ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ເກົາຫຼີເໜືອ ຈະເລີ້ມ ແລ່ນຈັກນິວເຄລຍ ທີ່ຢົງບີອອງ ຄືນອີກ (ວີດີໂອ)


​ເກົາຫລີ​ເໜືອກ່າ​ວວ່າ ຕົນ​ກໍາລັງ​ເລີ້ມ​ການ​ປະຕິບັດ​ງານ​ຄືນ​ໃໝ່​
ທັງ​ໝົດ ຢູ່​ທີ່​ໂຮງ​ໄຟຟ້າ​ນິວ​ເຄລຍ ທີ່​ປິດ​ກິດຈະການ​ໄປ​ແລ້ວນັ້ນ
​ເກົາຫລີ​ເໜືອກ່າ​ວວ່າ ຕົນ​ກໍາລັງ​ເລີ້ມ​ການ​ປະຕິບັດ​ງານ​ຄືນ​ໃໝ່​ ທັງ​ໝົດ ຢູ່​ທີ່​ໂຮງ​ໄຟຟ້າ​ນິວ​ເຄລຍ ທີ່​ປິດ​ກິດຈະການ​ໄປ​ແລ້ວນັ້ນ
​ເກົາຫລີ​ເໜືອກ່າ​ວວ່າ ຕົນ​ກໍາລັງ​ເລີ້ມ​ການ​ປະຕິບັດ​ງານ​ຄືນ​ໃໝ່​
ທັງ​ໝົດ ຢູ່​ທີ່​ໂຮງ​ໄຟຟ້າ​ນິວ​ເຄລຍ ທີ່​ປິດ​ກິດຈະການ​ໄປ​ແລ້ວ ຊຶ່ງ​
ໄດ້​ເຮັດແຫຼມເກົາຫຼີ​ທີ່​ມີ​ຄວາມ​ເຄັ່ງ​ຕຶງ​ຢູ່​ແລ້ວນັ້ນ ​ຮ້າຍ​ແຮງ​ຂຶ້ນຕື່ມ.

ອົງການສູນ​ກາງ​ຂອງ​ທາງ​ການເກົາຫລີ​ເໜືອອ້າງ​ຄວາມ​ເວົ້າ​ຂອງ​
ບັນດາເຈົ້າ​ໜ້າ​ທີ່ວ່າ ພຽງ​ຢາງ “ອາດ​ຈະ​ປັບປຸງ ​ແລະ​ເລີ້ມ” ​ໃຊ້​
ໂຮງ​ໄຟຟ້າ​ Yongbyon ຄືນ​ໃໝ່ ທັງ​ເພື່ອ​ສ້າງ​ລ​ະ​ເບີດ​ນິວ​ເຄລຍ
ຕື່ມ​ອີກ ​ແລະ​ແກ້​ໄຂ​ບັນຫາຂາດ​ແຄນ​ໄຟ​ຟ້າໃນ​ປະ​ເທດດັ່ງກ່າວ.

​ເກົາ​ຫລີ​ເໜືອກ່າວ​ວ່າ ນີ້​ແມ່ນຈະ​ຮວມທັງ​ຈັກ​ທີ່ກັ່ນທາດຢູ​ເຣນຽມ ​
ແລະເຕົາ​ແຍກ​ຂະໜາດ​ຫ້າ​ເມ​ກາ​ວັດ ທີ່​ສາ​ມາດຜະລິດທ່ອນ​ເຊື້ອ
​ໄຟທີ່ໃຊ້​ແລ້ວ​ຂອງ​ທາດ​ປລູ​ໂຕ​ນຽມ​ທີ່​ອາດ​ນຳ​ໄປ​ຜະລິດອາວຸດ​ໄດ້. ເຕົາ​ແຍກ​ດັ່ງກ່າວ​ໄດ້​ຖືກ​ປິດ​ລົງ​ໃນ​ປີ 2007 ​ເພື່ອ​ເປັນ​ການ​ແລກປ່ຽນ​ກັບ​ການ​ຊ່ວຍ​ເຫ​ລື​ອ ດ້ານເສດ
ຖະກິດ.

ກະຊວງ​ການ​ຕ່າງປະ​ເທດ​ເກົາຫລີ​ໃຕ້ ​ໄດ້​ປະນາມ​ໃນ​ທັນ​ໃດ​ຕໍ່​ການ​ຕັດ ສິນ​ໃຈ​ຂອງເກົາ​ຫລີ​ເໜືອ. ໂຄສົກ​ກະຊວງການ​ຕ່າງປະ​ເທດ ເກົາຫລີ​ໃຕ້ ​ທ່ານ Cho Tai-young ກ່າວ​ວ່າ

“ຖ້າ​ຫາກລາຍ​ງານ​ມີ​ຄວາມ​ຈິງ ມັນ​ກໍ​ເປັນ​ເລື່ອງ​ທີ່​ໜ້າ​ເສຍ​ໃຈ​. ​ເກົາຫລີ​ເໜືອ ຄວນ​ຮັກສາ​ຄໍາ​ໝັ້ນ​ສັນຍາ ​ແລະ​ຂໍ້​ຕົກລົງ ​ແລະ​ເຂົາ​ເຈົ້າຄວນຮັກ ສາ ​ໃຫ້ແຫລມ​ເກົາຫລີ​ເປັນ​ເຂດ​ປອດ​ນິວ​ເຄລຍ. ລັດຖະບານ​ຂອງ​ພວກ​ເຮົາ​ຈະຕິດຕາມ​ເບິ່ງສະຖານະ​ການ​ຢ່າງໃກ້​ຊິດ.”

ການ​ເຄື່ອນ​ໄຫວ​ທີ່​ວ່າ​ນີ້​ໄດ້​ມີ​ຂຶ້ນຫລັງ​ຈາກ​ການ​ຂົ່ມຂູ່​ຂອງ​ພຽງ​ຢາງ​ເປັນ ​ເວລາຫລາຍ​ອາທິດ ທີ່ໂມໂຫຍ້ອນ​ການ​ລົງ​ໂທດ​ຢ່າງ​ໜັກ​ຂອງສະຫະ ປະຊາຊາດ ​ເພື່ອ​ເປັນການ
ຕອບໂຕ້ຕໍ່ການທົດລອງນິວເຄລຍຄັ້ງທີສາມ ແລະການຍິງ​ລູກ​ສອນ​ໄຟຄັ້ງລ້າສຸດຂອງ​ພຽງ​ຢາງ.

​ໂຄ​ສົກ​ເກົາຫລີ​ເໜືອ​ກ່າວ​ວ່າ ການ​ປະຕິບັດ​ງານ​ຈະ​ເລີ້ມ​ຂື້ນໃນ​ທັນ​ກ່ຽວ ກັບ​ການ​ສ້ອມ​ແປງ​ເຕົາ​ແຍກ​ນິວ​ເຄລຍ. ບັນດາ​ນັກວິທະຍາສາດ ກ່າວ​ວ່າ ມັນ​ຈະໃຊ້​ເວລາ​ຢ່າງ​ໜ້ອຍ
ນຶ່ງ​ປີ ​ຈຶ່ງຈະ​ເລີ້ມ​ປະຕິບັດ​ງານ​ເພື່ອ​ຜະ ລິດທາດ plutonium ​ໃຫ້​ພຽງພໍ​ກັບເພື່ອສ້າງ​ອາວຸດ​ນິວ​ເຄລຍ​ໄດ້​ນຶ່ງ​ລູກ.

ມີ​ການ​ເຊື່ອ​ກັນ​ວ່າ ພຽງ​ຢາງມີທາດ plutonium ພຽງພໍ​ທີ່​ຈະ​ສ້າງ​ອາວຸດນິວ​ເຄລຍ​ໄດ້​ເຖິງ​ 8 ​ລູກ.

N Korea
please wait
Embed

No media source currently available

0:00 0:01:36 0:00
XS
SM
MD
LG