ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ເກົາຫຼີເໜືອ ປະນາມການຊ້ອມລົບຂອງ ສຫລ ກັບເກົາຫຼີໃຕ້ ແລະສັນຍາວ່າ ຈະພັດທະນາອາວຸດຂອງຕົນ


ທະຫານຂອງກອງທັບເກົາຫຼີໃຕ້ຢືນຍາມຢູ່ຄ້າຍທະຫານໃນເຂດ Imjingak ຢູ່ແຂວງ Paju ຂອງເກົາຫຼີໃຕ້ທີ່ຢູ່ໃກ້ຊາຍແດນຕິດກັບ ເກົາຫຼີເໜືອນັ້ນ, ວັນທີ 2 ສິງຫາ, 2021
ທະຫານຂອງກອງທັບເກົາຫຼີໃຕ້ຢືນຍາມຢູ່ຄ້າຍທະຫານໃນເຂດ Imjingak ຢູ່ແຂວງ Paju ຂອງເກົາຫຼີໃຕ້ທີ່ຢູ່ໃກ້ຊາຍແດນຕິດກັບ ເກົາຫຼີເໜືອນັ້ນ, ວັນທີ 2 ສິງຫາ, 2021

ເກົາຫຼີເໜືອໄດ້ປະນາມການຊ້ອມລົບທາງທະຫານຂອງສະຫະລັດແລະເກົາຫຼີໃຕ້ທີ່ໄດ້ເລີ່ມຕົ້ນຂຶ້ນ ໃນອາທິດນີ້, ໂດຍກ່າວວ່າການຊ້ອມລົບດັ່ງກ່າວ ສະແດງໃຫ້ເຫັນຄວາມຈຳເປັນ ທີ່ພຽງຢາງຕ້ອງໄດ້ພັດທະນາຄວາມສາມາດທາງທະຫານຂອງຕົນໃຫ້ຫຼາຍຂຶ້ນ.

ສະຫະລັດແລະເກົາຫຼີໃຕ້ໄດ້ເລີ່ມທໍາການຊ້ອມລົບເບື້ອງຕົ້ນກ່ອນການຝຶກຊ້ອມທາງທະຫານລະດູຮ້ອນປະຈຳປີ, ອີງຕາມອົງການຂ່າວຢອນຮັບ (Yonhap).

ການຊ້ອມລົບທີ່ໃຊ້ເຄື່ອງຈຳລອງທາງຄອມພິວເຕີ ກຳລັງຖືກປັບຂະໜາດໃຫ້ ນ້ອຍລົງ ທ່າມກາງການລະບາດຂອງໄວຣັສໂຄໂຣນາ ແລະຢ້ານວ່າພວກເຂົາ ເຈົ້າອາດຈະເຮັດໃຫ້ເກົາຫຼີເໜືອບໍ່ພໍໃຈໄດ້, ເຊິ່ງເມື່ອບໍ່ດົນມານີ້ປະເທດດັ່ງກ່າວໄດ້ຊີ້ໃຫ້ເຫັນວ່າ ມີຄວາມສົນໃຈໃນການສົນທະນາກັບເກົາຫຼີໃຕ້.

ແຕ່ບໍ່ວ່າຈະເປັນຂະໜາດໃດ ຫຼືຈະຢູ່ໃນຮູບແບບໃດກໍຕາມ, ເກົາຫຼີເໜືອຖືວ່າ ການ ຝຶກຊ້ອມທາງທະຫານເປັນການກະທຳແບບຮຸກຮານ, ອີງຕາມຄໍາເວົ້າຂອງທ່ານນາງກິມ ໂຢ ຈອງ, ນ້ອງສາວຂອງຜູ້ນຳເກົາຫຼີເໜືອ, ທ່ານ ກິມ ຈົງ ອຶນ, ທີ່ກ່າວໃນວັນອັງຄານມື້ນີ້.

ທ່ານນາງກ່າວວ່າ ການຊ້ອມລົບດັ່ງກ່າວເຮັດໃຫ້ “ສະຖານະການຂາດສະຖຽນລະພາບ” ເພີ້ມຄວາມຮ້າຍແຮງຂຶ້ນຢູ່ໃນແຫຼມເກົາຫຼີ, ອີງຕາມຖະແຫຼງການທີ່ພິມເຜີຍແຜ່ອອກມາໂດຍອົງການຂ່າວສູນກາງຂອງທາງການເກົາຫຼີເໜືອ.

ທ່ານນາງກ່າວຕໍ່ໄປໂດຍບໍ່ໄດ້ອະທິບາຍອັນໃດຫລາຍວ່າ ເພື່ອຮັບມືກັບ “ໄພຂົ່ມ ຂູ່ທາງທະຫານທີ່ນັບມື້ນັບຂະຫຍາຍຕົວຂຶ້ນຈາກສະຫະລັດ,” ເກົາຫຼີເໜືອຈະເພີ້ມຄວາມກ້າວໜ້າ “ໃນການປ້ອງກັນຊາດ” ແລະຄວາມສາມາດ “ໃນການໂຈມຕີກ່ອນ ທີ່ມີພະລັງຂອງຕົນຂຶ້ນໄປອີກ”.

ເກົາຫຼີເໜືອມັກເວົ້າດ້ວຍຄວາມບໍ່ພໍໃຈເປັນປະຈໍາ ກ່ຽວກັບການຊ້ອມລົບທາງທະ ຫານປະຈຳປີດັ່ງກ່າວ, ໂດຍມອງເບິ່ງວ່າ ມັນເປັນການຝຶກຊ້ອມເພື່ອທໍາການຮຸກຮານ.

ໃນຫຼາຍອາທິດຜ່ານມານີ້, ເກົາຫຼີເໜືອໄດ້ສົ່ງຂໍ້ຄວາມແບບສັບສົນກ່ຽວກັບຈຸດຢືນຂອງຕົນ ຕໍ່ສະຫະລັດແລະເກົາຫຼີໃຕ້.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG