ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ນີວຢ໊ອກ ຈະ​ຊອກຄົ້ນ​ຫາ ຊິ້ນສ່ວນ​ກະດູກ ຢູ່ບໍລິເວນ ຮ່ອມຕຶກ


ຜູ້ບັນຊາການຕໍາຫຼວດນີວຢ໊ອກ ທ່ານ Ray Kelly ຂະນະສະແດງ ພາບຂອງບ່ອນທີ່ພົບເຫັນຊິ້ນສ່ວນຂອງເຮືອບິນ ທີ່ຕົກຄ້າງ
ຜູ້ບັນຊາການຕໍາຫຼວດນີວຢ໊ອກ ທ່ານ Ray Kelly ຂະນະສະແດງ ພາບຂອງບ່ອນທີ່ພົບເຫັນຊິ້ນສ່ວນຂອງເຮືອບິນ ທີ່ຕົກຄ້າງ
ຫ້ອງການ​ຂອງ​ຜູ້​ກວດກາ​ນ​ແພດ​ຂອງ​ນະຄອນນີວຢ໊ອກຈະ​ຄົ້ນ​ຫາຊິ້ນສ່ວນ​ຊາກ​ກະດູກ ມະນຸດ​ຢູ່​ຮ່ອມ​ທາງແຫ່ງ​ນຶ່ງ​ ບ່ອນ​ທີ່​ຊິ້ນ​ສ່ວນ​ຂອງ​ເຮືອບິນອາຍ​ພົ່ນ​ໂດຍສານ​ໃນ​ເຫດ ການ​ຈີ້​ເຮືອ​ບິນ​ເມື່ອ​ວັນ​ທີ່ 11 ກັນຍາ ປີ 2001 ​ໄດ້ ​ຖືກ​ພົບ​ເຫັນ​ໃນ​ລະຫວ່າງ​ສອງ​ຕຶກ.

ຕໍາຫຼວດ​ໄດ້​ປ​ະກາດ​ໃຫ້ບໍລິ​ເວນ​ດັ່ງກ່າວ​ເປັນ​ເຂດ​ອາດຊະຍາ​ກໍາ​ຢ່າງ​ໜ້ອຍ ​ໄປ​ຈົນ​ກວ່າ​ນັກ​ຊ່ຽວຊານ​ພິສູດຫຼັກຖານ ສໍາ​ເລັດ​ພາລະກິດ​ ຂອງ​ພວກ​ເຂົາ ​ເຈົ້າ​ແລ້ວ.

ຊິ້ນ​ສ່ວນ​ນຶ່ງ​ຂອງກົນ​ໄກ​ແລ່ນ​ລົງຂອງ​ເຮືອບິ​ນ ຕົກຄ້າງ​ຢູ່ ໃນຊ່ອງແຄບໆ 60 ​ຊັງ​ຕີ​ແມັດ ລະຫວ່າງ​ຕຶກ​ສູນ​ກາງ​ອີສລາມ ​ແລະ​ອີກ​ຕຶກ​ນຶ່ງ​ໃນ​ຄຸ້ມ lower Manhattan ​ໃກ້​ກັບ​ທີ່​ຕັ້ງ​ຂອງ​ຕຶກ​ສູນ​ການ​ຄ້າ​ໂລກ. ຈະ​ເຫັນ​ຊື່ ຂອງ​ບໍລິສັດ Boeing ​ແລະ​ຕົວເລກຕ່າງໆຢ່າງ​ຈະ​ແຈ້ງ.

ຕໍາຫຼວດ​ເວົ້າ​ວ່າ ບໍລິສັດ​ໂບອິ້ງ ​ໄດ້​ຢືນຢັນ​ວ່າ ກົນ​ໄກ​ດັ່ງກ່າວ​ແມ່ນ​ຈາກ​ເຮືອບິນ​ໂບອິ້ງ 767 ​ເປັນ​ເຮືອບິນ​ຊະນິດ​ທີ່​ພວກ​ກໍ່​ການ​ຮ້າຍ​ອາລຄາ​ອີ​ດາ ຈີ້​ ​ແລະ​ບິນ​ຕໍາ​ຕຶກສູນ​ການ​ຄ້າ​ໂລກ​ທັງ​ສອງ​ຕຶກ ​ເມື່ອ​ວັນ​ທີ 11 ກັນຍາ ປີ 2001.

ຕໍາຫຼວດ​ເວົ້າ​ວ່າ ​ປະ​ກົດ​ເຫັນ​ເຊືອກ​ພັນ​ຢູ່​ກັບຊີ້ນ​ສ່ວນ​ດັ່ງກ່າວ ​ແຕ່​ບໍ່​ຮູ້​ເຫດຜົນທີ່​ລະ ອຽດ.

​ປະຊາຊົນ​ປະມານ 3,000 ຄົນ​ເສຍ​ຊີວິດ ​ໃນ​ເຫດການ​ໂຈມ​ຕີ​ທີ່​ຮ້າຍ​ແຮງ​ທີ່​ສຸດ​ ​ເທົ່າທີ່​ເຄີຍ​ມີມາ ​ໃນ​ດິນ​ແດນ​ສະຫະລັດ.

ບັນດາ​ເຈົ້າໜ້າ​ທີ່ເວົ້າ​ວ່າ ພວກ​ເຂົາ​ເຈົ້າຈະ​ຍ້າຍ​ຊິ້ນ​ສ່ວນ​ດັ່ງກ່າວ​ໃນ​ວັນ​ຈັນ ມື້​ອື່ນ​ນີ້ ​ແລະ ​ເ​ລີ່​ມຄົ້ນ​ຫາ​ຊິ້ນສ່ວນ​ຂອງຊາກ​ກະດູກ ​ໃນ​ມື້ນຶ່ງ​ຕໍ່​ໄປ.
XS
SM
MD
LG