ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເກົາຫຼີເໜືອ ຂູ່ວ່າ ຈະເສີມກຳລັງ ດ້ານອາວຸດ ນິວເຄລຍ ຖ້າ ສຫລ ບໍ່ຍົກເລີກ ມາດຕະການ ລົງໂທດ


ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ, ຂວາ, ພົບປະກັບ ຜູ້ນຳເກົາຫຼີເໜືອ ທ່ານ ກິມ ຈົງ ອຶນ ຢູ່ທີ່ເກາະ ເຊັນໂຕຊາ ໃນສິງກະໂປ, ວັນທີ 12 ມິຖຸນາ 2018.
ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ, ຂວາ, ພົບປະກັບ ຜູ້ນຳເກົາຫຼີເໜືອ ທ່ານ ກິມ ຈົງ ອຶນ ຢູ່ທີ່ເກາະ ເຊັນໂຕຊາ ໃນສິງກະໂປ, ວັນທີ 12 ມິຖຸນາ 2018.

ເກົາຫຼີເໜືອ ໄດ້ເຕືອນວ່າ ຕົນອາດຈະເສີມກຳລັງດ້ານອາວຸດນິວເຄລຍຂອງຕົນ ຖ້າ
ຫາກ ສະຫະລັດ ບໍ່ຍົກເລີກມາດຕະການລົງໂທດ ທາງເສດຖະກິດ ຕໍ່ປະເທດຕົນ.

ໃນຖະແຫລງການສະບັບນຶ່ງ ທີ່ໄດ້ນຳອອກເຜີຍແຜ່ ໃນວັນສຸກວານນີ້ ກະຊວງ
ການຕ່າງປະເທດ ຂອງເກົາຫຼີເໜືອ ກ່າວວ່າ ຕົນອາດນຳເອົານະໂຍບາຍ ທີ່ ເອີ້ນວ່າ
“ພີຢອງຈິນ” ນັ້ນ ກັບຄືນມາໃຊ້​ອີກ ຊຶ່ງເປັນການພັດທະນາ ຄວາມກ້າວ ໜ້າໃນດ້ານ
ກຳລັງອາວຸດນິວເຄລຍ ແລະ ເສດຖະກິດ ພ້ອມໆກັນ ຖ້າຫາກ ສະຫະລັດ ບໍ່ຍົກເລີກ
ມາດຕະການລົງໂທດ ທາງເສດຖະກິດ.

ເຖິງຢ່າງໃດກໍດີ ເກົາຫຼີເໜືອ ກໍໄດ້ຢຸດຢູ່ພຽງຊ່ຳນັ້ນ ຊຶ່ງຕົນບໍ່ໄດ້ຂົ່ມຂູ່ ທີ່ຈະຢຸດເຊົາ
ການເຈລະຈາ ​ເພື່ອປົດອາວຸດນິວເຄລຍ ທີ່ກຳລັງ​ດຳ​ເນີນ​ໄປ​ຢູ່ ກັບ ສະຫະລັດ ຫາກ
ແຕ່ໄດ້ກ່າວ ໃນຖະແຫລງການວ່າ “ການປັບປຸງ ດ້ານສາຍສຳພັນ ແລະ ມາດຕະ
ການລົງໂທດ ນັ້ນ ແມ່ນບໍ່ສົມເຫດສົມຜົນ.”

ເກົາຫຼີເໜືອ ໄດ້ກ່າວຫາ ວໍຊິງຕັນ ວ່າ ກຳລັງກີດຂວາງ ຄວາມມຸ້ງໝັ້ນທີ່ ຜູ້ນຳ ເກົາຫຼີ
ເໜືອ ທ່ານ ກິມ ຈົງ ອຶນ ແລະ ປະທານາທິບໍດີ ສະຫະລັດ ທ່ານດໍໂນລ ທຣຳ ໄດ້ຕົກ
ລົງກັນ ຢູ່ທີ່ກອງປະຊຸມສຸດຍອດ ຄັ້ງປະຫວັດສາດ ໃນເດືອນມິຖຸນາ ຢູ່ທີ່ສິງກະໂປ ນັ້ນ.

