ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ເກົາ​ຫຼີ​ເໜືອ ​ຂໍ​ພົບ​ປະ ເປັນເທື່ອທີ​ 2 ​ກັບ ​ປະ​ທາ​ນາ​ທິ​ບໍ​ດີ​ ສະ​ຫະ​ລັດ ທ່ານ ດໍໂນລ ທຣຳ


​ພາບ​ຂອງ​ມື້​ລາງ​ຜູ້​ນຳ​ເກົາ​ຫຼີ​ເໜືອ ​ກິມ ຈົງ ​ອິ​ລ ຈາກ​ການ​ຈັດ​ສະ​ແດງ "ປະ​ເທດ​ທີ່​ຂ​ຈະ​ເລີນ ຮຸ່ງ​ເຮືອງ" ​ທີ່​ຈັດ​ໃຫ້​ມີ​ຂຶ້ນ ພ້ອມໆ ການ​ຄົບ​ຮອບ 70 ປີ ຂອງ​ການ​ປະ​ກາດ​ປະ​ເທ​ດ​ເກົາ​ຫຼີ​ເໜືອ, ພຽງ​ຢາງ. ເກົາ​ຫຼີ​ເໜືອ, 9 ກັນ​ຍາ 2018.
​ພາບ​ຂອງ​ມື້​ລາງ​ຜູ້​ນຳ​ເກົາ​ຫຼີ​ເໜືອ ​ກິມ ຈົງ ​ອິ​ລ ຈາກ​ການ​ຈັດ​ສະ​ແດງ "ປະ​ເທດ​ທີ່​ຂ​ຈະ​ເລີນ ຮຸ່ງ​ເຮືອງ" ​ທີ່​ຈັດ​ໃຫ້​ມີ​ຂຶ້ນ ພ້ອມໆ ການ​ຄົບ​ຮອບ 70 ປີ ຂອງ​ການ​ປະ​ກາດ​ປະ​ເທ​ດ​ເກົາ​ຫຼີ​ເໜືອ, ພຽງ​ຢາງ. ເກົາ​ຫຼີ​ເໜືອ, 9 ກັນ​ຍາ 2018.

ຜູ້ນຳເກົາ​ຫຼີ​ເໜືອ ​ທ່ານ​ກິມ ຈົງ​ ອຶນ ໄດ້​ສົ່ງ​ຈົດ​ໝາຍ​ສະບັບນຶ່ງ ຂໍ​ພົບ​ປະເປັນເທື່ອທີ​ 2 ​ກັບ​ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ ດໍໂນລ ອີງຕາມການເປີດເຜີຍ ຂອງທຳ​ນຽບ​ຂາວ
ໃນ​ວັນ​ຈັນ​ວານ​ນີ້.

ຈົດ​ໝາຍ​ດັ່ງ​ກ່າວ ໄດ້ສະແດງອອກເຖິງ "ຄວາມ​ອົບ​ອຸ່ນ ແລະມີເນື້ອໄນໄປໃນແງ່ບວກ
ຫຼາຍ,"
ອີງຕາມໂຄ​ສົກ​ປະ​ຈຳ​ທຳ​ນຽບ​ຂາວ ທ່ານ​ນາງ​ຊາ​ຣາ ຮັກ​ກາ​ບີ ແຊນ​ເດີ​ຣ​ສ໌
ໄດ້​ບອກ​ກັບ​ພວກ​ນັກ​ຂ່າວ ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວນັ້ນ ​. ທ່ານ​ນາງແຊນ​ເດີ​ຣ​ສ໌
ໄດ້​ຍົກ​ເອົາໄດ້ບົກຈົດ​ໝາຍ​ຂຶ້ນ​ມາ ເພື່ອ​ສະ​ແດງ​ອອກ​ຊຶ່ງ​ສາຍ​ພົວ​ພັນ​ລະ​ຫວ່າງ​ວໍ​ຊີງ​ຕັນ
ກັບພຽງ​ຢາງ ໃນ​ການ​ເຈ​ລະ​ຈາ​ເພື່ອ​ການ​ປອດ​ອາ​ວຸດ​ນິວ​ເຄ​ລຍ​ໃນ​ແຫຼມ​ເກົາ​ຫຼີ​ເໜືອ​ນັ້ນ.

ລັດ​ຖະ​ບານ​ຂອງ​ທ່ານ​ທ​ຣຳ ໄດ້ເນັ້ນ​ເຖິງ​ຜົນ​ສຳ​ເຫຼັດຫຼາຍ​ຢ່າງ​ໃນ​ຫວ່າງ​ມໍ່ໆ​ມາ​ນີ້
ເຊັ່ນການ​ປ່ອຍ​ຕົວ​ຂອງ​ພວກ​ນັກ​ໂທດ​ສະ​ຫະ​ລັດ ແລະ​ການ​ຮັບ​ສາກ​ກະ​ດູກ​ຂອງ​
ບັນ​ດາ​ທະ​ຫານ​ກັບ​ຄືນ​ສູ່​ບ້ານ​ເກີດ​ເມືອງ​ນອນ​ຂອງ​ພວກ​ເຂົາ​ເຈົ້າ ການ​ຖຽງ​ທີ່​ວ່າ
​ພວກ​ເຂົາ​ເຈົ້າ​ໄດ້​ດຳ​ເນີນ​ຄວາມ​ຄືບ​ໜ້າກັບ​ອາ​ນາຈັກ​ທີ່​ເກັບ​ຕົວ ນັບ​ຕັ້ງ​ແຕ່​ທ່ານ​ທ​ຣຳ
ໄດ້​ພົບ​ປະ​ກັບ​ທ່ານ​ກິມ ໃນ​ສິງ​ກະ​ໂປ ເດືອນ​ມິ​ຖຸ​ນາ​ຜ່ານ​ມາ​ນີ້.

ທ່ານ​ທ​ຣຳ ໄດ້​ຂຽນ​ຂໍ້​ຄວາມ ລົງ​ໃນ​ທວິດ​ເຕີ​ຣ໌ ຂອງວັນ​ອາ​ທິດ​ຜ່ານ​ມາ​ນີ້​ ທີ່​ກ່າວຊົມ​
ເຊີຍ ການ​ສວນ​ສະ​ໜາມ​ຂອງ​ພຽງ​ຢາງ​ທີ່​ບໍ່​ມີ​ການ​ສະ​ແດງ​ລູກ​ສອນ​ໄຟ​ນັ້ນ.

ໃນ​ທາງ​ກົງ​ກັນ​ຂ້າມ ກັບ​ທຳ​ນຽບ​ຂາວ ພວກ​ສັງ​ເກດ​ການ​ຫຼາຍ​ຄົນ ໄດ້​ສັງ​ເກດ​ເຫັນ​ເຖິງ​
ຄວາມ​ເຢືອກ​ເຢັນ​ຂອງ​ສອງ​ປະ​ເທດ. ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ທ່ານ​ໄມ​ຄ໌
ພອມ​ພຽວ ທີ່​ໄດ້​ຍົກ​ເລີກ​ແຜນ​ການ​ເດີນ​ທາງໄປ​ຍັງ​ພຽງ​ຢາງ ໃນ​ເດືອນ​ແລ້ວ​ນີ້ ຫຼັງ​ຈາກ​
ທີ່​ການ​ເຈ​ລະ​ຈາ​ຊັກ​ຊ້າ​ລົງ​ນັ້ນ.

ທ່ານບ​ຣູ​ສ ເບັນ​ເນັ​ຕ ນັກ​ວິ​ເຄາະ​ຝ່າຍ​ປ້ອງ​ກັນຈາກ​ບໍ​ລິ​ສັດ ແຣນ ຄອບ​ໂປ​ເຣ​ຊັນ
​ໄດ້​ບອກ​ກັບ​ວີ​ໂອ​ເອ​ວ່າ ໂຄງ​ການ​ນິວ​ເຄ​ລຍ​ຂອງ​ເກົາ​ຫຼີ​ເໜືອ​ນັ້ນ ແມ່ນ​ວ່າ ຍັງ​ມີ​ຢູ່.

"ເກົາ​ຫຼີ​ເໜືອ ແມ່ນ​ເຮັດ​ໄດ້​ດີ​ຫຼາຍ​ກ່ຽວ​ກັບ​ການ​ປະ​ຕິ​ເສດ​ໃຫ້ຂໍ້​ມູນ​ຕໍ່​ພວກ​ເຮົາ,"
ຊຶ່ງ​ທ່ານເບັນ​ເນັ​ຕ ໄດ້​ກ່າວ​ໄວ້ ແລະ​ຍັງ​ກ່າວ​ຕື່ມ​ວ່າ "ສິ່ງ​ທີ່​ພວກ​ເຮົາ​ສາ​ມາດບອກ​ໄດ້
ກໍ​ແມ່ນ​ວ່າ ສະ​ຖານ​ທີ່​ກໍ່​ສ້າງ​ທີ່​ພົວ​ພັນ​ກັບ​ການ​ເຮັດ​ນິວ​ເຄ​ລຍ ອຸບ​ປະ​ກອນ​ຕ່າງໆ
ແລະ​ໂອກາດເຮັດ​ອາ​ວຸດ​ນັ້ນ ນັ້ນ​ແມ່ນ​ວ່າ ຍັງ​ດຳ​ເນີນ​ຢູ່."

ທ່ານເບັນ​ເນັ​ຕ ໄດ້​ກ່າວ​ເພີ້ມວ່າ ເກົາ​ຫຼີ​ເໜືອ​ບໍ່​ໄດ້​ມີ​ເຈດ​ຕະ​ນາ ທີ່​ຈະ​ປະ​ໜິ​ປະ​ນອມ​
ກັບ​ສະ​ຫະ​ລັດ ແລະເບິ່ງ​ຄື​ວ່າ ເຮັດ​ໃຫ້​ຊັກ​ຊ້າ​ລົງ ເພື່ອ​ຕົນ​ຈະ​ສາ​ມາດ​ທີ່​ຈະ​ສ້າງ​
ອາ​ວຸດຕໍ່​ໄປ.

ອ່ານ​ຂ່າວນີ້ເປັນ​ພາ​ສາ​ອັງ​ກິດ​ເພີ້ມ​ຕື່ມ

XS
SM
MD
LG