ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເກົາຫຼີເໜືອ ຂົ່ມຂູ່ ຄັ້ງໃໝ່ ຕໍ່ເກົາຫຼີໃຕ້ ແລະ ພັນທະມິດ


ພາບຖ່າຍຈາກດາວທຽມ ໃນວັນທີ່ 4 ມັງກອນ ສະແດງໃຫ້ເຫັນ ບ່ອນທົດລອງນິວເຄລຍ Punggye-ri ຂອງເກົາຫລີເໜືອ.
ພາບຖ່າຍຈາກດາວທຽມ ໃນວັນທີ່ 4 ມັງກອນ ສະແດງໃຫ້ເຫັນ ບ່ອນທົດລອງນິວເຄລຍ Punggye-ri ຂອງເກົາຫລີເໜືອ.
ເກົາຫລີ​ເໜືອ​ໄດ້​ທຳການຂົ່ມຂູ່ຄັ້ງ​ໃໝ່​ຕໍ່​ເກົາຫລີ​ໃຕ້ ​ແລະ​ພັນທະ
​ມິດ​ໃນ​ວັນ​ອັງຄານ​ມື້​ນີ້​ໂດຍ​ກ່າວ​ວ່າ ຕົນ​ເຫັນ​ວ່າການ​ຂະຫຍາຍ​
ການລົງ​ໂທດເມື່ອ​ມໍ່ໆ​ມາ​ນີ້ ຂອງສະພາ​ຄວາມ​ໝັ້ນຄົງສະຫະ​ປະ
ຊາ​ຊາດ ​ແມ່ນເປັນ​ການ​ປະກາດສົງຄາມ.

ຢູ່​ໃນ​ບົດ​ວິຈານ​ທີ່​ເຕັມ​ໄປ​ດ້ວຍຄຳ​ເວົ້າ​ແບບ​ທ້າ​ທາຍ​ເກາະ​ຜິດ​ນັ້ນ ​ອົງການ​ຂ່າວ​ສູນ​ກາງ​ຂອງເກົາຫລີ​ເໜືອ ສັນຍາ​ວ່າ “ຈະ​ທຳການ​ຕອບ​ໂຕ້​ຢ່າງ​ບໍ່​ປານີ” ​ແລະ “ຈະເກີດສົງຄາມ​ໃຫຍ່​ແລະ​ສົງຄາມ​ທີ່​ເປັນ​ທຳ​ເພື່ອ​ທ້ອນໂຮມປະ​ເທດ​ຊາດ” ​ໃນ​ການ​ຕອບໂຕ້ຕໍ່​ການ​ລົງ​ໂທດດັ່ງກ່າວ.

ບົດ​ວິຈານ​ບໍ່​ໄດ້​ກ່າວ​ເຖິງ ການ​ຂົ່ມຂູ່ທີ່​ຈະທົດ​ລອງ​ນິວ​ເຄລຍ ຂອງ​ເກົາ ຫລີ​ເໜືອ​ໃນ​ອາທິດ​ແລ້ວ​ນີ້ ລຸນ​ຫຼັງ​ການ​ຕັດສິນ​ໃຈ​ຢ່າງ​ເປັນ​ເອກ​ກະສັນ ຂອງສະພາ​ຄວາມ​ໝັ້ນຄົງ ​ເພື່ອ​ໃຫ້​ທຳ​ການລົງ​ໂທດພຽງ​ຢາງ ທີ່​ໄດ້​ຍິງ​ຈະ​ຫລວດ​ໃນ​ເດືອນທັນວາ​ຜ່ານ​ມາ.

ໃນ​ວັນ​ອັງຄານມື້ນີ້ ກະ​ຊວງ​ການ​ຕ່າງປະ​ເທດເກົາຫລີ​ໃຕ້ ​ໄດ້​ປະນາມ ອີກ​ຄັ້ງ​ນຶ່ງ ຕໍ່ການ​ຂົ່ມຂູ່​ທີ່​ຈະທົດ​ລອງ​ນິວ​ເຄລຍຂອງ​ເກົາຫຼີ​ເໜືອ ​ແລະ ​ຮຽກຮ້ອງ​ໃຫ້​ປະ​ເທດຄອມ​ມິ​ວນິສ
ດັ່ງກ່າວ ຈົ່ງ “ເອົາ​ໃຈ​ໃສ່​ໃນ​ການ​ສືບ​ຕໍ່ ຕັກ​ເຕືອນ​ຂອງ​ປະຊາ​ຄົມນາໆ​ຊາດ ​ແລະ​ຢ່າ​ໄດ້​ທຳ​ການ​ທ້າ​ທາຍ​ເກາະ​ຜິດໃດ​ໆຕື່ມ​ອີກ.”

​ໃນ​ວັນ​ອັງຄານ​ມື້​ນີ້ກຸງ​ໂຊ​ລ​ໄດ້​ປະກາດການ​ຕັ້ງ​ຄະນະ​ກໍາມະການພິ​ເສດ ​ຂຶ້ນ ເພື່ອ​ຕິດຕາມເບິ່ງບ່ອນ​ທົດ​ລອງ​ນິວ​ເຄລຍຂອງ​ເກົາຫລີ​ເໜືອ. ຮູບ​ຖ່າຍ​ຈາກ​ດາວ​ທຽມ​ເມື່ອມໍ່ໆ​ມານີ້ສະ​ແດງ​ໃຫ້​ເຫັນ​ວ່າ​ມີກິດຈະການ​ຕ່າງໆເພີ້​ມຂຶ້ນຢູ່ໃນ​ບໍລິ​ເວນ​ທີ່​ຈະ​ມີ​ການ​ທົດ​ລອງ. ບັນດາ​ເຈົ້າ​ໜ້າທີ່​ເກົາຫລີ​ໃຕ້ ກ່າວ​ວ່າ ​ເຂົາ​ເຈົ້າເຊື່​ອວ່າການທົດ​ລອງດັ່ງກ່າວ ​ອາດ​ຈະ​ມີ​ຂຶ້ນໃນ​ເວລາ​ໃດ​ກໍ​ໄດ້.
XS
SM
MD
LG