ເກົາຫຼີເໜືອ ປາກົດວ່າ ໄດ້ທຳການຊ້ອມຍິງປືນໃຫຍ່ໃນວັນອາທິດວານນີ້, ຊຶ່ງເປັນເວລາຫລາຍມື້ ຫຼັງຈາກສະຫະລັດໄດ້ສົ່ງເຮືອບິນລົບທີ່ທັນສະໄໝ ໄປຍັງເກົາຫຼີໃຕ້ເພື່ອຊ້ອມລົບຮ່ວມກັນ, ອີງຕາມເກົາຫຼີໃຕ້ກ່າວ ແລະລາຍງານໂດຍອົງການຂ່າວເອພີ (AP).
ຫົວໜ້າເສນາທິການຮ່ວມຂອງເກົາຫລີໃຕ້ ກ່າວຢູ່ໃນຖະແຫລງການສະບັບນຶ່ງວ່າ ຕົນໄດ້ກວດພົບກະສຸນວິຖີຫລາຍລູກ ທີ່ຄາດວ່າເປັນປືນໃຫຍ່ຂອງເກົາຫລີເໜືອ ໃນຕອນບ່າຍວັນອາທິດວານນີ້. ຫ້ອງການນີ້ກ່າວອີກວ່າ ທະຫານຂອງເກົາຫຼີໃຕ້ໄດ້ຮັກສາຄວາມພ້ອມທີ່ແຂງແກ່ນ ໃນການປະສານງານຢ່າງໃກ້ຊິດກັບສະຫະລັດ
ຫ້ອງການປະທານາທິບໍດີຂອງເກົາຫຼີໃຕ້ ກ່າວວ່າ ການຍິງລູກສອນໄຟ ທີ່ຕ້ອງ ສົງໄສນັ້ນ ໄດ້ເກີດຂຶ້ນຢູ່ນອກຝັ່ງຕາເວັນຕົກຂອງເກົາຫຼີເໜືອ. ຫ້ອງການນີ້ ກ່າວອີກວ່າ ຜູ້ອໍານວຍການດ້ານຄວາມໝັ້ນຄົງແຫ່ງຊາດຂອງປະທານາທິບໍດີ, ທ່ານກິມ ຊຸງຮານ (Kim Sung-han) ໄດ້ທົບທວນຄືນເບິ່ງຄວາມພ້ອມ ຂອງທະຫານເກົາຫຼີໃຕ້ ແລະເວົ້າວ່າຫ້ອງການຂອງທ່ານ ໄດ້ຕິດຕາມຢ່າງໃກ້ ຊິດເພື່ອເບິ່ງການຍິງລູກສອນໄຟເພີ່ມອີກ ທີ່ອາດເປັນໄປໄດ້ ໂດຍເກົາຫຼີເໜືອ.
ໃນປີນີ້, ເກົາຫຼີເໜືອໄດ້ດຳເນີນການທົດລອງອາວຸດເປັນຈຳນວນຫຼວງຫຼາຍແບບຜິດປົກກະຕິ, ລວມທັງລູກສອນໄຟທີ່ມີຄວາມສາມາດຕິດຫົວນິວເຄລຍ ເຊິ່ງເຮັດໃຫ້ທັງແຜ່ນດິນໃຫຍ່ຂອງສະຫະລັດ ແລະ ພັນທະມິດຂອງປະເທດນີ້ ລວມມີເກົາຫຼີໃຕ້ ແລະ ຍີ່ປຸ່ນ ໃຫ້ຢູ່ໃນເປົ້າໂຈມຕີໄລຍະໄກ. ຜູ້ຊ່ຽວຊານບາງຄົນ ເວົ້າວ່າ ເກົາຫຼີເໜືອພະຍາຍາມເຮັດໃຫ້ເທັກໂນໂລຈີໃນດ້ານອາວຸດຂອງຕົນ ສົມບູນແບບ ແລະເພີ້ມຄວາມສາມາດໃນການຕໍ່ລອງກັບສະຫະລັດ ໃນອະນາຄົດ ເພື່ອໃຫ້ໄດ້ຮັບການຜ່ອນຜັນມາດຕະການລົງໂທດ ຫຼືບໍ່ກໍການຮັບປະກັນຄວາມປອດໄພ.
ອາທິດແລ້ວນີ້, ເຮືອບິນ F-35 ຂອງສະຫະລັດ 6 ລຳ ຈາກຖານທັບອາກາດ ແອລສັນ (Eielson) ໃນລັດອາລັສກາໄດ້ໄປຮອດເກົາຫຼີໃຕ້ ເພື່ອໄປປະຕິບັດ ໜ້າທີ່ຊົ່ວຄາວຄັ້ງທຳອິດໃນເກົາຫຼີໃຕ້ ເປັນເວລາປະມານ 4 ປີເຄິ່ງ ເພື່ອຊ້ອມ ລົບຮ່ວມກັບເຮືອບິນລົບອາຍພົ່ນຂອງເກົາຫຼີໃຕ້.