ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຜູ້​ນຳ​ເກົາ​ຫຼີ​ເໜືອ ກ່າວ​ຕໍ່​ຜູ້​ນຳ​ຈີນ​ວ່າ ທ່ານ​ຢາກ​ຈະ​ໃຊ້ 'ຄວາມ​ອົດ​ທົນ' ກັບ ສ​ຫລ


ລາຍ​ງານ​ຂ່າວ​ໂທ​ລະ​ພາບ​ຂອງ​ຈີນ ສະ​ແດງ​ໃຫ້​ເຫັນ​ວ່າ ຜູ້​ນຳ​ເກົາ​ຫຼີ​ເໜືອ ທ່ານ​ກິມ ຈົງ ອຶນ ພົບ​ປະ​ກັບ​ປະ​ທານ​ປະ​ເທດ​ຈີນ ທ່ານ​ສີ ຈິ້ນ​ຜິງ ທີ່​ນະ​ຄອນ​ຫຼວງ​ພຽງ​ຢາງ. (20 ມິ​ຖ​ຸ​ນາ 2019)
ລາຍ​ງານ​ຂ່າວ​ໂທ​ລະ​ພາບ​ຂອງ​ຈີນ ສະ​ແດງ​ໃຫ້​ເຫັນ​ວ່າ ຜູ້​ນຳ​ເກົາ​ຫຼີ​ເໜືອ ທ່ານ​ກິມ ຈົງ ອຶນ ພົບ​ປະ​ກັບ​ປະ​ທານ​ປະ​ເທດ​ຈີນ ທ່ານ​ສີ ຈິ້ນ​ຜິງ ທີ່​ນະ​ຄອນ​ຫຼວງ​ພຽງ​ຢາງ. (20 ມິ​ຖ​ຸ​ນາ 2019)

ປະ​ທານ​ປະ​ເທດ​ຈີນ ທ່ານ​ສີ ຈິ້ນ​ຜິງ ມ້ວນ​ທ້າຍ​ການ​ຢ້ຽມ​ຢາມ​ເກົາ​ຫຼີ​ເໜືອ​ເປັນເວ​ລາສອງ ມື້ໃນ​ວັນ​ສຸກມື້ນີ້ ຊຶ່ງ​ໃນ​ໂອ​ກາດ​ດັ່ງ​ກ່າວ ທ່ານ​ໄດ້ກ່າວໃຫ້​ກຳ​ລັງ​ໃຈກ່ຽວ​ກັບ​ຈຸດ​ເພັ່ງ​ເລັງ​ໃໝ່​ຂອງ​ເກົາ​ຫຼີ​ເໜືອ ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ ແລະໄດ້​ສະ​ເໜີ​ທີ່​ຈະ​ເອົາ​ບົດ​ບາດ​ໃນ​ທາງ​ສ້າງ​ສັນ ເພື່ອ​ທັບ​ມ້າງ​ສະ​ພາບ​ການ​ບໍ່​ໄປ​ບໍ່ມາ ໃນ​ການ​ເຈ​ລະ​ຈາ​ກ່ຽວ​ກັບ​ເລື້ອງ​ນິວ​ເຄ​ລຍ ລະ​ຫວ່​າງ​ສະ​ຫະ​ລັດ ກັບ​ເກົາ​ຫຼີເໜືອ.

ໃນ​ການ​ກ່າວ​ຄຳ​ປາ​ໄສ​ ທີ່​ງານ​ລ້ຽງ​ຮັບ​ຮອງ​ ໃນ​ຄືນ​ວັນ​ພະ​ຫັດ​ນີ້ ທ່ານ​ສີ​ເວົ້າ​ວ່າ ເກົາ​ຫຼີ​ເໜືອ​ພາຍ​ໃຕ້​ການ​ນຳ​ພາ​ຂອງ​ທ່ານກິມ ຈົງ ອຶນ ໄດ້ “ລິ​ເລີ້ມ​ຍຸດ​ທະ​ສາດໃໝ່​ກ່ຽວ​ກັບ​ການ​ພັດ​ທະ​ນາ​ເສ​ດ​ຖະ​ກິດ ແລະ​ປັບ​ປຸງ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາຊົນ ແລະ​ເຮັດ​ໃຫ້ການ​ກໍ່​ສ້າງສັງ​ຄົມ​ນິ​ຍົມ ​ຢູ່​ໃນ​ປະ​ເທດ​ດັ່ງ​ກ່າວ​ ໃຫ້ເປັນ​ກະ​ແສຟອງ​ທີ່​ສູງ​ຂຶ້ນ​” ອີງ​ຕາມ​ລາຍ​ງານ​ອົງ​ການ​ຂ່າວ​ຊິນ​ຫົວ ຂອງ​ທາງ​ການ​ຈີນ.

