ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ເກົາ​ຫຼີ​ເໜືອ ຄຸຍ​ໂມ້​ວ່າ ສາ​ມາດ​ສ້າງ 'ຄວາມ​ສັ່ນ​ສະ​ເທືອນ​ຕໍ່​ໂລກ' ​ດ້ວຍ​ການ​ທົດ​ລອງ​ລູກ​ສອນ​ໄຟ ທີ່​ຍິງ​ໂຈມ​ຕີ​ສະ​ຫະ​ລັດ​ໄດ້


ແຟ້ມ: ຜູ້​ນຳ​ຂອງ​ເກົາ​ຫຼີ​ເໜືອ ກິມ ຈົງ ອຶນ ເບິ່ງ​ການ​ຍິງ​ລູກ​ສອນ​ໄຟ ຮ​ວາ​ຊົງ 12 ໃນ​ຮູບ​​ທີ່​ບໍ່​ໄດ້​ແຈ້ງວັນ​ທີ ຊຶ່ງ​ໄດ້​ນຳ​ອອກ​ເຜີຍ​ແຜ່​ໂດຍ ອົງ​ການ​ຂ່າວ​ສູນ​ກາງ​ເກົາ​ຫຼີ ເມື່ອ​ວັນ​ທີ 16 ກັນ​ຍາ 2017.
ແຟ້ມ: ຜູ້​ນຳ​ຂອງ​ເກົາ​ຫຼີ​ເໜືອ ກິມ ຈົງ ອຶນ ເບິ່ງ​ການ​ຍິງ​ລູກ​ສອນ​ໄຟ ຮ​ວາ​ຊົງ 12 ໃນ​ຮູບ​​ທີ່​ບໍ່​ໄດ້​ແຈ້ງວັນ​ທີ ຊຶ່ງ​ໄດ້​ນຳ​ອອກ​ເຜີຍ​ແຜ່​ໂດຍ ອົງ​ການ​ຂ່າວ​ສູນ​ກາງ​ເກົາ​ຫຼີ ເມື່ອ​ວັນ​ທີ 16 ກັນ​ຍາ 2017.

ເກົາ​ຫຼີ​ເໜືອ​ຄຸຍ​ໂມ້​ໃນ​ວັນ​ອັງ​ຄານ​ວານນີ້​ວ່າ ຕົນ​ແມ່ນ​ນຶ່ງ​ໃນ​ບໍ່​ເທົ່າ​ໃດ​ປະ​ເທດ​ໃນ​ໂລກ ​ທີ່​ສາ​ມາດນຳ​ເອົາ​ອາ​ວຸດ​ນິວ​ເຄ​ລຍ​ເຂົ້າ​ປະ​ຈຳ​ການແລະ​ພັ​ດ​ທະ​ນາ​ລູກ​ສອນ​ໄຟ​ໃຫ້ມີ​ຄວາມ​ກ້າວ​ໜ້າ ແລະ​ເປັນ​ພຽງ​ປະ​ເທດ​ດຽວ ​ໃນ​ໂລກ ​ທີ່​ສາ​ມາດ​ລຸກ​ຂຶ້ນ​ຕ້ານ​ຢັນ​ສະ​ຫະລັດ ໂດຍ “ສ້າງ​ຄວາມ​ສັ່ນ​ສະ​ເທືອນ​ໃຫ້​ແກ່​ໂລກ” ດ້ວຍ​ການ​ທົດລອງ​ລູກ​ສອນ​ໄຟ ອີງ​ຕາມ​ລາຍ​ງານ​ຂອງ​ອົງ​ການ​ຂ່າວ​ຣອຍ​ເຕີ້.

ຄວາມ​ເຄັ່ງ​ຕຶງ​ລະ​ຫວ່າງ​ປະ​ເທດ​ໄດ້​ເພີ້ມ​ທະ​ວີ​ຂຶ້ນ​ຍ້ອນ​ການ​ທົດ​ລອງ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ ຫວ່າງ​ບໍ່​ດົນ​ມານີ້ ທີ່​ມີ​ມາ​ເປັນ​ລຳ​ດັບ​ຂອງ​ເກົາ​ຫຼີ​ເໜືອ​ ຊຶ່ງ​ເປັນ​ການ​ກະ​ທຳ​ທີ່​ຖືກ​ຫ້າມ ໂດຍ​ສະ​ພາ​ຄວາມ​ໝັ້ນ​ຄົງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ. ເດືອນມັງ​ກອນ​ເປັນ​ເດືອນ​ທີ່​ມີ​ການ​ທົດ​ລອງ​ຫຼາຍ​ເປັນ​ປ​ະ​ຫວັດ​ການ ຄື​ຢ່າງ​ໜ້ອຍ​ມີ​ການຍິງ​ທົດ​ລອງ​ 7 ເທື່ອ ຮວມ​ທັງ “ລູກ​ສອນ​ໄຟ​ໄວກວ່າ​ສຽງ” ຊ​ະ​ນິດ​ໃໝ່ທີ່​ສາ​ມາດເຄື່ອນ​ໄຫວ​ໄປ​ມາ​ດ້ວຍ​ຄວາມ​ໄວ​ສູງ.

ນອກນັ້ນ​ແລ້ວ ການ​ທົດ​ລອງ​ດັ່ງ​ກ່າວ ​ຍັງ​ເປັນ​ເທື່ອ​ທຳ​ອິດ​ນັບ​ແຕ່​ປີ 2017 ເປັນ​ຕົ້ນ​ມາ ທີ່​ມີ​ການ​ທົດ​ລອງ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດລັດ​ສະ​ໝີ​ປານ​ກາງ ຮວ​າ​ຊອງ 12 ທີ່​ມີ​ຄວາມ​ສາ​ມາດ​ຍິງ​ໂຈມ​ຕີ​ດິນ​ແດນ​ຂອງ​ສະ​ຫະ​ລັດ ໃນ​ເຂດ​ມະ​ຫາ​ສະ​ໝຸດປາ​ຊີ​ຟີກ​ໄດ້.

ຖະ​ແຫຼງ​ການ​ຂອງ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ເກົາ​ຫຼີ​ເໜືອ ກ່າວ​ວ່າ ການ​ທົດ​ລອງເປັນ​ລຳ​ດັບ​ແຕ່​ປີ​ໃໝ່​ມານີ້ ແມ່ນ​ສະ​ແດງ​ໃຫ້​ເຫັນເຖິງ “ການ​ບັນ​ລຸ​ຜົນ​ທີ່​ໜ້າ​ພໍ​ໃຈ” ຊຶ່ງ​ໄດ້​ເພີ້ມ​ຄວາມ​ສາ​ມາດ​ “ໃນ​ການ​ສະ​ກັດ​ກັ້ນ ບໍ່​ໃຫ້​ເກີດສົງ​ຄາມ” ຂອງ​ເກົາ​ຫຼີ​ເໜືອ.

ເກົາ​ຫຼີ​ເໜືອ​ຍັງ​ກ່າວ​ອ້າງວ່າ ລູກ​ສອນ​ໄຟ​ຂ້າມ​ທະ​ວີບຮ​ວາ​ຊອງ 15 ທີ່​ສາ​ມາດ​ຍິງ​ໄດ້​ໄກ​ທີ່​ສຸດຂອງ​ເກົາ​ຫຼີ​ເໜືອແຕ່ບໍ່​ໄດ້​ຍິງ​ທົດ​ລອງມາ​ແຕ່​ປີ 2017 ແລະ​ເຊື່ອກັນວ່າ ມີຄວາມສາ​ມາດ​ນຳ​ເອົາ​ຫົວ​ລະ​ເບີດ​ນິວ​ເຄ​ລຍ​ໄປໂຈມ​ຕີ​ເປົ້າ​ໝາຍ​ຕ່າງໆຢູ່​ໃນ​ສະ​ຫະ​ລັດ​ໄດ້.