ລັດຖະມົນຕີວ່າການຕ່າງປະເທດ ສະຫະລັດ ທ່ານ ໄມຄ໌ ພອມພຽວ ໄດ້ກ່າວ ໃນການ
ໃຫ້ສຳພາດ ເມື່ອວັນສຸກວານນີ້ ກັບ ທ່ານ ຊອນ ແຮນນີຕີ ໃນລາຍການໂທລະພາບ
Fox News ວ່າ ທ່ານ “ໄດ້ໄປໂອ້ລົມກັບ ປະທານ ກິມ ໃນເດືອນຕຸລາ” ແລະ
ໃນການສົນນາກັນນັ້ນ ທ່ານ ກິມ “ໄດ້ລະບຸຢ່າງຈະແຈ້ງ ເຖິງຈຸດປະສົງຂອງທ່ານ
ທີ່ຈະປົດອາວຸດນິວເຄລຍ.”

ແຕ່ ທ່ານ ພອມພຽວ ກ່າວຕື່ມວ່າ ການກວດສອບຢັ້ງຢືນ ການປົດອາວຸດນິວເຄລຍ
ຂອງເກົາຫຼີເໜືອນັ້ນ ເປັນເລື້ອງທີ່ສຳຄັນຢ່າງຍິ່ງ. ທ່ານເວົ້າວ່າ “ພວກເຮົາຕ້ອງຮັບ
ປະກັນຢ່າງຄັກແນ່ວ່າ ພວກເຮົາຈະຕ້ອງເຮັດ ໃຫ້ມັນສົມບູນແບບ. ພວກເຮົາຈະບໍ່
ຮັບຟັງແຕ່ຄຳເວົ້າ ຂອງບຸກຄົນຜູ້ໃດຜູ້ນຶ່ງ...ມັນຍັງມີວຽກຫຼາຍ ທີ່ຈະຕ້ອງໄດ້ເຮັດ
ແຕ່ຂ້າພະເຈົ້າ ໝັ້ນໃຈວ່າ ພວກເຮົາຈະຮັກສາ ການກົດດັນ ທາງເສດຖະກິດໄວ້
ຄືເກົ່າ ຈົນກວ່າໃນເວລາ ທີ່ປະທານ ກິມ ປະຕິບັດຕາມ ຄວາມໝັ້ນໝາຍ ທີ່ທ່ານ
ໄດ້ໃຫ້ໄວ້ ຕໍ່ປະທານາທິບໍດີ ທຣຳ ເມື່ອເດືອນມິຖຸນາ ຢູ່ໃນສິງກະໂປ.”

ທ່ານພອມພຽວ ໄດ້ກ່າວອີກວ່າ ທ່ານ ຈະພົບປະກັບຄູ່ຕຳແໜ່ງຂອງທ່ານ ຈາກ ເກົາຫຼີ
ເໜືອ ໃນສັບປະດາໜ້າ ເຖິງຢ່າງໃດກໍຕາມ ທ່ານ ບໍ່ໄດ້ແຈ້ງ​ໃຫ້​ຊາບ​ກ່ຽວ ກັບວັນເວລາ
ຫຼືສະຖານທີ່ ຂອງການພົບປະກັນນັ້ນ.

North Korea has warned that it may strengthen its nuclear arsenal, if the United States does not lift economic sanctions against the country.

In a statement released Friday, the North Korean foreign ministry said the country could bring back it's "pyongjin" policy of simultaneously advancing its nuclear force and economic development, if the U.S. does not lift the economic sanctions.

North Korea stopped a bit short, however, of threatening to abandon the ongoing nuclear negotiations with the U.S., but said in the statement that the "improvement of relations and sanctions is incompatible.

The North has accused Washington of derailing commitments made by North Korean leader Kim Jong Un and U.S. President Donald Trump at their historic June summit in Singapore.

U.S. Secretary of State Mike Pompeo said in an interview Friday with Fox News' Sean Hannity that he "was with Chairman Kim in October" and in their conversations Kim "has made clear his intention to denuclearize."

But, Pompeo added that the verification of North Korea's denuclearization is of the upmost importance."We've got to make sure we get thatpiece of it right," Pompeo said."We won't accept anyone's word for it . . . A lot of work remains, but I'm confident that we will keep the economic pressure in place until such time as Chairman Kim fulfills the commitment he made to President Trump back in June in Singapore."

Pompeo said he is meeting next week with his North Korean counterpart, however, he did not give a date or location for the meeting.

XS
SM
MD
LG