ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເກົາ​ຫຼີ​ເໜືອ ຍິງ​ລູກ​ສອນ​ໄຟຕື່ມ​ອີກ 2 ​ລູກ ເພື່ອ​ສືບ​ຕໍ່​ ການ​ຍິງ​ທົດ​ລອງ ​ຂອງ​ຕົນ


ຜູ້​ຄົນ​ເບິ່ງ​ໂທ​ລະ​ພາບ ກ່ຽວ​ກັບ​ການ​ຍິງ​ລູກ​ສອນ​ໄຟ​ຂອງ​ເກົາ​ຫຼີ​ເໜືອ ໃນ​ລະ​ຫວ່າງ​ລາຍ​ການ​ຂ່າວ ທີ່​ສະ​ຖາ​ນີ​ລົດ​ໄຟ​ແຫ່ງ​ນຶ່ງ ໃນ​ນະ​ຄອນ​ຫຼວງ​ໂຊ​ລ ເມື່ອ​ວັນ​ທີ 20 ມັງ​ກອນ 2022.
ຜູ້​ຄົນ​ເບິ່ງ​ໂທ​ລະ​ພາບ ກ່ຽວ​ກັບ​ການ​ຍິງ​ລູກ​ສອນ​ໄຟ​ຂອງ​ເກົາ​ຫຼີ​ເໜືອ ໃນ​ລະ​ຫວ່າງ​ລາຍ​ການ​ຂ່າວ ທີ່​ສະ​ຖາ​ນີ​ລົດ​ໄຟ​ແຫ່ງ​ນຶ່ງ ໃນ​ນະ​ຄອນ​ຫຼວງ​ໂຊ​ລ ເມື່ອ​ວັນ​ທີ 20 ມັງ​ກອນ 2022.

ເກົາ​ຫຼີ​ເໜືອ​ ໄດ້​ຍິງ​ລູກ​ສອນ​ໄຟ​ນຳ​ວິ​ຖີຫຼື​ລູກ​ສອນ​ໄຟ​ຄ​ຣູ​ສ 2 ລູກ ໃນ​ຕອນ​ເຊົ້າ​ວັນ​ອັງ​ຄານມື້ນີ້ ອີງ​ຕາມ​ຄຳ​ຖະ​ແຫຼງ ຂອງກອງ​ທັບ​ເກົາ​ຫຼີ​ໃຕ້ ຊຶ່ງ​ເປັນ​ການ​ທົດ​ລອງ​ລູກ​ສອນ​ໄຟ ​ຄັ້ງ​ທີ 5 ຂອງ​ເກົາ​ຫຼີ​ເໜືອ ນັບ​ແຕ່​ປີ​ໃໝ່​ເປັນ​ຕົ້ນ​ມາ.

ລູກ​ສອນ​ໄຟ​ທັງ​ສອງ​ໄດ້​ຍິງ​ຈາກ​ເຂດ​ທີ່​ເລິກ​ເຂົ້າ​ໄປ​ຂອງປະ​ເທດ ແລະ​ຕົກ​ລົງ​ໃສ່​ທະ​ເລ ຢູ່​ນອກ​ແຄມ​ຝັ່ງ​ທາງ​ກ້ຳ​ຕາ​ເວັນ​ອອກ​ຂອງ​ເກົາ​ຫຼີ​ເໜືອ ອີງ​ຕາມ​ລາຍ​ງານ ຂອງ​ອົງ​ການ​ຂ່າວຢອນ​ຮັບ ​ຂອງ​ເກົາ​ຫຼີ​ໃຕ້.

ກອງ​ທັບ​ເກົາ​ຫຼີ​ໃຕ້ ໄດ້ການ​ຢືນ​ຢັນການ​ຍິງດັ່ງ​ກ່າວ ໃນ​ການ​ສົ່ງ​ຂ່າວ​ໃຫ້​ວີ​ໂອ​ເອ​ໂດຍ​ກ່າວວ່າ ​ພວກ​ເຈົ້າ​ໜ້າ​ທີ່​ຍັງ​ສືບ​ຕໍ່​ທຳ​ການ​ວິ​ເຄາະ​ເບິ່ງ​ລາຍ​ລະ​ອຽດ​ໃນ​ການຍິງນີ້ຢູ່.

ນັບ​ແຕ່​ຕົ້ນ​ປີນີ້​ມາ ເກົາ​ຫຼີ​ເໜືອ​ໄດ້​ຍິງ​ລູກ​ສອນ​ໄຟ ​ທັງ​ໝົດ 8 ລູກ​ແລ້ວ ໃນ​ລະ​ຫວ່າງ​ການ​ຍິງທົດ​ລອງ 5 ເທື່ອ. ໃນ​ອາ​ທິດ​ແລ້ວນີ້ ເກົາ​ຫຼີ​ເໜືອ​ຂູ່​ວ່າ ຕົນ​ຈະ​ເລີ້ມ​ທົດ​ລອງ ລູກ​ສອນ​ໄຟ​ໄລ​ຍະ​ໄກ ແລະ​ອາ​ວຸດ​ນິວ​ເຄ​ລຍ​ຄືນ​ໃໝ່.

ເກົາ​ຫຼີ​ເໜືອໄດ້ຖືກ​ຫ້າມ​ບໍ່​ໃຫ້​ພົວ​ພັນ​ໃນ​ກິດ​ຈະ​ການ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ​ໃດໆ ຮວມ​ທັງ​ການ​ຍິງ​ບໍ່​ວ່າ​ໃນ​ໄລ​ຍະ​ໃດ​ທັງ​ໝົດ ໂດຍ​ມະ​ຕິ​ທີ່​ມີ​ມາ​ເປັນ​ລຳ​ດັບ​ຂອງ​ສະພາ​ຄວາມ​ໝັ້ນ​ຄົງ ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ. ແຕ່​ແນວ​ໃດ​ກໍ​ຕາມ ມະ​ຕິ​ເຫຼົ່າ​ນີ້​ບໍ່​ໄດ້​ຫ້າມ​ບໍ່​ໃຫ້ເກົາ​ຫຼີ​ເໜືອ​ທົດ​ລອງ​ລູກ​ສອນ​ໄຟ​ນຳ​ວິ​ຖີ​ຫຼື​ລູກ​ສອນ​ໄຟ​ຄ​ຣູ​ສ.

ເມື່ອ​ໄວໆ​ມານີ້ ເກົາ​ຫຼີ​ເໜືອ​ໄດ້​ສະ​ແດງ​ຄວາມ​ບໍ່​ພໍ​ໃຈ ​ກັບ​ອັນ​ທີ່​ຕົນ​ເອີ້ນ​ວ່າ “ນະ​ໂຍ​ບາຍ ​ທີ່​ເປັນ​ປໍ​ລະ​ປັກ” ຂອງ​ສະ​ຫະ​ລັດ ໂດຍ​ສະ​ເພາະ​ແລ້ວ ເກົາ​ຫຼີ​ເໜືອ​ໄດ້​ນຳສະ​ເໜີ​ບັນ​ຫານີ້ຕໍ່​ການ​ຮ່ວມ​ມື​ທາງ​ທະ​ຫານ​ລະ​ຫວ່າງ​ສະ​ຫະ​ລັດ​ແລະ​ເກົາ​ຫຼີ​ໃຕ້.

ສະ​ຫະ​ລັດ​ມີ​ກຳ​ລັງ​ທະ​ຫານ ​ປະ​ມານ 28,000 ຄົນ​ ໃນ​ເກົາ​ຫຼີ​ໃຕ້ ທີ່​ຍັງ​ເຫຼືອ​ມາ ຈາກ​ສົງ​ຄາມ​ເກົາ​ຫຼີ​ໃນ​ຊຸມ​ປີ 1950 ຊຶ່ງ​ໄດ້​ສິ້ນ​ສຸດ​ລົງ​ດ້ວຍ​ການ​ຢຸດ​ຍິງ ແທນ​ທີ່ຈະ​ແມ່ນ​ສົນ​ທິ​ສັນ​ຍາ​ສັນ​ຕິ​ພາບ.

ພາຍ​ໃຕ້​ການ​ນຳ​ພາ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ​ໂຈ ໄບ​ເດັນ ວໍ​ຊິງ​ຕັນ​ ໄດ້​ປະ​ກາດ​ເປັນ​ປະ​ຈຳ​ວ່າ ຕົນ​ເປີດກວ້າງ​ສຳ​ລັບ​ການ​ເຈ​ລະ​ຈາ​ກັບ​ເກົາ​ຫຼີ​ເໜືອ ໂດຍ​ບໍ່​ມີ​ການ​ຕັ້ງເງື່ອນ​ໄຂ​ໄວ້​ລ່ວງ​ໜ້າ.

ທ່ານ​ຈອນ​ ເຄີ​ບີ ໂຄ​ສົກ​ຂອງ​ທຳ​ນຽບ​ຫ້າ​ແຈ ກ່າວ​ໃນ​ການ​ຖະ​ແຫຼງ​ຂ່າວ​ ໃນ​ວັນ​ຈັນ​ວານນີ້​ວ່າ “ພວກ​ເຂົາ​ເຈົ້າ​ບໍ່​ໄດ້​ສະ​ແດງ​ອອກ​ ໃນ​ການ​ທີ່​ຈະ​ດຳ​ເນີນ​ການ​ໄປໜ້າ​ ກ່ຽວ​ກັບ​ເລື້ອງນີ້.”

ທ່ານ​ເຄີ​ບີ ກ່າວ​ຢ້ຳ​ວ່າ ສະ​ຫະ​ລັດ​ ມີ​ຄວາມ​ເປັນ​ຫ່ວງ “ກ່ຽວ​ກັບ​ຄວາມ​ກ້າວ​ໜ້າ​ໃນ​ຄວາມ​ໄຝ່​ຝັນ​ທາງ​ດ້ານ​ນິວ​ເຄ​ລຍ​ ແລະ​ຄວາມ​ສາ​ມາດ​ທາງ​ດ້ານ​ລູກສອນ​ໄຟ​ຂີ​ປະ​ນາ​ວຸດ” ຂອງ​ເກົາ​ຫຼີ​ເໜືອ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG