດັນສາມາດເອົາບົດບາດບາງຢ່າງເພື່ອຫຼຸດຜ່ອນຄວາມເຄັ່ງຕຶງທີ່ນັ້ນ ນີ້ແມ່ນ
ສິ່ງທີ່ພວກເຮົາກຳລັງພະຍາຍາມຈະເຮັດ.”

ທ່ານນີ ແລະນາຍົກລັດຖະມົນຕີສະວີເດັນ ທ່ານສະເຕຟານ ລອຟເວິນ (Stefan Lof-
ven) ໄດ້ພົບປະເປັນເວລາສັ້ນໆ ທີ່ນະຄອນສະຕັອກໂຮມ ໃນວັນສຸກວານນີ້ ແຕ່ທ່ານ
ສະກູກ ແລະໂຄສົກຂອງທ່ານລອຟເວິນ ບໍ່ຍອມເປີດເຜີຍສູ່ຟັງວ່າ ບຸກຄົນທັງສອງໄດ້
ຫາລືກັນຫຍັງແດ່.

ທ່ານສະກູກກ່າວຕື່ມວ່າ ແນວໃດກໍຕາມ ການເຈລະຈາຫາລືທີ່ນະຄອນສະຕັອກໂຮມ ແມ່ນການຊ່ອຍເຫຼືອ “ທີ່ຫວັງວ່າ” ຈະ “ຊ່ອຍສ້າງບັນຍາກາດທີ່ດີ ສຳລັບການປະຊຸມ” ແລະບໍ່ຍອມໃຫ້ຄວາມເຫັນ ເວລາມີການຖາມວ່າ ສະວີເດັນຈະເປັນເຈົ້າພາບຈັດການ ພົບປະລະຫວ່າງຜູ້ນຳສະຫະລັດ ແລະເກົາຫຼີເໜືອຫຼືບໍ່.

ລັດຖະມົນຕີ ການຕ່າງປະເທດ ເກົາຫຼີໃຕ້ ທ່ານກັງ ກະຍຸງ ວາ (ຂວາ) ນັ່ງຢູ່ກັບ ເອກອັກຄະລັດຖະທູດ ເກົາຫຼີໃຕ້ ປະຈຳ ສຫລ ທ່ານອັນ ໂຮ ຢັງ ກ່ອນການພົບປະ ກັບຄະນະກຳມະການ ກິດຈະການ ຕ່າງປະເທດ ຂອງສະພາຕ່ຳ ທີ່ນະຄອນຫຼວງ ວໍຊິງຕັນ (ວັນທີ 15 ມີນາ 2018)

ທ່ານກ່າວວ່າ “ພວກເຮົາມີແຕ່ຢາກຈະຊ່ອຍໃນການຫລຸດຜ່ອນຄວາມເຄັ່ງຕຶງຢູ່ແຫຼມ
ເກົາຫຼີ.”

ປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣຳ ໄດ້ໃຫ້ການຢືນຢັນກ່ຽວກັບແຜນການ
ຂອງທ່ານ ທີ່ຈະພົບປະ ກັບຜູ້ນຳເກົາຫຼີເໜືອ ທ່ານກິມ ຈົງ ອຶນ ພາຍໃນ ທ້າຍເດືອນ
ພຶດສະພາເພື່ອເຈລະຈາກ່ຽວກັບໂຄງການນິວເຄລຍຂອງພຽງຢາງ ອີງຕາມຖະແຫຼງ
ການຂອງທຳນຽບຂາວ. ໃນການໂທລະສັບ ໄປໂອ້ລົມ ກັບປະທານາທິບໍດີເກົາຫຼີໃຕ້
ທ່ານມູນ ແຈ ອິນ ນັ້ນ ທ່ານທຣຳໄດ້ສະແດງ “ຄວາມຫວັງໄປໃນແງ່ດີແບບລະມັດລະ
ວັງ” ກ່ຽວກັບການເຄື່ອນໄຫວຫວ່າງມໍ່ໆມານີ້ຂອງເກົາຫຼີເໜືອ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG