ເກົາຫລີເໜືອກ່າວວ່າ ຕົນໄດ້ຕັດໂທລະສັບສາຍດ່ວນຂອງທະ
ຫານ ຊຶ່ງເປັນນຶ່ງໃນການຕິດຕໍ່ສື່ສານອັນສຸດທ້າຍທີ່ຍັງເຫຼືອຢູ່
ກັບເກົາຫລີໃຕ້ ໃນ ຂະນະທີ່ຄວາມເຄັ່ງຕຶງ ສືບຕໍ່ເພີ້ມທະວີຂຶ້ນ
ຢູ່ໃນແຫລມເກົາຫລີ.
ອົງການຂ່າວສູນກາງຂອງທາງການເກົາຫລີ ຫລື KCNA ກ່າວ
ໃນວັນພຸດມື້ນີ້ວ່າ ເຈົ້າໜ້າທີ່ໄດ້ແຈ້ງຂ່າວໄປຍັງກຸງໂຊລແລ້ວ
ໂດຍຢືນຢັດວ່າ ການສື່ສານດັ່ງກ່າວ ບໍ່ມີຄວາມຈໍາເປັນອີກແລ້ວ
ເພາະວ່າ ສົງຄາມອາດຈະເກີດຂື້ນໄດ້ທຸກເວລາ.
ໄດ້ມີການປະກາດຂ່າວນີ້ອອກທາງໂທລະພາບຂອງລັດເຊ່ນກັນ.
ລັດຖະມົນຕີທ້ອນໂຮມຊາດຂອງເກົາຫລີໃຕ້ ກ່າວຕໍ່ວີໂອເອວ່າ
ຕົນໄດ້ຮັບໃຫ້ການຢືນຢັນວ່າ ເກົາຫຼີເໜືອໄດ້ຕັດໂທລະສັບສາຍ
ດ່ວນແທ້ ທີ່ຕັ້ງຢູ່ໃນເຂດອຸສາຫະກຳຮ່ວມ Kaesong ເໜືອເຂດ
ປອດທະຫານ ຂຶ້ນໄປໜ້ອຍນຶ່ງ.
ຜ່ານມາ ເກົາຫລີເໜືອກໍເຄີຍຕັດສາຍໂທລະສັບດ່ວນມາແລ້ວ ຊຶ່ງເຮັດໃຫ້ພະນັກງານເກົາຫລີໃຕ້ ຕົກຄ້າງຢູ່ທີ່ເຂດອຸສາຫະກຳຮ່ວມເປັນການ ຊົ່ວຄາວ. ຍັງເປັນທີ່ຊາບບໍ່ໄດ້ວ່າ ການເຄື່ອນໄຫວຄັ້ງຫລ້າສຸດນີ້ ຈະມີຜົນສະທ້ອນແນວໃດ ຕໍ່ເຂດອຸສາຫະກຳຮ່ວມດັ່ງກ່າວ.
ການເຄື່ອນໄຫວທີ່ວ່ານີ້ ມີຂື້ນໃນຂະນະທີ່ພຽງຢາງໄດ້ສະແດງອອກຊຶ່ງ ສັນຍາລັກແລະຂົ່ມຂູ່ທີ່ຈະເຮັດສົງຄາມຕໍ່ເກົາຫຼີໃຕ້ ເກືອບວ່າໃນທຸກໆມື້.ເກົາຫລີເໜືອ ບໍ່ພໍໃຈຕໍ່ການຊ້ອມລົບຮ່ວມປະຈໍາປີ ລະຫວ່າງສະຫະລັດ ແລະເກົາຫລີໃຕ້ ພ້ອມທັງການລົງໂທດຂອງອົງການສະຫະປະຊາຊາດ ທີ່ໄດ້ມີການຮັບຮອງເອົາເພື່ອຕອບໂຕ້ຕໍ່ການທົດລອງນິວເຄລຍຄັ້ງຫລ້າສຸດຂອງພຽງຢາງ.