ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຜູ້ນຳ ເກົາຫລີເໜືອ ຮຽກຮ້ອງໃຫ້ປັບປຸງ ຊີວິດການເປັນຢູ່ ຂອງປະຊາຊົນ ໃຫ້ດີຂຶ້ນ


ຜູ້ນຳເກົາຫລີເໜືອ, ທ. ກິມ ຈົງ ອຶນກ່າວຄໍາປາໄສຢູ່ໃນກອງປະຊຸມສະໄໝ ທີ 5 ຂອງສະພາປະຊາຊົນສູງສຸດຊຸດທີ 14 ຂອງສາທາລະນະລັດປະຊາທິປະໄຕປະຊາຊົນເກົາຫລີ ຫລື DPR ໃນນະຄອນຫລວງພຽງຢາງ ຊຶ່ງເຜີຍແຜ່ອອກມາໃນວັນທີ 30 ກັນຍາ, 2021
ຜູ້ນຳເກົາຫລີເໜືອ, ທ. ກິມ ຈົງ ອຶນກ່າວຄໍາປາໄສຢູ່ໃນກອງປະຊຸມສະໄໝ ທີ 5 ຂອງສະພາປະຊາຊົນສູງສຸດຊຸດທີ 14 ຂອງສາທາລະນະລັດປະຊາທິປະໄຕປະຊາຊົນເກົາຫລີ ຫລື DPR ໃນນະຄອນຫລວງພຽງຢາງ ຊຶ່ງເຜີຍແຜ່ອອກມາໃນວັນທີ 30 ກັນຍາ, 2021

ເກົາຫຼີເໜືອກ່າວໃນວັນຈັນມື້ນີ້ວ່າຜູ້ນຳກິມ ຈົງ ອຶນ ຮຽກຮ້ອງໃຫ້ເຈົ້າໜ້າທີ່ເອົາຊະນະ “ສະຖານະການທີ່ໜັກໜ່ວງ” ທີ່​ປະ​ເທດ​ກຳ​ລັງປະເຊີນຢູ່ ແລະດຳ​ເນີນຄວາມພະຍາຍາມທີ່​ເຂັ້ມ​ແຂງຫຼາຍຂຶ້ນເພື່ອປັບປຸງສະ​ພາບ​ສະບຽງອາຫານ ແລະຊີວິດການເປັນຢູ່ຂອງປະຊາຊົນຂອງ​ຕົນໃຫ້​ດີ​ຂຶ້ນ, ອີງ​ຕາມອົງ​ການ​ຂ່າວ​ເອ​ພີ (AP) ໃນ​ເກົາຫຼີໃຕ້.

ແຕ່ສື່ມວນຊົນຂອງລັດບໍ່ໄດ້ກ່າວເຖິງຄຳເຫັນທີ່ສະ​ເພາະເຈາະຈົງໃດໆ ຕໍ່ວໍຊິງຕັນ ແລະໂຊລໃນຂະນະທີ່ລາຍງານກ່ຽວ​ກັບຄຳປາໄສຂອງທ່ານກິມໃນວັນຄົບຮອບ 76 ປີຂອງການສ້າງຕັ້ງພັກກຳມະກອນຂຶ້ນ​ມາ.

ການເຈລະຈາດ້ານນິວເຄຼຍລະຫວ່າງວໍຊິງຕັນແລະພຽງຢາງໄດ້ຢຸດເຊົາມາເປັນເວລາຫຼາຍກວ່າສອງປີແລ້ວ ຍ້ອນຄວາມບໍ່ເຫັນພ້ອມ​ນຳ​ກັນ ໃນການແລກປ່ຽນ ກັນ​ລະ​ຫວ່າງການ​ຍົກ​ເລີກການລົງໂທດທີ່ເຮັດ​ໃຫ້ເກີດ​ສະ​ພາບ​ທີ່​ຫຍຸ້ງ​ຍາກ​ທີ່ນຳ ພາໂດຍສະຫະລັດຕໍ່ກັບເກົາຫຼີເໜືອ ແລະຂັ້ນຕອນໃນການປົດອາວຸດນິວເຄຼຍ ຂອງເກົາຫຼີເໜືອ.

ປະເທດດັ່ງກ່າວໄດ້ເລັ່ງລັດກິດຈະກຳທົດລອງລູກສອນໄຟຂອງຕົນໃນຫລາຍສັບປະດາທີ່ຜ່ານມາ ໃນຂະນະທີ່ໄດ້ສະເໜີໃຫ້ສ້າງສັນຕິພາບແບບມີເງື່ອນໄຂແກ່ໂຊລ, ໂດຍຟື້ນຟູຮູບແບບການກົດດັນຕໍ່ເກົາຫຼີໃຕ້ເພື່ອໃຫ້ໄດ້ໃນສິ່ງທີ່ຕົນຢາກ​ໄດ້ຈາກ ສະຫະລັດ.

ອົງການຂ່າວສູນກາງຂອງທາງການເກົາຫຼີເໜືອ ຫລື KCNA ຂອງ ພຽງຢາງ ກ່າວວ່າ ທ່ານກິມໄດ້ກ່າວຄຳປາໄສໃນວັນອາທິດວານນີ້ວ່າພັກຂອງທ່ານຕັດ​ສິນ​ໃຈ​ຢ່າງເດັດ​ດ່ຽທີ່ຈະບັນລຸເປົ້າ​ໝາຍເສດຖະກິດທີ່ໄດ້ວາງໄວ້ໃນກອງປະຊຸມ ໃຫຍ່ຂອງພັກໃນເດືອນມັງກອນຜ່ານ​ມາ, ​ໃນ​ຕອນ​ທີ່​ທ່ານຍອມຮັບວ່າ ແຜນ ການເສດຖະກິດກ່ອນໜ້ານີ້ຂອງທ່ານບໍ່ປະສົບຜົນສຳເລັດ ແລະອອກແຜນພັດ ທະນາອັນໃໝ່ສຳ​ລັບຫ້າປີຂ້າງ​ໜ້າ.

ອົງການຂ່າວດັ່ງກ່າວເວົ້າວ່າ ທ່ານກິມ ໄດ້ຢືນຢັນການຕັດສິນໃຈອັນ​ເດັດດ່ຽວ ຂອງພັກໃນ​ການປະຕິບັດແຜນການຫ້າປີຢ່າງມີປະສິດທິພາບເພື່ອສົ່ງ​ເສີມ “ເສດຖະກິດແຫ່ງຊາດແລະແກ້ໄຂບັນຫາອາຫານ, ເຄື່ອງນຸ່ງຫົ່ມ ແລະທີ່ຢູ່ອາ ໄສຂອງປະຊາຊົນ.”

ອົງ​ການ​ຂ່າວ KCNA ກ່າວວ່າທ່ານກິມໄດ້ວິເຄາະ “ຄວາມຫຍຸ້ງຍາກແບບບໍ່ ເຄີຍມີມາກ່ອນ” ທີ່ເກົາ​ຫລີເໜືອປະ​ເຊີນ​ຢູ່ ແລະຮຽກຮ້ອງໃຫ້ມີຄວາມສາມັກຄີ ເປັນຈິດນຶ່ງໃຈດຽວກັນຂອງພັກໃນການພັດທະນາເສດຖະກິດຂອງຊາດໃນການປະເຊີນໜ້າກັບ “ສະຖານະການທີ່ໜັກໜ່ວງ.”

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG