ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເກົາຫລີເໜືອ ທໍາການກໍ່ສ້າງໃໝ່ ຢູ່ຖານສົ່ງຈະຫລວດ ຂື້ນສູ່ວົງໂຄຈອນ


ພາບການຍິງລູກສອນໄຟລູກນຶ່ງອອກໄປ ໃນລະຫວ່າງການຊ້ອມລົບ ເມື່ອເດືອນມີນາ ປີ 2013 ທີ່ບໍ່ເປີດເຜີຍສະຖານທີ່. ພາບນີ້ຖືກນໍາອອກເຜີຍແຜ່ ໂດຍ ອົງການຂ່າວຂອງເກົາຫລີເໜືອ.
ພາບການຍິງລູກສອນໄຟລູກນຶ່ງອອກໄປ ໃນລະຫວ່າງການຊ້ອມລົບ ເມື່ອເດືອນມີນາ ປີ 2013 ທີ່ບໍ່ເປີດເຜີຍສະຖານທີ່. ພາບນີ້ຖືກນໍາອອກເຜີຍແຜ່ ໂດຍ ອົງການຂ່າວຂອງເກົາຫລີເໜືອ.
ສະ​ຖາ​ບັນ​ຄົ້ນ​ຄວ້າຊັ້ນ​ນໍາແຫ່ງ​ນຶ່ງ​ຂອງສະຫະລັດ ​ ​ກ່າວ​ວ່າ ຮູບ
​ພາບໃໝ່ຈາກ​ດາວ​ທຽມ ສະ​ແດງ​ໃຫ້​ເຫັນ​ວ່າ ​ເກົາຫລີ​ເໜືອໄດ້
ລົ​ງມື​ກໍ່ສ້າງ​ໂຄ​ງການ​ສໍາຄັນອັນ​ນຶ່ງ ຢູ່​ຖານ​ສົ່ງທີ່ໃຊ້​ຍິງຈະຫລວດ
ລູກ​ນຶ່ງ​ຂຶ້ນ​ສູ່​ວົງ​ໂຄຈອນ ໃນ​ປີ​ກາຍ​ນີ້.

ສະ​ຖາ​ບັນ ສະຫະລັດ-ເກົາ​ຫລີ ທີ່ໂຮງຮຽນການ​ສຶກສາ​ນາໆ​ຊາດ
ລະດັບກ້າວໜ້າ​ ​ຂອງມະ ຫາວິທະຍາ​ໄລ Johns Hopkins ທີ່
​ລັດ Maryland ກ່າວ​ວ່າ ການ​ກໍ່ສ້າງ​ທີ່ Sohae ຢູ່​ຝັ່ງ​ທະ​ເລ​
ເຫລືອງໃກ້​ກັບ​ຊາຍ​ແດນ​ຈີນນັ້ນ ມີ​ຮວມ​ທັງ​ອັນ​ທີ່​ອາດ​ຈະ​ເປັນ
​ຖານ​ສົ່ງ​ແຫ່ງ​ໃໝ່​ສໍາລັບ​ທົດ​ລອງລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ.

​ເອກ​ກະສາ​ນສະຫລູບ​ການ​ຄົ້ນ​ຄວ້າ​ ທີ່​ນໍາ​ອອກເຜີຍ​ແຜ່​ໃນ​ວັນ​
ສຸກ​ວານ​ນີ້​ຢູ່ໃນ​ໜ້າເວັບ​ໄຊ້ທ໌ 38 North ຂອງ​ສະ​ຖາ​ບັນ​ດັ່ງ
ກ່າວ ​ເວົ້າ​ວ່າ ການ​ວິ​ໃຈ​ຂັ້ນ​ຕົ້ນ​ຂອງ​ພາບ​ຈາກດາວ​ທຽມ​ພານິດ​
ຂອງເອກ​ກະ​ຊົນ ສະ​ແດງ​ໃຫ້​ເຫັນ​ຮູບ​ພາບ​ການ​ກໍ່ສ້າງ​ ທີ່ຢູ່ຫ່າງ
​ໄກ​ປະມານ 100 ​ແມັດຈາກຖານ​ສົ່ງ​ຈະ​ຫລວດທີ່​ມີ​ຢູ່ແລ້ວນັ້ນ
ໄປທາງ​ກໍ້າ​ຕາ​ເວັນ​ຕົກ​ ຢູ່​ເທິງ​ໜ້າດິນ​ທີ່​ຮາບ​ພຽງ.

ລາຍ​ງານ​ກ່າວ​ວ່າ ຖານ​ສົ່ງທີ່ຢູ່​ໃນຕໍາ​ແໜ່​ງດັ່ງກ່າວ​ຈະອໍານວຍ​ໃຫ້​ຍິງ​ຈະ​ຫລວດ​ໄປ​ທາງທິດ​ຕາ​ເວັນ​ຕົກສຽງ​ໃຕ້​ໄດ້ ຄື​ກັນ​ກັບ​ ​ຈະ​ຫລວດ Unha 3 ທີ່​ຍິງ​ອອກ​ໄປ​ໃນ​ເດືອນ​ທັນ
ວາ ປີ 2012 ທີ່​ທ້າ​ທາຍ​ຕໍ່ມະຕິ​ຂອງສະຫະ​ປະຊາ​ຊາດນັ້ນ.

​ໃນ​ເດືອນ​ກໍລະກົດຜ່ານ​ມາ ​ເຈົ້າ​ໜ້າ​ທີ່​ຄົນ​ນຶ່ງໃນ​ກຸງພຽງ​ຢາງ ​ໄດ້​ກ່າວ​ຕໍ່ ວີໂອ​ເອ ວ່າ
ການສົ່ງ​ຍານ Unha ຈະ​ເກີ​ດຂື້ນໃນ​ບໍ່​ຊ້າ​ນີ້ ອັນ​ເປັນ​ພາກ​ສ່ວນນຶ່ງ​ຂອງ​ອັນ​ທີ່ທ່ານ​ຮ້ອງ​ວ່າ “ການ​ນໍາ​ໃຊ້ເຂດ​ອະວະ​ກາດຢ່າງ​ສັນຕິ” ຂອງ​ເກົາຫລີ​ເໜືອ ແຕ່​ທ່ານ​ບໍ່​ໄດ້​ໃຫ້​ລາຍ​ລະອຽດ​ຕື່ມ. ​
XS
SM
MD
LG