ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກຸ່ມ G7: ການຍິງລູກສອນໄຟ ທີ່ 'ຂາດຄວາມຮັບຜິດຊອບ' ຂອງເກົາຫຼີເໜືອ ຈໍາເປັນຕ້ອງໄດ້ຮັບການຕອບໂຕ້ ຢ່າງ 'ໜັກແໜ້ນ' ຈາກສາກົນ


ໃນພາບທີ່ໄດ້ຮັບການສະໜອງເມື່ອວັນທີ 9 ກັນຍາ 2023 ໂດຍລັດຖະບານເກົາຫຼີເໜືອ, ຜູ້ນໍາເກົາຫຼີເໜືອ ທ່ານກິມ ຈົງ ອຶນ ເຂົ້າຮ່ວມຊົມການສວນສະໜາມ ເພື່ອສະເຫຼີມສະຫຼອງການສ້າງຕັ້ງເກົາຫຼີເໜືອຄົບຮອບ 75 ປີ ໃນນະຄອນຫຼວງພຽງຢາງ, ວັນທີ 8 ກັນຍາ.
ໃນພາບທີ່ໄດ້ຮັບການສະໜອງເມື່ອວັນທີ 9 ກັນຍາ 2023 ໂດຍລັດຖະບານເກົາຫຼີເໜືອ, ຜູ້ນໍາເກົາຫຼີເໜືອ ທ່ານກິມ ຈົງ ອຶນ ເຂົ້າຮ່ວມຊົມການສວນສະໜາມ ເພື່ອສະເຫຼີມສະຫຼອງການສ້າງຕັ້ງເກົາຫຼີເໜືອຄົບຮອບ 75 ປີ ໃນນະຄອນຫຼວງພຽງຢາງ, ວັນທີ 8 ກັນຍາ.

ບັນດາ​ປະ​ເທດ​ມະຫາ​ອຳນາດ​ຂອງ​ໂລກກ່າວ​ໃນ​ວັນ​ອັງຄານ​ວານ​ນີ້​ວ່າ ປະຊາ​ຄົມ​ສາກົນ ​ຕ້ອງ​ໄດ້​ຕອບ​ໂຕ້​ຢ່າງ​ໜັກ​ແໜ້ນ​ແລະ​ເປັນ​ເອກະ​ພາບ​ກັນ ​ຕໍ່​ການເກັບ​ສະ​ສົມ​ອາ​ວຸດ​ນິວ​ເຄລຍ ແລະ​ການ​ຍິງ​ລູກ​ສອນ​ໄຟ ທີ່ “ຂາດ​ຄວາມ​ຮັບ​ຜິດ​ຊອບ” ຂອງເກົາຫຼີເໜືອ, ອີງຕາມລາຍງານຂອງອົງການຂ່າວ AFP.

ບັນດາລັດຖະມົນຕີການຕ່າງປະເທດຂອງກຸ່ມ G7 ກ່າວໃນຖະແຫຼງການລຸນຫຼັງການຍິງລູກສອນໄຟຂີປະນາວຸດ ທີ່ມີກຳ​ລັງ​ແຮງສຸດຂອງພຽງຢາງວ່າ “ການກະທຳແບບຂາດ​ຄວາມ​ຮັບ​ຜິດ​ຊອບຊໍ້າແລ້ວຊ້ຳອີກຂອງເກົາຫຼີເໜືອ ຈໍາເປັນຕ້ອງມີການຕອບໂຕ້ດ້ວຍຄວາມສາມັກຄີ ແລະເຂັ້ມແຂງຂອງສາກົນໃນທັນທີ, ໂດຍສະເພາະແມ່ນ ສະພາຄວາມໝັ້ນຄົງສະຫະປະຊາຊາດ”.

ເກົາຫຼີ​ເໜືອ​, ໃນ​ວັນ​ຈັນແລ້ວ​ນີ້​ໄດ້​ທົດ​ລອງຍິງ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ​ຂ້າມ​ທະ ວີບ​ທີ່​ທັນສະໄໝ​ທີ່​ສຸດ​ຂອງ​ຕົນ ​ໂດຍ​ມີ​ຄວາມ​ສາມາດ ​ໄປໄກ​ຮອດ​ສະຫະລັດ.

ເກົາຫຼີເໜືອກ່າວວ່າ ຜູ້ນຳຂອງຕົນ ທ່ານກິມ ຈົງ ອຶນ ໄດ້ກວດກາເບິ່ງການຍິງລູກສອນໄຟ ແລະໄດ້ທໍາການເຕືອນວໍຊິງຕັນ ເຊິ່ງຮັດແໜ້ນສາຍພົວພັນກັບເກົາຫຼີໃຕ້ນັ້ນ ຈົ່ງຢ່າເຮັດ “ການຕັດສິນໃຈທີ່ຜິດພາດ”.

ສະພາ​ຄວາມ​ໝັ້ນຄົງ​ໄດ້​ຮັບຮອງ​ເອົາຮ່າງ​ມະຕິ​ຫຼາຍ​ສະບັບ ​ທີ່​ຮຽກຮ້ອງ​ໃຫ້​ເກົາຫຼີ​ເໜືອ​ຍຸຕິ​ໂຄງການ​ນິວ​ເຄລຍ ​ແລະ ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດຂອງຕົນ ນັບຕັ້ງ​ແຕ່​ດໍາເນີນການ​ທົດ​ລອງ​ນິວ​ເຄລຍຄັ້ງ​ທຳ​ອິດ​ໃນ​ປີ 2006.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG