ອອສເຕຣເລຍເວົ້າວ່າ ເກົາຫລີເໜືອມີແຜນທີ່ຈະເປີດສະຖານ
ທູດຂອງຕົນຢູ່ນະຄອນຫຼວງ ຂອງອອສເຕຣເລຍຄືນອີກ 5 ປີ
ຫຼັງຈາກທີ່ໄດ້ປິດລົງ ຍ້ອນເຫດຜົນທາງການເງິນ.
ລັດຖະມົນຕີກະຊວງການຕ່າງປະເທດອອສເຕຣເລຍ ທ່ານ Bob
Carr ກ່າວໃນວັນພຸດ ມື້ນີ້ວ່າ ທ່ານມີຄວາມຍິນດີຕໍ່ການເຄື່ອນ
ໄຫວດັ່ງກ່າວ. ທ່ານໄດ້ກ່າວຕໍ່ບໍລິສັດກະຈາຍສຽງ ອອສເຕຣເລຍ
ຫລື ABC ວ່າ ການມີສະຖານທູດຂອງປະເທດດັ່ງກ່າວ ຢູ່ອອສ
ເຕຣເລຍ ຈະເຮັດໃຫ້ອອສເຕຣເລຍສາມາດສະແດງ “ຄວາມ
ເປັນຫ່ວງອັນເລິກເຊິ່ງ” ຂອງຕົນ ກ່ຽວ ກັບສິ່ງທີ່ທ່ານເອີ້ນວ່າ ເປັນ
ການລະເມີດສິດທິມະນຸດ “ແບບອັນຕະລາຍ.”
ທ່ານ Carr ບໍ່ໄດ້ໃຫ້ຄໍາເຫັນວ່າເປັນຫຍັງເກົາຫຼີເໜືອຈຶ່ງຢາກ
ກັບມາເປີດສະຖານທູດຂອງ ຕົນຄືນ ຢູ່ທີ່ກຸງ Canberra.
ປະເທດທັງສອງໄດ້ມີສາຍສໍາພັນທາງການທູດນໍາກັນນັບແຕ່ປີ 1974 ເປັນຕົ້ນມາ ເຖິງ ແມ່ນວ່າ ສາຍສໍາພັນດັ່ງກ່າວມັກຈະຕົກຢູ່ໃນສະພາບເຄ່ັງຕຶງກໍຕາມ. ອອສເຕຣເລຍໄດ້ ທຳການລົງໂທດຕໍ່ເກົາຫລີເໜືອ ລຸນຫລັງທີ່ປະເທດດັ່ງກ່າວໄດ້ເອົາບາດກ້າວໃນການພັດ ທະນາອາວຸດນີວເຄລຍ.