ທ່ານ​ສີ​ໄດ້​ກ່າວ​ເຖິງ​ບັນ​ຫາ​ນິວ​ເຄ​ລຍ ໂດຍ​ເວົ້າ​ວ່າ ທຸກ​ຝ່າຍ​ຕ່າງ​ກໍ​ເຫັນ​ພ້ອມ​ນຳ​ກັນ ທີ່​ຈະ “ຍຶດ​ໝັ້ນ​ຕໍ່​ການ​ເຈ​ລະ​ຈາ​ສັນ​ຕິ​ພາບ ເພື່ອ​ເປັນ​ການ​ປະ​ກອບ​ສ່ວນ​ໃຫ້ຫຼາຍ​ຂຶ້ນກວ່າ​ເກົ່າ​ຕໍ່​ສັນ​ຕິ​ພາບ ສະ​ຖຽນ​ລະ​ພາບ ແລະ​ຄວາມ​ວັດ​ທະ​ນາ​ຖາ​ວອນຢູ່​ໃນ​ຂົງ​ເຂດ ແລະ​ໃນ​ທົ່ວ​ໂລກ​ນຳ​ດ້ວຍ” ນັ້ນ​ຄື​ລາຍ​ງານ ​ຂອງ​ອົງ​ການ​ຂ່າວຊິນ​ຫົວ.

ສ່ວນ​ອົງ​ການ​ຂ່າວ​ສູນ​ກາງ​ຂອງ​ທາງ​ການ​ເກົາ​ຫຼີ​ເໜືອ ລາຍ​ງານ​ໃນ​ວັນ​ສຸກມື້ນີ້​ວ່າ ທ່ານ​ສີ ແລະ​ທ່ານ​ກິມ ໄດ້​ບັນ​ລຸ “ການ​ເຂົ້າ​ໃຈ​ຮ່ວມ​ກັນ” ກ່ຽວ​ກັບ​ຫຼາຍໆ​ບັນ​ຫາທີ່​ພວກ​ທ່ານ​ໄດ້​ຫາ​ລືແລະ​ຮຽກ​ຮ້ອງ​ໃຫ້​ເສີມ​ສ້າງ​ຄວາມ​ສຳ​ພັນ​ສອງ​ຝ່າຍ​ເຂັ້ມ​ແຂງ​ຂຶ້ນກວ່າ​ເກົ່າ ທ່າມ​ກາງ​ “ການ​ປ່ຽ​ນ​ແປງ​ຢ່າງ​ໃຫຍ່​ຫຼວງ​ແລະ​ຊັບ​ຊ້ອນ” ຢູ່​ໃນ​ຂົງເຂດ.

ກ່ອນ​ໜ້ານັ້ນ ທ່ານ​ກິມ ໄດ້​ແຈ້ງ​ໃຫ້​ທ່ານ​ສີ ​ຊາບ​ວ່າ ທ່ານ “​ຈະ​ອົ​ດ​ທົນ” ກັບ​ສະ​ຫະ​ລັດ ກ່ຽວ​ກັບສະ​ພາບການ​ເຈ​ລະ​ຈາ​ທີ່​ບໍ່​ໄປ​ບໍ່​ມາ​ໃນ​ເລື້ອງ​ນິວ​ເຄ​ລຍ ແລະ​ໄດ້ສະ​ແດງ​ຄວາມ​ຫວັງ​ອອກ​ມາ​ວ່າ “ພັກ​ຝ່າຍ​ກ່ຽວຂ້ອງ ຈະ​ພົບ​ກັນ​ເຄິ່ງ​ທາງ” ​ກັບ​ພຽງ​ຢາງ ອີງ​ຕາມ​ລາຍ​ງານ ຂ​ອງ​ອົງ​ການ​ຂ່າວ​ຊິນ​ຫົວ.

ອ​່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG