ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເກົາຫຼີເໜືອ ບໍ່ໃຫ້ ຄົນງານ ເກົາຫຼີໃຕ້ ໄປເຮັດວຽກ ຢູ່ເຂດ ​ອຸສາ​ຫະກໍາ​ຮ່ວມ (ສະໄລດ໌/ວີດີໂອ)


ພຽງ​ຢາງ​ປະກາດ​ໃນ​ວັນ​ພຸດ​ມື້​ນີ້ວ່າ ຕົນ​ຈະ​ໂຈະບໍ່​ໃຫ້ພະນັກງານ​
ເກົາຫລີ​ໃຕ້ ​ເຂົ້າ​ໄປ​ໃນເຂດ​ອຸສາ​ຫະກໍາ​ຮ່ວມ Kaesong ​
ພຽງ​ຢາງ​ປະກາດ​ໃນ​ວັນ​ພຸດ​ມື້​ນີ້ວ່າ ຕົນ​ຈະ​ໂຈະບໍ່​ໃຫ້ພະນັກງານ​ ເກົາຫລີ​ໃຕ້ ​ເຂົ້າ​ໄປ​ໃນເຂດ​ອຸສາ​ຫະກໍາ​ຮ່ວມ Kaesong ​
ເກົາຫລີ​ເໜືອກໍາລັງ​ປິດ​ ບໍ່​ໃຫ້ພະນັກງານ​ເກົາ​ຫລີໃຕ້​ ​ເຂົ້າ​ໄປ​ໃນ
ເຂດ​ອຸສາ​ຫະກໍາ​ຮ່ວມທີ່​ຕັ້ງຢູ່​ເໜືອ​ຊາຍ​ແດນຂຶ້ນ​ໄປ​ໜ້ອຍ​ນຶ່ງ ຊຶ່ງ
​ພວມ​ເຮັດ​ໃຫ້ຮ່ອງ​ຮອຍຂອງ​ການ​ຮ່ວມ​ມື​ອັນ​ສຸດ​ທ້າຍ​ທີ່​ຍັງ​ເຫຼືອຢູ່
ລະຫວ່າງ​ຄູ່​ປໍ​ລະ ປັກ​ທັງ​ສອງ ຕົກ​ຢູ່​ໃນ​ອັນຕະລາຍ.

ພຽງ​ຢາງ​ປະກາດ​ໃນ​ວັນ​ພຸດ​ມື້​ນີ້ວ່າ ຕົນ​ຈະ​ໂຈະບໍ່​ໃຫ້ພະນັກງານ​
ເກົາຫລີ​ໃຕ້ ​ເຂົ້າ​ໄປ​ໃນເຂດ​ອຸສາ​ຫະກໍາ​ຮ່ວມ Kaesong ​ແຕ່​ກໍ
ກ່າວ​ວ່າ ຕົນ​ຈະ​ອະນຸຍາດ​ໃຫ້​ພະນັກງານ​ເກົາຫລີ​ໃຕ້ຫລາຍ​ຮ້ອຍ
​ຄົນທີ່​ຍັງຢູ່​ໃນ​ເຂດ​ອຸສາ ຫະກຳ​ຮ່ວມ ​ອອກໄປ​ຈາກ​ສະຖານ​ດັ່ງ
ກ່າວ​ໄດ້.

​ເກົາຫລີ​ໃຕ້ກ່າວ​ວ່າ ​ເກົາຫຼີ​ເໜືອບໍ່​ໄດ້ແຈ້ງ​ໃຫ້​ຕົນ​ຊາບວ່າ​ດົນ​
ປານ​ໃດ​ທີ່​ການຫ້າມດັ່ງກ່າວ​ຈະ​ມີ​ຜົນ​ບັງຄັບ​ໃຊ້ ແຕ່​ເຕືອນ​ວ່າ
ຖ້າ​ຫາກ​ເປັນ​ການຫ້າມ​ທີ່​ຍື​ດ​ເຍື້ອພະນັກງານເກົາຫລີ​ໃຕ້​ອາດ​
ຈະ​ໝົດ​ເຄື່ອງ​ໃຊ້​ຕ່າງໆແລະ​ອາຫານການ​ກິນ. ​ໂຄສົກ​ຂອງ
ກະຊວງ​ທ້ອນ​ໂຮມຊາດ​ເກົາຫລີ​ໃຕ້ທ່ານ Kim Hyung-Seok ກ່າວ​ວ່າ ຄວາມ​ປອດ​ໄພ​ຂອງພະນັກງານ​ຂອງ​ຕົນ ​ແມ່ນ​ບູລິ​ມະ​ສິດທີ່ສຳຄັນ​ສຸດ​ຂອງ​ກຸງ​ໂຊ​ລ.



ກະຊວງ​ປ້ອງ​ກັນ​ປະ​ເທດ​ຂອງເກົາຫຼີ​ໃຕ້ກ່າວ​ວ່າ ການ​ປະຕິບັດ​ງານທາງ​ທະຫານຈະ​ເປັນ​ທາງ​ເລືອກ​ອັນ​ສຸດ​ທ້າຍ ຖ້າຄວາມ​ປອດ​ໄພ​ຂອງ​ພະນັກ ງານຫາກ​ຖື​ກຂົ່ມຂູ່.

ນີ້​ບໍ່​ເປັນ​ເທື່ອ​ທໍາ​ອິດ ທີ່​ພຽງ​ຢາງ​ໄດ້​ກີດ​ກັ້ນບໍ່​ໃຫ້​ພະນັກງານ​ຊາວເກົາຫລີ​ໃຕ້​ເຂົ້າ​ຫລື​ອອກ​ໄປ​ຈາກ​ເຂດ​ອຸສາ​ຫະກຳ​ຮ່ວມທີ່​ໄດ້​ເປີດ​ຂື້ນໃນ​ປີ 2004 ​ແລະ​ເປັນແຫ​ລ່ງລາຍ​ໄດ້​ທີ່​ສຳຄັນ​ສຳ​ລັບ​ເກົາຫຼີ​ເໜືອ ຊຶ່ງ​ເປັນ​ປະ​ເທດ​ທີ່ ທຸກ​ຍາກ​. ​ແຕ່ປະກົດ​ວ່າ​ໃນ​ເທື່ອ​ນີ້​ແມ່ນ​ເປັນ​ການ​ຂົ່ມຂູ່ທີ່​ຮ້າຍ​ແຮງສຸດ​ຕໍ່ ​ສູນ​ກາງດັ່ງກ່າວ​ເທົ່າ​ທີ່​ເຄີຍ​ມີ​ມາ.

XS
SM
MD
LG