ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເກົາຫຼີ​ເໜືອ​ເຕັມ​ໃຈ​ ຈະ​ສົນທະນາ ​ກັບ​ເກົາຫຼີ​ໃຕ້​ ເລື້ອງໄຂເຂດ​ອຸດສາຫະກໍາ​ຮ່ວມ ຄືນໃໝ່


ລົດຂອງເກົາຫລີໃຕ້ ກັບຄືນມາຈາກ ເຂດອຸດສາຫະກໍາ​ຮ່ວມ Kaesong ໃນເກົາຫລີເໜືອ.
ລົດຂອງເກົາຫລີໃຕ້ ກັບຄືນມາຈາກ ເຂດອຸດສາຫະກໍາ​ຮ່ວມ Kaesong ໃນເກົາຫລີເໜືອ.
ເກົາຫຼີ​ເໜືອ​ກ່າວ​ວ່າ​ ຕົນເຕັມ​ໃຈ​ທີ່ຈະ​ເຂົ້າ​ຮ່ວມ​ໂອ້​ລົມ​ສົນທະນາ ​ກັບ​ບັນດາເຈົ້າ​ຂອງທຸລະ ກິດເກົາຫຼີ​ໃຕ້​ ໃນເລື້ອງການເປີດ​ເຂດ​ອຸດສາຫະກໍາ​ຮ່ວມ​ຄືນ​ໃໝ່ ທີ່​ໄດ້​ປິດ​ລົງ​ໃນ​ເດືອນ​ເມສາຜ່ານ​ມາ ທ່າມກາງ​ຄວາມ​ເຄັ່ງ​ຕຶງທີ່​ທະວີຂຶ້ນຢ່າງ​ສູງ.

ສື່​ຂອງລັດ​ໄດ້​ອ້າງ​ເອົາ​ຄໍາ​ເວົ້າ​ ຂອງເຈົ້າ​ໜ້າ​ທີ່​ລັດຖະບານ ໃນ​ວັນ​ອັງຄານ​ມື້​ນີ້​ວ່າ ບັນດາ​ນັກທຸລະກິດເກົາຫຼີ​ໃຕ້​ນັ້ນ ​ບໍ່​ຕ້ອງ​ເປັນ​ກັງວົນ​ກ່ຽວ​ກັບ​ຄວາມ​ປອດ​ໄພຂອງ​ເຂົ​າ​ເຈົ້າ ຖ້າ​ຫາກ ​ເຂົາ​ເຈົ້າ​ເຂົ້າ​ໄປ​ໃນເຂດ​ອຸດສາຫະກໍາ Kaesong ເພື່ອ​ທໍາການໂອ້​ລົມ​ສົນທະນາກັນນັ້ນ.

​ແຕ່​ວ່າ ກຸງພຽງ​ຢາງ​ໄດ້ປະຕິ​ເສດ​ຕໍ່​ຄໍາຮຽກຮ້ອງຈາກທາງກຸງ​ໂຊ​ລ ທີ່​ວ່າ​ໃຫ້​ຈັດການໂອ້​ລົມ​ສົນທະນາກັນ​ຂຶ້ນ​ ໃນ​ລະດັບລັດຖະບານ ກ່ຽວ​ກັບ​ການ​ເປີດ​ຄືນເຂດ​ອຸດສາຫະກໍາ​ຮ່ວມ ທີ່​ຕັ້ງ​ຢູ່​ເໜືອ​ເຂດ​ປອດ​ທະຫານຢູ່​ຊາດ​ແດນ ຂຶ້ນ​ໄປ 10 ກິ​ໂລແມັດ ​ໃນ​ດິນ​ແດນ​ຂອງ​ເກົາຫລີ​ເໜືອນັ້ນ.

ເກົາຫຼີ​ເໜືອ ​ໄດ້​ຍົກຍ້າຍພະນັກງານ​ຂອງ​ຕົນ ຈໍານວນ 53,000 ຄົນອອກ​ໄປ ​ແລະ​ຂັດ ຂວາງ ບໍ່​ໃຫ້​ຝ່າຍເກົາຫຼີ​ໃຕ້​ເຂົ້າ​ໄປ​ໃນເຂດ​ດັ່ງກ່າວ​ ​ໃນ​ເດືອນ​ແລ້ວ​ນີ້ ອັນ​ເປັນສ່ວນ​ນຶ່ງ​
ຂອງ​ການ​ໂຕ້​ຕອບ​ດ້ວຍ​ຄວາມ​ໂມ​ໂຫຂອງ​ເກົາຫລີ​ເໜືອ ຕໍ່​ການ​ເສີ​ມຂະຫຍາຍການ​ລົງ​ໂທດ​ຕໍ່ຕົນ ຂອງ​ສະຫະ​ປະຊາ​ຊາດອອກ​ໄປອີກ ຍ້ອນ​ການ​ທົດລອງນີວ​ເຄລຍນັ້ນ. ກຸງ ​ໂຊ​ລກໍໄດ້ຍົກຍ້າຍພະນັກງານ​ຂອງ​ຕົນອອກ​ ບໍ່ດົນຫຼັງ​ຈາກ​ນັ້ນ.

ເຂດ​ອຸດສາຫະກໍາຮ່ວມ​ Kaesong ​ທີ່​ໄດ້​ຈັດຕັ້ງ​ຂຶ້ນ ​ໃນປີ 2004 ​ແມ່ນ​ໄດ້​ສະໜອງ​ເງິນສົດ ໃຫ້​ທາງເກົາຫຼີ​ເໜືອ ແລະສະໜອງ​ແຮງ​ງານ​ທີ່​ຖືກ​ໃຫ້​ທາງເກົາຫຼີ​ໃຕ້ ​ແລະ​ເປັນ​ສາຍ​ເຊື່ອມ​ໂຍງ​ທີ່​ສັນຕິ​ ອັນ​ສຸດ​ທ້າຍ​ທີ່​ຍັງ​ເຫຼືອ​ຢູ່ ລະຫວ່າງ 2 ປະ​ເທດ.
XS
SM
MD
LG