ຖະ​ແຫຼງ​ການ​ຂອງ​ເກົາ​ຫຼີ​ເໜືອ​ກ່າວ​ວ່າ “ໃນ​ທຸກມື້ນີ້ ໂລກ​ບ່ອນ​ທີ່​ຫຼາຍໆ​ປະ​ເທດໄດ້​ສູນ​ເສຍ​ເວ​ລາ​ໃນ​ການ​ຕໍ່​ລອງ​ກັບ​ສະ​ຫະ​ລັດ ດ້ວຍຄວາ​ມ​ອ່ອນ​ນ້ອມ​ແລະ​ເຊື່ອຟັງ​ນັ້ນ ມີ​ແຕ່​ປະ​ເທດ​ຂອງ​ເຮົາປະ​ເທດ​ດຽວໃນ​ໂລກທີ່​ສາ​ມາດ​ສ້າງ​ຄວາມ​ສັ່ນ​ສະເທືອນ​ດ້ວຍ​ການ​ຍິງ​ລູກ​ສອນ​ໄຟ ທີ່​ມີ​ລັດ​ສະ​ໝີ​ຍິ​ງ​ໄປ​ເຖິງ​ແຜ່ນ​ດິນ​ໃຫຍ່​ຂອງ​ສະຫະ​ລັດ​ໄດ້.”

ຖະ​ແຫຼງ​ການ​ຍັງ​ເວົ້າ​ຕື່ມ​ວ່າ “ມີ 200 ກວ່າ​ປະ​ເທດ​ໃນ​ໂລກ ແຕ່​ມີ​ພຽງ​ບໍ່​ເທົ່າ​ໃດປະ​ເທດ​ທີ່​ມີ​ລະ​ເບີດ​ໄຮ​ໂດ​ຣ​ເຈັນ ລູກ​ສອນ​ໄຟຂີ​ປະ​ນາ​ວຸດຂ້າມ​ທະ​ວີບ ແລະ​ລູກ​ສອນ​ໄຟ​ທີ່​ໄວ​ກວ່າ​ສຽງ.”

ເມື່ອ​ມີ​ການ​ຂໍ​ຄວາມ​ເຫັນ ກະ​ຊວງ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ​ໄດ້​ກ່າວ​ຢ້ຳ​ເຖິງ​ຖະ​ແຫຼງ​ການ​ໃນ​ຄັ້ງ​ທີ່​ຜ່ານໆ​ມາ ທີ່​ເວົ້າ​ວ່າຕົນ​ບໍ່​ໄດ້​ມີ​ຄວາມ​ຕັ້ງ​ໃຈ​ທີ່​ເປັນ​ປໍ​ລະ​ປັກ​ກັບ​ເກົາ​ຫຼີ​ເໜືອ ແລະ​ຮຽກ​ຮ້ອງ​ໃຫ້​ປະ​ເທດ​ດັ່ງ​ກ່າວ​ ກັບ​ຄືນ​ສູ່​ໂຕະ​ເຈ​ລະ​ຈາ ຊຶ່ງ​ເປັນ​ການ​ຮຽກ​ຮ້ອງທີ່​ພຽງ​ຢາງ​ໄດ້​ປະ​ຕິ​ເສດ​ຕະ​ຫຼອດ​ມາ.

ນອກນັ້ນ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດຍັງ​ເອີ້ນ​ເກົາ​ຫຼີ​ເໜືອ​ວ່າ​ເປັນໄພ​ຂົ່ມ​ຂູ່​ຕໍ່​ສັນ​ຕິ​ພາບ ແລະ ​ຄວາມ​ໝັ້ນ​ຄົງ​ລະ​ຫວ່າງ​ປະ​ເທດ ແລະ​ຄວາມ​ພະ​ຍາ​ຍາມ​ໃນ​ການ​ຫ້າມ​ແຜ່​ຜາຍ​ອາ​ວຸດ​ທີ່​ມີ​ອະ​ນຸ​ພາບ​ຮ້າຍ​ແຮງ​ຂອງ​ໂລກ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາອັງ​ກິດ

XS
SM
MD
LG